Winamp Logo
Lao X Files Cover
Lao X Files Profile

Lao X Files

Thai, Education, 1 season, 10 episodes, 4 hours, 8 minutes
About
Lao X Files ລາຍການຂອງພວກເຮົາ ຈະເປັນການນຳເອົາເລື່ອງລາວຄະດີຕ່າງໆ ເລື່ອງເລິກລັບຕ່າງໆ ທີ່ເປັນຄະດີຈິງ ມາເລົ່າສູ່ກັນຟັງ ບາງຄົນອາດຈະມັກຟັງເລື່ອງແນວນີ້ ເພື່ອຄວາມມ່ວນຊື່ນ ຕື່ນເຕັ້ນ ຟັງຕອນຂັບລົດຈຶ່ງບໍ່ເຫງົານອນ ຫລືຈະຟັງໄວ້ເປັນຄະຕິເຕືອນໃຈ ອຸທາຫອນ ແລະບົດຮຽນຊີວິດ ຈາກເລື່ອງຈິງເຫລົ່ານີ້
Episode Artwork

Dyatlov Pass “ທາງຜ່ານນາຮົກ” | LaoXFiles – Podcast EP15

ນັກປີນເຂົາຊາວລັດເຊຍ 9 ຄົນໄດ້ພາກັນໄປປີນເຂົາ Ural ໃນປີ 1959.ຫລັງຈາກມີ່ພວກເຂົາຫາຍໂຕໄປດົນຜິນປົກກະຕິ, ເຈົ້າຫນ້າທີ່ກໍໄດ້ເລິ່ອອກຕາມຫາ.ແລ້ວພົບວ່າທັງ 9 ຄົນແມ່ນເສີຍຊີວິດແລ້ວ. ຈາກຫລັກຖານໃນທີ່ເກີດເຫດ, ເຈົ້າຫນ້າມີ່ສັນນິທານວ່າ ໃນຄືນທຳອິດທີ່ພວກເຂົາຕັ້ງເຕັ້ນນັ້ນ, ເບິ່ງຄືວ່າມີບາງສິ່ງບາງຢ່າງທີ່ເຮັດໃຫ້ພວກເຂົາຕ້ອງຫນີອອກມາຈາກເຕັ້ນຢ່າງກະທັນຫັນ ໂດຍການເອົາມີດປາດອອກມາຈາກໃນເຕັ້ນ. ແປກກວ່າຫັ້ນແມ່ນພວກເຂົາບໍ່ໄດ້ໃສ່ເຄື່ອງທີ່ກັນຄວາມຫນາວຕອນອອກມາເລີຍ ໃນຂະນະທີ່ອຸນຫະພຸມຕ່ຳກວ່າ 0 ອົງສາ. ທັງ 9 ຄົນໄດ້ພົບວ່າຕາຍຢ່າງປະຫລາດ ແລະ ຮອດທຸກມື້ນີ້ກໍຍັງບໍ່ມີໃຜມີບົດສະຫລຸບວ່າເກີດຫຍັງຂຶ້ນແທ້ກັບພວກເຂົາ. ໄດ້ມີການແຈ້ງວ່າ 6 ຄົນແມ່ນຕາຍຍ້ອນຄວາມຫນາວ, ສ່ວນອີກ 3 ຄົນແມ່ນຕາຍຍ້ອນໄດ້ຮັບບາດເຈັບສາຫັດທາງຮ່າງກາຍ, ເຊັ່ນ: ຄົນຫນຶ່ງແມ່ນກະໂຫລກລ້າວ ແລະ ຫລັງຫັກ; ອີກຄົນແມ່ນແກ່ນຕາທັງສອງຂ້າງ ແລະ ລີ້ນຫາຍໄປ; ແລະ ອີກຄົນແມ່ນກະດູກຫນ້າເອີກແຕກ. ຈາກຮ່ອງຮ່ອຍທີ່ພວກເຂົາຖິ້ມໄວ້ເຮັດໃຫ້ນັກວິທະຍາສາດບໍ່ເຂົ້າໃຈວ່າແມ່ນຫຍັງທີ່ເຮັດໃຫ້ພວກເຂົາຕ້ອງຮີບຫນີອອກຈາກເຕັ້ນ ແລະ ຫນີໄປຈາກຈຸດຕັ້ງຫລັກຂອງພວກເຂົາ ແລະ ເປັນຫຍັງອີກສາມຄົນຄືບາດເຈັບສາຫັດແນວນັ້ນ. ຜູ້ຊ່ຽວຊານຫລາຍຄົນກະມີທິດສະດີຂອງຕົນເອງ ແຕ່ກໍບໍ່ມີທິດສະດີໃດທີ່ສາມາດຕອບຄຳຖາມໄດ້ຄົບຖ້ວນ.
8/13/202120 minutes, 26 seconds
Episode Artwork

LaoXFiles EP14: ງາມແຕ່ຮູບຈູບບໍ່ຫອມ

LaoXFiles - Podcast ລາຍການຂອງພວກເຮົາ ຈະເປັນການນຳເອົາເລື່ອງລາວຄະດີຕ່າງໆ ເລື່ອງເລິກລັບຕ່າງໆ ທີ່ເປັນຄະດີຈິງ ມາເລົ່າສູ່ກັນຟັງ ບາງຄົນອາດຈະມັກຟັງເລື່ອງແນວນີ້ ເພື່ອຄວາມມ່ວນຊື່ນ ຕື່ນເຕັ້ນ ຟັງຕອນຂັບລົດຈຶ່ງບໍ່ເຫງົານອນ ຫລືຈະຟັງໄວ້ເປັນຄະຕິເຕືອນໃຈ ອຸທາຫອນ ແລະບົດຮຽນຊີວິດ ຈາກເລື່ອງຈິງເຫລົ່ານີ້
7/30/202118 minutes, 57 seconds
Episode Artwork

ການແກ້ແຄ້ນຂອງສຸພາບບູລຸດ | LaoXFiles-Podcast EP13

Elliot Rodger ເປັນຄົນທີ່ບໍ່ມີຫມູ, ບໍ່ມີສັງຄົມຕັ້ງແຕ່ນ້ອຍ. ລະຖືກຜູ້ຍິງປະຕິເສດມາຕະຫລອດ. ຈຶ່ງເຮັດໃຫ້ເກີດການຊັ່ງຜູ້ຍິງເຂົ້າກະດູກ. ລາວໄດ້ເຮັດ youtube channel ຂຶ້ນມາເພື່ອລະບາຍຄວາມນ້ອຍອົກນ້ອຍໃຈ ແລະ ສະແດງຄວາມຄຽດແຄ້ນຕໍ່ຜູ້ຍິງ ແລະ ສັງຄົມ. ລາວຈະເວົ້າຍຳ້ຢູ່ຕະຫລອດວ່າ ລາວຫນ້າຕາດີປານດີ, ເວົ້າຈາສຸພາບປານນີ້, ເປັນສຸພາບບູລຸດປານນີ້, ເປັນຫຍັງຜູ້ຍິງຄືບໍ່ໃຫ້ໂອກາດລາວ. ເປັນຫຍັງຈຶ່ງພາກັນມັກພວກຜູ້ຊາຍທີ່ບໍ່ດີ. ຫລັງຈາກເຮັດແນວໃດກະບໍ່ມີແຟນ, ບໍ່ເຄີຍແມ້ແຕ່ຈູບ, ລາວຈຶ່ງວາງແຜນການຂ້າຂຶ້ນ, ເພາະຖ້າວ່າສັງຄົມບໍ່ໃຫ້ໂອກາດລາວໄດ້ມີແຟນງາມ, ມີຄວາມຮັກ, ລາວຈະລົງໂທດມະນຸດໂລກທຸກຄົນ.
7/16/202116 minutes, 22 seconds
Episode Artwork

LaoXFiles EP.12: ອັດສະລິຍະຜູ່ຫລົງໄຫລໃນການຂ້າ

ຜ່ານກັນມາແລ້ວ 11 ຕອນສຳລັບລາຍການ Lao X File ຜູ່ຟັງໄດ້ຟັງຫລາກຫລາຍເລື່ອງລາວຂອງຄະດີ ແລະສ່ວນໃຫຍ່ໃນຄະດີນັ້ນກໍຈະຕ້ອງມີຜູ່ລົງມືກໍ່ເຫດ ກໍຄືຄາດຕະກອນ.ແລ້ວເຄີຍສົງໄສບໍ່ວ່າແມ່ນຫຍັງຄືສາເຫດ ທີ່ເຮັດໃຫ້ເກີດມີຄາດຕະກອນ ແມ່ນຫຍັງກັນທີ່ປັ້ນໃຫ້ເຂົາເຈົ້າກາຍເປັນຄາດຕະກອນ ຊີວິດໄວເດັກເຂົາເຈົ້າເປັນແນວໃດ ຈຶ່ງເຕີບໃຫຍ່ມາເປັນແບບນີ້ ມື້ນີ້ Lao X File ຈະພາທ່ານໄປຮູ້ຈັກກັບຄາດຄະກອນຕໍ່ເນື່ອງ ທີ່ກໍ່ເຫດສະເທືອນຂວັນ ໂດຍທີ່ໂຕຂອງຄາດຕະກອນບໍ່ຮູ້ສຶກຜິດ ແລະຍັງຫລົງໄຫລໃນການຂ້າຄົນ ເອີ້ນໄດ້ວ່າເປັນຄາດຕະກອນທີ່ມີໄຫວພິບ ມີແນວຄຶດທີ່ສະຫລາດ ລາວຄົນນີ້ຊື່ວ່າ Edmund Kemper ເລື່ອງລາວຂອງຄາດຕະກອນລາຍນີ້ ຖືກນຳໄປສ້າງເປັນຊີຣີກຶ່ງສາລະຄະດີເລື່ອງ Mindhunter ຂອງທາງ Netflix ໃຜສົນໃຈໄປຊອກເບິ່ງໄດ້ ແລະໃນມື້ນີ້ເຮົາຈະມາຮູ້ຈັກເລື່ອງຂອງລາວກັນໃນ Lao X File ເປີດແຟ້ມເລື່ອງເລິກລັບຕອນ ອັດສະລິຍະຜູ່ຫລົງໄຫລໃນການຂ້າ ຕິດຕາມກັນໄດ້ໃນ Lao X Files ເປີດແຟ້ມເລື່ອງເລິກລັບຕອນ: ອັດສະລິຍະຜູ່ຫລົງໄຫລໃນການຂ້າ Edmund Kemper Youtube: https://youtu.be/_V-ONhFWnsg ແລະ ແອັບ Podcast ຕ່າງໆເຊັ່ນ Apple Podcast, Google Podcast ໂດຍການຄົ້ນຫາຄຳວ່າ Lao X Files
3/5/202137 minutes, 29 seconds
Episode Artwork

Lao X Files EP11: ຜູ່ຍິງທີ່ຖືກຈັບຂັງໃນກ່ອງໄມ້ 7 ປີ.

ຄະດີທີ່ພວກເຮົາຈະນຳສະເຫນີໃນມື້ນີ້ ຕ້ອງບອກວ່າເປັນນຶ່ງໃນຄະດີທີ່ຫົດຫູ່ ແລະຫນ້າເສົ້າໃຈ ກັບເຫດການຂອງຍິງສາວຄົນນຶ່ງ ທີ່ຖືກຈັບໂຕໄປຂັງໄວ້ໃນກ່ອງໄມ້ ແລະຖືກຂົ່ມຂື່ນຊ້ຳແລ້ວຊ້ຳອີກ ເປັນເວລາດົນເຖິງ 7 ປີ ຄະດີນີ້ເປັນນຶ່ງໃນຄະດີໂດ່ງດັງຈົນມີການນຳໄປສ້າງເປັນສາລະຄະດີຫລາຍຄັ້ງ ແລະຍັງຖືກຮໍລີວູດນຳໄປສ້າງເປັນຫນັງອອກມາອີກໃນຊື່ເລື່ອງວ່າ Girl in the box ຄະດີນີ້ມີທີ່ໄປທີ່ມາແນວໃດ ເຫດການລະອຽດເປັນແນວໃດ ຕິດຕາມກັນໄດ້ໃນ Lao X Files ເປີດແຟ້ມເລື່ອງເລິກລັບຕອນ: ຜູ່ຍິງທີ່ຖືກຈັບຂັງໃນກ່ອງໄມ້ 7 ປີ. ທ່ານສາມາດຕິດຕາມ Lao X Files Podcast ຜ່ານຊ່ອງທາງຕ່າງໆດັ່ງນີ້: YouTube Channel: youtube.com/laoxchannel?sub_confirmation=1ຟັງຜ່ານ Youtube: https://youtu.be/Q_9RM-2aS8cແອັບ Podcast ຕ່າງໆເຊັ່ນ Apple Podcast, Google Podcast ໂດຍການຄົ້ນຫາຄຳວ່າ Lao X Files
2/26/202127 minutes, 49 seconds
Episode Artwork

LaoXFiles Ep10 ແຜນຊ້ອນແຜນ

Lao X Files ໃນຕອນນີ້ຈະເວົ້າເຖິງຄະດີຂອງຜົວເມຍຄູ່ນຶ່ງ ເຊິ່ງຈັດໄດ້ວ່າເປັນເລື່ອງຫັກມຸມໄປມາ ຮັບປະກັນວ່າຕອນນີ້ມັນແນ່ນອນ ເຫດການເກີດຂຶ້ນເຊົ້າມື້ນຶ່ງເມື່ອຜູ່ເປັນເມຍ ອອກໄປ Gym ເພື່ອອອກກຳລັງກາຍຍາມເຊົ້າ ເປັນກິດຈະວັດ ແຕ່ແລ້ວກໍມີໂທລະສັບສາຍປິດສະຫນາໂທມາແລະ ຂໍໃຫ້ລາວກັບເມືອເຮືອນຢ່າງຮີບດ່ວນໂດຍບໍ່ບອກວ່າເກີດຫຍັງຂຶ້ນ. ເມື່ອຜູ່ເປັນເມຍກັບມາຮອດເຮືອນ ກໍພົບວ່າຫນ້າເຮືອນເຕັມໄປດ້ວຍລົດຕຳຫລວດ, ລົດໂຮງຫມໍ ແລະລົດນັກຂ່າວ ພ້ອມກັນນັ້ນອ້ອມຮອບເຮືອນກໍມີເຊືອກສີເຫລືອກງຂອງຕຳຫລວດຕິດອ້ອມເຮືອນຢູ່. ແລ້ວລາວກໍໄດ້ຮັບຂ່າວຮ້າຍຈາກຕຳຫລວດ ເມື່ອຕຳຫລວດແຈ້ງວ່າ ມີຄົນໄດ້ຍິນສຽງປືນໃນເຮືອນເຈົ້າແລ້ວແຈ້ງຕຳຫລວດ ຕຳຫລວດຈຶ່ງເຂົ້າກວດສອບແລະພົບວ່າຜົວຂອງເຈົ້າຖືກຂ້າຍິງເສຍຊີວິດແລ້ວ ແລ້ວໃຜເປັນຄົນຂ້າເກີດຫຍັງຂຶ້ນກັບຜົວຂອງລາວ ມາຕິດຕາມກັນໄດ້ໃນ Lao X Files EP10: ແຜນຊ້ອນແຜນ ທ່ານສາມາດຕິດຕາມ Lao X Files Podcast ຜ່ານຊ່ອງທາງຕ່າງໆດັ່ງນີ້: YouTube Channel: youtube.com/laoxchannel?sub_confirmation=1ຟັງຜ່ານ Youtube: https://youtu.be/4qtvy6dlfSgແອັບ Podcast ຕ່າງໆເຊັ່ນ Apple Podcast, Google Podcast ໂດຍການຄົ້ນຫາຄຳວ່າ Lao X Files
1/29/202129 minutes, 12 seconds
Episode Artwork

LaoXFiles Ep9: ອຸບັດຕິເຫດຖ້ຽວບິນ AF447

Lao X Files Ep09 ຈະພາທ່ານໄປຟັງຄະດີ ຂ່າວຮ້າຍວົງການບິນ ກັບເຫດການຍົນຕົກຢູ່ປະເທດອິນໂດເນເຊຍ ທີ່ຖືວ່າເປັນເຫດການຄັ້ງໃຫຍ່ ແລະເປັນບົດຮຽນໃຫ້ແກ່ວົງການການບິນ ເຫດການນຶງເລີຍກໍວ່າໄດ້ . ເຊິ່ງເຫດການທີ່ຈະຍົກມານີ້ແມ່ນອຸບັດຕິເຫດຂອງຍົນສາຍການບິນຝຣັ່ງ AF447 ທີ່ອອກເດີນທາງຈາກ ເມື່ອງຫລວງ ຣີໂອເເດີຈາເນໂຣ ຈາກປະເທດບຣາຊິວ ໄປສູ່ເມືອງປາຣີ ປະເທດຝຣັ່ງ ເຊິ່ງຕ້ອງບິນເປັນໄລຍະທາງ 11 ຊົ່ວໂມງ ແຕ່ກໍເກີດເຫດບໍ່ຄາດຝັນ ເມື່ອຍົນຕົກລົງສູ່ກາງມະຫາສິຫມຸດແອັດແລນຕິກ ເຮັດໃຫ້ມີຜູ່ເສຍຊີວິດທັງຫມົດ 228 ຄົນ ຈາກ 32 ປະເທດ ເຊິ່ງເປັນອຸບັດຕິເຫດທີ່ສ້າງຄວາມຕື່ນຕົກໃຈໃຫ້ວົງການການບິນ ເພາະຍົນລຳນີ້ເປັນ Airbus A330 ທີ່ມີຄວາມທັນສະໄຫມ ແລະມີຄວາມປອດໄພສູງ ແລະໃຊ້ຫລາຍໃນການບິນທົ່ວໂລກ ສຸດທ້າຍຕ້ອງໃຊ້ເວລາຫລາຍກວ່າ 3 ປີໃນການເກັບກູ້ຊາກແລະສືບສວນເຖິງສາເຫດຂອງອຸບັດຕິເຫດຄັ້ງນີ້ ແລະຜົນທີ່ໄດ້ຖືເປັນບົດຮຽນຄັ້ງໃຫຍ່ຂອງວົງການການບິນ ຕິດຕາມກັນໄດ້ໃນ Lao X Files EP09: ອຸບັດຕິເຫດຍົນຖ້ຽນບິນ AF447 ທ່ານສາມາດຕິດຕາມ Lao X Files Podcast ຜ່ານຊ່ອງທາງຕ່າງໆດັ່ງນີ້: YouTube Channel: youtube.com/laoxchannel?sub_confirmation=1 ຟັງຜ່ານ Youtube: https://youtu.be/4qtvy6dlfSg ແອັບ Podcast ຕ່າງໆເຊັ່ນ Apple Podcast, Google Podcast ໂດຍການຄົ້ນຫາຄຳວ່າ Lao X Files
1/22/202125 minutes, 59 seconds
Episode Artwork

Lao X Files EP08: ການຫລົບຫນີຂອງຄາດຕະກອນ

Lao X Files ໃນຕອນນີ້ຈະພາໄປຟັງເຫດການເມືອ 13ປີກ່ອນທີ່ປະເທດຍີ່ປຸ່ນ ປະມານ 9ໂມງແລງ ຂະນະທີ່ຕຳຫລວດກຳລັງຈະເຂົ້າກວດສອບ ທີ່ພັກອາໄສຂອງຜູ່ຕ້ອງຫາຄະດີລາຍນຶ່ງ ທີ່ມີການສືບສວນຈົນຮູ້ໂຕ ຕຳຫລວດກໍພົບເຫັນຊາຍຄົນນຶ່ງ ແລ່ນສວນອອກມາ ແລະແລ່ນຫນີຫາຍໂຕໄປຢ່າງວ່ອງໄວ ຕໍ່ຫນ້າຕໍ່ຕາຕຳຫລວດ 6 ຄົນ. ຊາຍຄົນນັ້ນຄືເຈົ້າຂອງສະຖານທີ່ ທີ່ຕຳຫລວດກຳລັງຈະເຂົ້າໄປກວດສອບ ດ້ວຍຂໍ້ຫາຄາຕະກຳ ພາຍຫລັງຕຳຫລວດເຂົ້າກວດສອບເຮືອນຂອງຜູ່ກ່ຽວ ກໍພົບເກີບຜູ້ຍິງ ແລະເສັ້ນຜົມຜູ່ຍິງ ຢູ່ລະບຽງຫ້ອງມີອ່າງອາບນ້ຳເກົ່າ ທີ່ເຕັມໄປດ້ວຍຂີ້ດິນ ເມື່ອຂຸດດິນອອກ ຕຳຫລວດພົບສົບຂອງຜູ່ຍິງຄົນນຶ່ງ ເປັນຄົນອັງກິດຊື່ວ່າ ລິນຊີ ແອນ ຮັອກເກີ ຊາຍທີ່ແລ່ນຫນີໄປຕໍ່ຫນ້າຕໍ່ຕາຕຳຫລວດນັ້ນມີຊື່ວ່າ ທັດສຶຍະ ອິຈິຮາຊິ ອາຍຸ 28 ປີ (ໃນຕອນເກີດເຫດ) ຕຳຫລວດຮູ້ຊື່ຮູ້ປະຫວັດຮູ້ຫນ້າ ຂອງຄາຕະກອນລາຍນີ້ທີ່ຫລົບຫນີ ແຕ່ລາວສາມາດຫນີການຈັບຂອງຕຳຫລວດຍີ່ປຸ່ນໄດ້ ເປັນໄລຍະເວລາເຖິງ 961 ມື້ ນັບເປັນຄະດີການຫລົບຫນີທີ່ຮືຮາແລະໂດ່ງດັງທີ່ສຸດເລື່ອງນຶ່ງໃນຍີ່ປຸ່ນ ລາວເຮັດແນວໃດ ທີ່ໄປທີ່ມາແນວໃດ ມື້ນີ້ເຮົາຈະມາຕິດຕາມນຳກັນໃນ Lao X Files ຕອນການຫລົບຫນີຂອງຄາຕະກອນ. ທ່ານສາມາດຕິດຕາມ Lao X Files Podcast ຜ່ານຊ່ອງທາງຕ່າງໆດັ່ງນີ້: YouTube Channel: youtube.com/laoxchannel?sub_confirmation=1ຟັງຜ່ານ Youtube: https://youtu.be/4qtvy6dlfSgແອັບ Podcast ຕ່າງໆເຊັ່ນ Apple Podcast, Google Podcast ໂດຍການຄົ້ນຫາຄຳວ່າ Lao X Files
1/15/202127 minutes, 54 seconds
Episode Artwork

Lao X Files EP07: ຄະດີ TikTok

Lao X Files ໃນຕອນນີ້ຈະພາເຫດການເກີດຂຶ້ນໃນປີ 2020 ໄລຍະນັ້ນເປັນຊ່ວງທີ່ຫລາຍໆເຂດທົ່ວໂລກ ມີການ Lock down ຍ້ອນສະຖານະການພະຍາດ ໂຄວິດ-19 ນຶ່ງໃນການແກ້ເຊັງຂອງໄວຫນຸ່ມບາງກຸ່ມແມ່ນການຫລິ້ນແອັບ TikTok ແລະມີການເຮັດ Challege ກັນຜ່ານ TikTok ໂດຍການໃຫ້ໄປຫລິ້ນການລ່າສົມບັດຜ່ານແອັບທີ່ຊື່ວ່າ Randonautica ເຊິ່ງເປັນແອັບທີ່ ມັນຈະສຸ່ມສະຖານທີ່ຈາກແຜນທີ່ຂຶ້ນມາໃຫ້ມົ້ວໆ ເພື່ອໃຫ້ຄົນຫລິ້ນໄດ້ອອກໄປຄົ້ນຫາສະຖານທີ່ດັ່ງກ່າວ. ຄ້າຍໆເກມ Pokemon Go ທ່ານສາມາດຕິດຕາມ Lao X Files Podcast ຜ່ານຊ່ອງທາງຕ່າງໆດັ່ງນີ້: YouTube Channel: youtube.com/laoxchannel?sub_confirmation=1ຟັງຜ່ານ Youtube: https://youtu.be/jXq9L2_p87Eແອັບ Podcast ຕ່າງໆເຊັ່ນ Apple Podcast, Google Podcast ໂດຍການຄົ້ນຫາຄຳວ່າ Lao X Files
1/8/202120 minutes, 25 seconds
Episode Artwork

Lao X Files EP06: Zodiac Killer

Lao X Files ໃນຕອນນີ້ຈະພາຍ້ອນອາດີດ ກັບໄປຮູ້ຈັກນຶ່ງໃນຄາດຕະກອນຕໍ່ເນື່ອງຊື່ດັງ ທີ່ຍັງບໍ່ສາມາດຈັບໂຕໄດ້ ແລະມີສາຍານາມວ່າ Zodiac Killer ທີ່ນອກຈາກລົງມືສັງຫານຄົນໄປຫລາຍເຖິງ 37 ຄົນ ແລະມັກສົ່ງຈົດຫມາຍປິດສະຫນາ ມາທ້າທາຍຕຳຫລວດນັບຄັ້ງບໍ່ຖ້ວນ ແລະຫລ້າສຸດໃນທ້າຍປີ 2020 ຜ່ານມາແລ້ວ 51 ປີນຶ່ງໃນຈົດຫມາຍປິດສະຫນາ ທີ່ Zodiac Killer ຖິ້ມໄວ້ ຫາກໍມີຄົນໃຊ້ຄອມພິວເຕີ ຖອດຂໍ້ຄວາມອອກມາໄດ້ ຂໍ້ຄວາມນັ້ນແມ່ນຫຍັງ ແລະ Zodiac Killer ແມ່ນໃຜ ຕິດຕາມໄດ້ໃນ Lao X Files ຕອນ Zodiac Killer ທ່ານສາມາດຕິດຕາມ Lao X Files Podcast ຜ່ານຊ່ອງທາງຕ່າງໆດັ່ງນີ້: ເວັບໄຊ www.laox.laYouTube Channel: youtube.com/laoxchannel?sub_confirmation=1ແອັບ Podcast ຕ່າງໆເຊັ່ນ Apple Podcast, Google Podcast ໂດຍການຄົ້ນຫາຄຳວ່າ Lao X Filesຟັງຜ່ານ Youtube: https://youtu.be/AkKYX2QYAaU
1/1/202123 minutes, 54 seconds