Winamp Logo
ລາຍການກະຈາຍສຽງຂອງວີໂອເອ ລາວ - ສຽງອາເມຣິກາ ວີໂອເອ Cover
ລາຍການກະຈາຍສຽງຂອງວີໂອເອ ລາວ - ສຽງອາເມຣິກາ ວີໂອເອ Profile

ລາຍການກະຈາຍສຽງຂອງວີໂອເອ ລາວ - ສຽງອາເມຣິກາ ວີໂອເອ

Lao, Political, 1 season, 203 episodes, 4 days, 5 hours, 27 minutes
About
ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ ​ເປັນ​ເວລາ 30 ນາທີ. ພວກ​ເຮົາ​ສະ​ເໜີຂ່າວ ຂໍ້​ມູນ ​ແລະ​ລາຍ​ງານ​ທີ່​ໜ້າ​ສົນ​ໃຈ ກ່ຽວກັບເຫດການທີ່​ເກີດ​ຂຶ້ນ​ໃນ​ປະ​ເທດ​ລາວ ສະຫະລັດ​ອ​າ​ເມ​ຣິ​ກາ ​ເອ​ເຊຍ​ແລະ​ຂົງເຂດ​ອື່ນໆ​ຂອງ​ໂລກ ຕະຫລອດ​ທັງ​ບົດຮຽນ​ພາສາ​ອັງກິດ ​ແລະ​ລາຍການ​ເພງ​ຕາມ​ຄຳ​ຂໍ​ຂອງ​ທ່ານ​ຜູ້​ຟັງ.
Episode Artwork

ລາຍການກະຈາຍສຽງຂອງວີໂອເອລາວ: ທ່ານ ບລິງເກັນ ຊຸກຍູ້ໃຫ້ເກີດຄວາມກ້າວໜ້າໃນການຢຸດຍິງ ໃນການເຈລະຈາ ຢູ່ອີຈິບ ແລະ ກາຕາ - ກຸມພາ ໐໖, ໒໐໒໔

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວສໍາຄັນໃນມື້ນີ້ ມີດັ່ງນີ້: 1. ທ່ານ ບລິງເກັນ ຊຸກຍູ້ໃຫ້ເກີດຄວາມກ້າວໜ້າໃນການຢຸດຍິງ ຢູ່ອີຈິບ ແລະ ກາຕາ, 2. ຫົວໜ້າອົງການ ສປຊ ແຕ່ງຕັ້ງຄະນະກຳມະການ ເພື່ອທົບທວນຄືນ ອົງການ UNRWA, ແລະ 3. ການໂຈມຕີຂອງສະຫະລັດ ເຮັດໃຫ້ເກີດມີຄວາມເຄັ່ງຕຶງ ກັບ ອີຣັກ.
2/6/202429 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອລາວ: ສະຫະລັດ ໂຈມຕີພວກກະບົດຮູຕີ ໃນປະເທດ ເຢເມນ - ກຸມພາ ໐໕, ໒໐໒໔

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວສໍາຄັນສໍາລັບແລງມື້ນີ້ ມີດັ່ງນີ້: 1. ສຫລ ໂຈມຕີພວກກະບົດຮູຕີ ໃນປະເທດ ເຢເມນ, 2. ນັບຕັ້ງແຕ່ວັນທີ 7 ຕຸລາຜ່ານມາ ມີປະຊາຊົນຊາວປາແລັສໄຕນ໌ເສຍຊີວິດ 27,365 ຄົນ ແລະ ບາດເຈັບອີກ 66,630, ແລະ 3. ສະພາສູງ ສຫລ ເປີດເຜີຍຮ່າງກົດໝາຍທີ່ລວມມີ ການຊ່ວຍເຫຼືອ ຢູເຄຣນ ແລະ ອິສຣາແອລ.
2/5/202429 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອລາວ: ລັດຖະບານທະຫານມຽນມາສົ່ງຜູ້ຕາງໜ້າເຂົ້າຮ່ວມກອງປະຊຸມຢູ່ ລາວ ບໍ່ໄດ້ໝາຍຄວາມວ່າ ລາວ ຈະມີຄວາມຄືບໜ້າໃນການແກ້ໄຂບັນຫາ ມຽນມາ - ກຸມພາ ໐໔, ໒໐໒໔

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ບົດລາຍງານສໍາລັບມື້ນີ້ ມີດັ່ງນີ້: 1. ທ​ຳ​ນຽບ​ຂາວ ປະ​ຕິ​ຍານ​ຈະ​ຕອບ​ໂຕ້​ຕໍ່​ການ​ໂຈມ​ຕີທີ່​ໄດ້​ຖິ້ມ​ໂທດ​ໃສ່ ອີ​ຣ່ານ, 2. ອອ​ສ​ເຕ​ຣ​ເລຍ ລະ​ມັດ​ລະ​ວັງຄວາມ​ທະ​ເຍີ​ທະ​ຍານຂ​ອງ ​ຈີນ, ແລະ 3. ມຽນມາ ສົ່ງຜູ້ຕາງໜ້າທີ່ບໍ່ແມ່ນດ້ານການເມືອງ ເຂົ້າຮ່ວມກອງປະຊຸມອາຊຽນ ຢູ່ລາວ.
2/4/202429 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອລາວ: ມີການກົດດັນ ຮັງກາຣີ ຫຼາຍຂຶ້ນ ເພື່ອໃຫ້ອະນຸມັດການຂໍເຂົ້າເປັນສະມາຊິກອົງການ NATO ຂອງ ສະວີເດັນ - ກຸມພາ ໐໓, ໒໐໒໔

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ລາຍການສໍາລັບມື້ນີ້ ມີດັ່ງນີ້: 1. ມີການກົດດັນ ຮັງກາຣີ ຫຼາຍຂຶ້ນ ໃຫ້ອະນຸມັດສະວີເດັນເປັນສະມາຊິກອົງການ NATO, 2. ສິລະປິນຕົບແຕ່ງດ້ວຍປັນຍາປະດິດ AI ຊາວເທີກີ ໃຊ້ຊຸດຂໍ້ມູນໃຫ້ກາຍເປັນສິລະປະ, ແລະ 3. ຊາວກະສິກອນລາວຕ້ອງການການຊ່ວຍເຫຼືອຫຼາຍຂຶ້ນ ເພື່ອປັບປຸງການຜະລິດສິນຄ້າ.
2/3/202430 minutes
Episode Artwork

ລາຍການກະຈາຍສຽງຂອງວີໂອເອລາວ: ປະທານາທິບໍດີໄບເດັນ ອອກຄຳສັ່ງໃຫ້ລົງໂທດ ຕໍ່ພວກຕັ້ງຖິ່ນຖານທີ່ໃຊ້ຄວາມຮຸນແຮງໃນເຂດເວັສແບັງ ຂະນະທີ່ຢ້ຽມຢາມລັດມິຊິແກນ - ກຸມພາ ໐໒, ໒໐໒໔

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວສໍາຄັນໃນມື້ນີ້ ມີດັ່ງນີ້: 1. ທ່ານ ໄບເດັນ ອອກຄຳສັ່ງໃຫ້ລົງໂທດຕໍ່ພວກຕັ້ງຖິ່ນຖານທີ່ໃຊ້ຄວາມຮຸນແຮງໃນເຂດເວັສແບັງ, 2. ອົງການ ສປຊ ກ່າວວ່າ ວິກິດການເພີ້ມທະວີຄວາມຮຸນແຮງຂຶ້ນໃນເຂດກາຊາ, ແລະ 3. ທຳນຽບຫ້າແຈໃຫ້ສັນຍານວ່າ ຈະມີການຕອບໂຕ້ຢ່າງແຂງຂັນຕໍ່ພວກຕົວແທນຂອງອີຣ່ານ.
2/2/202429 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອລາວ: ກອງກຳລັງ ອິສຣາແອລ ໂຈມຕີພາກເໜືອ ແລະ ໃຕ້ຂອງເຂດ ກາຊາ ທ່າມກາງການຜັກດັນຄັ້ງໃໝ່ເພື່ອຢຸດການຕໍ່ສູ້ - ກຸມພາ ໐໑, ໒໐໒໔

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວສໍາຄັນໃນມື້ນີ້ ມີດັ່ງນີ້: 1. ກອງກຳລັງ ອິສຣາແອລ ໂຈມຕີພາກເໜືອ ແລະ ໃຕ້ຂອງເຂດກາຊາ , 2. ເຈົ້າໜ້າທີ່ອາເມຣິກັນກ່າວວ່າ ສຫລ ໂຈມຕີໂດຣນຫຼາຍລໍາຢູ່ໃນເຢເມນ, ແລະ 3. EU ພ້ອມສຳລັບກອງປະຊຸມສຸດຍອດທີ່ສຳຄັນກ່ຽວກັບ ການຊ່ວຍເຫຼື ຢູເຄຣນ ຂະນະທີ່ຮັງກາຣີ ກ່າວຫາກຸ່ມວ່າ ຂົ່ມຂູ່.
2/1/202429 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອລາວ: ກຳລັງຂອງອິສຣາແອລ ສັງຫານພວກຫົວຮຸນແຮງ 3 ຄົນ ໃນໂຮງໝໍ ຢູ່ເຂດຝັ່ງຕາເວັນຕົກຂອງແມ່ນ້ຳຈໍແດນ - ມັງກອນ ໓໑, ໒໐໒໔

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວສໍາຄັນໃນມື້ນີ້ ມີດັ່ງນີ້: 1. ກຳລັງຂອງອິສຣາແອລ ສັງຫານພວກຫົວຮຸນແຮງ 3 ຄົນ, 2. ອົງການ WHO ກ່າວວ່າ ການບໍ່ໃຫ້ເງິນຕໍ່ກອງທຶນ UNRWA ເປັນການຫັນເຫຄວາມສົນໃຈໄປຈາກສະຖານະການຮ້າຍແຮງ ໃນຂົງເຂດກາຊາ, ແລະ 3. ຢູເຄຣນລາຍງານວ່າ ຣັດເຊຍ ໂຈມຕີດ້ວຍໂດຣນ 20 ລໍາຕໍ່ ຢູເຄຣນ.
1/31/202429 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອລາວ: ຄວາມສັບສົນ ກ່ຽວກັບ ໂດຣນທີ່ບິນເຂົ້າມາ ໄດ້ນຳໄປສູ່ການໂຈມຕີທີ່ຮ້າຍແຮງໃນ ຈໍແດັນ, ກອງທັບ ສະຫະລັດ ກ່າວ - ມັງກອນ ໓໐, ໒໐໒໔

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວສໍາຄັນໃນມື້ນີ້ ມີດັ່ງນີ້: 1. ຄວາມສັບສົນກ່ຽວກັບໂດຣນທີ່ບິນເຂົ້າມາ ໄດ້ນຳໄປສູ່ການໂຈມຕີທີ່ຮ້າຍແຮງໃນຈໍແດັນ, 2. ອິສຣາແອລ ກ່າວວ່າ ກອງກຳລັງຂອງຕົນ ‘ໄດ້ຢຸດຢັ້ງ’ ພວກຫົວຮຸນແຮງ ທີ່ຫລົບລີ້ ຢູ່ໃນໂຮງໝໍ ຂອງເຂດແວັສແບ້ງ, ແລະ 3. ຣັດເຊຍ ໂຈມຕີ ຢູເຄຣນ ດ້ວຍໂດຣນ 35 ລຳ.
1/30/202429 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອລາວ: ທະຫານ ສະຫະລັດ 3 ຄົນເສຍຊີວິດ, 34 ຄົນບາດເຈັບໃນການໂຈມຕີດ້ວຍໂດຣນໃນປະເທດ ຈໍແດັນ - ມັງກອນ ໒໙, ໒໐໒໔

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ສໍາຄັນໃນມື້ນີ້ ມີດັ່ງນີ້: 1. ທະຫານ ສຫລ ເສຍຊີວິດ ແລະບາດເຈັບໃນການໂຈມຕີດ້ວຍໂດຣນໃນ ຈໍແດັນ, 2. ເລຂາທິການໃຫຍ່ ອົງການ ສປຊ ຮຽກຮ້ອງໃຫ້ເລີ້ມກອງທຶນ ເພື່ອຊ່ວຍເຫຼືອຊາວປາແລັສໄຕນ໌ ຄືນອີກ, ແລະ 3. ຫົວໜ້າອົງການ NATO ຮຽກຮ້ອງພັນທະມິດໃຫ້ສືບຕໍ່ສະໜອງທຶນ ເພື່ອປ້ອງກັນ ຢູເຄຣນ.
1/29/202429 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອລາວ: ທ່່ານໄບເດັນ ກ່າວວ່າການແທ້ງລູກ ຢູ່ໃນການລົງຄະແນນສຽງ ໃນປີ 2024, ໃນຂະນະທີ່ ທ່ານນາງແຮຣີສ ແວ່ໄປຢ້ຽມຢາມລັດສຳຄັນຕ່າງໆ - ມັງກອນ ໒໘, ໒໐໒໔

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ບົດລາຍງານໃນມື້ນີ້ ມີດັ່ງນີ້: 1. ນະໂຍບາຍການແທ້ງລູກ ແລະການເລືອກຕັ້ງປີ 2024, 2. ໝູ່​ເກາະປາ​ຊີ​ຟິກ ສ້າງ​ຄວາມ​ກ້າວ​ໜ້າ ໄປ​ສູ່​ເປົ້າ​ໝາຍ​ເພື່ອ​ປົກ​ປ້ອງ​ສາ​ມະ​ຫາ​ສະ​ໝຸດ , ແລະ 3. ລາວຈະກາຍເປັນປະເທດທີ່ມີການຜະລິດໄຟຟ້າແສງຕາເວັນທີ່ລອຍຢູ່ເທິງອ່າງເກັບນໍ້າໃຫຍ່ທີ່ສຸດໃນໂລກ.
1/28/202429 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ ວັນທີ 27 ມັງກອນ 2024 - ມັງກອນ ໒໗, ໒໐໒໔

ສໍາລັບແລງມື້ນີ້, ທ່ານຈະໄດ້ຮັບຟັງລາຍງານ ປະຫວັດດ້ານສິດທິມະນຸດຂອງຈີນ ຢູ່ພາຍໃຕ້ການກວດສອບຂອງອົງການສະຫະປະຊາຊາດ, ຕິດຕາມດ້ວຍລາຍການເມືອງລາວໃນປັດຈຸບັນ, ລາຍການເພງລາວສະໄໝ, ລາຍງານກ່ຽວກັບວິທະຍາສາດ ແລະເທັກໂນໂລຈີ, ບົດຮຽນພາສາອັງກິດ ແລະປິດທ້າຍລາຍການດ້ວຍບົດບັນນາທິການ.
1/27/202430 minutes
Episode Artwork

ລາຍການກະຈາຍສຽງຂອງວີໂອເອລາວ: ກຸ່ມຮາມາສກ່າວວ່າ ການໂຈມຕີໃນເຂດກາຊາ ເຮັດໃຫ້ມີຜູ້ເສຍຊີວິດ 20 ຄົນ ແລະບາດເຈັບອີກ 150 ຄົນ - ມັງກອນ ໒໖, ໒໐໒໔

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວສໍາຄັນໃນມື້ນີ້ ມີດັ່ງນີ້: 1. ການໂຈມຕີໃນເຂດກາຊາ ມີຜູ້ເສຍຊີວິດ 20 ຄົນ ແລະບາດເຈັບອີກ 150 ຄົນ, 2. ສະພາຄວາມໝັ້ນຄົງ ສປຊ ຫາລືກ່ຽວກັບເຮືອບິນທະຫານຂອງຣັດເຊຍຕົກ, ແລະ 3. ອັງກິດ-ສຫລ ລົງໂທດຕໍ່ຜູ້ນໍາອາວຸໂສຂອງກຸ່ມກະບົດຮູຕີທີ່ພົວພັນກັບການໂຈມຕີການຂົນສົ່ງໃນທະເລແດງ.
1/26/202429 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ - ມັງກອນ ໒໕, ໒໐໒໔

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ ​ເປັນ​ເວລາ 30 ນາທີ. ພວກ​ເຮົາ​ສະ​ເໜີຂ່າວ ຂໍ້​ມູນ ​ແລະ​ລາຍ​ງານ​ທີ່​ໜ້າ​ສົນ​ໃຈ ກ່ຽວກັບເຫດການທີ່​ເກີດ​ຂຶ້ນ​ໃນ​ປະ​ເທດ​ລາວ ສະຫະລັດ​ອ​າ​ເມ​ຣິ​ກາ ​ເອ​ເຊຍ​ແລະ​ຂົງເຂດ​ອື່ນໆ​ຂອງ​ໂລກ ຕະຫລອດ​ທັງ​ບົດຮຽນ​ພາສາ​ອັງກິດ ​ແລະ​ລາຍການ​ເພງ​ຕາມ​ຄຳ​ຂໍ​ຂອງ​ທ່ານ​ຜູ້​ຟັງ.
1/25/202429 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອລາວ: ທ່ານທຣຳ ໄດ້ຮັບໄຊຊະນະ ການເລືອກຕັ້ງຂັ້ນຕັ້ງຂັ້ນຕົ້ນຂອງພັກ ຢູ່ໃນລັດນິວແຮມເຊີ - ມັງກອນ ໒໔, ໒໐໒໔

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວສໍາຄັນໃນມື້ນີ້ ມີດັ່ງນີ້: ທ່ານທຣຳ ໄດ້ຮັບໄຊຊະນະ ການເລືອກຕັ້ງຂັ້ນຕັ້ງຂັ້ນຕົ້ນຂອງພັກ ຢູ່ໃນລັດນິວແຮມເຊີ, ອິສຣາແອລ ລາຍງານວ່າ ມີທະຫານ 24 ຄົນ ໄດ້ຖືກສັງຫານໃນເຂດກາຊາ ພາຍໃນມື້ດຽວ, ແລະສະຫະລັດໂຈມຕີຕອບໂຕ້ຕໍ່ພວກຫົວຮຸນແຮງ ທີ່ສະໜັບສະໜຸນໂດຍອີຣ່ານ ຢູ່ໃນອີຣັກ.
1/24/202429 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອລາວ: ອິສຣາແອລ ລາຍງານວ່າ ທະຫານ 24 ຄົນ ໄດ້ຖືກສັງຫານ ໃນເຂດກາຊາ ພາຍໃນມື້ດຽວ - ມັງກອນ ໒໓, ໒໐໒໔

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວສໍາຄັນໃນມື້ນີ້ ມີດັ່ງນີ້: 1. ອິສຣາແອລ ລາຍງານວ່າ ທະຫານ 24 ຄົນ ໄດ້ຖືກສັງຫານ ໃນເຂດກາຊາ, 2. ສຫລ, ອັງກິດ, ອອສເຕຣເລຍ ວາງມາດຕະການລົງໂທດ ຮອບໃໝ່ ຕໍ່ກຸ່ມຮາມາສ, ແລະ 3. ສຫລ ແລະ ອັງກິດ ເປີດການບຸກໂຈມຕີທີ່ແນເປົ້າໃສ່ອາວຸດຢຸດໂທປະກອນ ໃນເຢເມນຕື່ມອີກ.
1/23/202429 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອລາວ: ທ່ານ ບໍເຣລ ກ່າວວ່າ 'ສະຖານະການດ້ານມະນຸດສະທຳ ບໍ່ສາມາດຮ້າຍແຮງໄປກວ່ານີ້ໄດ້ອີກແລ້ວ' ໃນເຂດກາຊາ - ມັງກອນ ໒໒, ໒໐໒໔

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວສໍາຄັນໃນມື້ນີ້ ມີດັ່ງນີ້: 1. 'ສະຖານະການດ້ານມະນຸດສະທຳ ບໍ່ສາມາດຮ້າຍແຮງໄປກວ່ານີ້ໄດ້ອີກແລ້ວ', 2. ທໍານຽບຂາວກ່າວວ່າ ຄ້າຍທະຫານຂອງຕົນຢູ່ໃນອີຣັກ ຖືກໂຈມຕີ 'ຢ່າງຮຸນແຮງ' ໂດຍພວກທີ່ໜຸນຫຼັງຈາກອີຣ່ານ, ແລະ 3. ຣັດເຊຍ ຕື່ນຕົວ ລຸນຫຼັງການໂຈມຕີຫຼາຍຄັ້ງຂອງຢູເຄຣນ.
1/22/202430 minutes
Episode Artwork

ລາຍການກະຈາຍສຽງຂອງວີໂອເອລາວ: ອອສເຕຣເລຍ ຢືນຢັນການສະໜັບສະໜູນການໂຈມຕີຂອງສະຫະລັດ ແລະອັງກິດ ໃສ່ກຸ່ມກະບົດຮູຕີ - ມັງກອນ ໒໑, ໒໐໒໔

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ບົດລາຍງານໃນມື້ນີ້ມີ: 1. ອອສເຕຣເລຍ ຢືນຢັນການສະໜັບສະໜຸນການໂຈມຕີຂອງສະຫະລັດ ແລະອັງກິດ, 2. ​ການຂວ້ຳ​ບາດ ​ຂອງ​ເທີ​ກີ ຕໍ່​ຣັດ​ເຊຍ ພວມ​ມີ​ການກວດ​ສອບ, ແລະ 3. ລາວກໍາລັງສ້າງໂຄງການພະລັງງານຈາກລົມທີ່ໃຫຍ່ທີ່ສຸດໃນຂົງເຂດ ແຕ່ການພັດທະນາພະລັງງານດ້ານນີ້ຍັງມີອຸປະສັກຫຼາຍ.
1/21/202430 minutes
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ ວັນເສົາ ທີ 20 ມັງກອນ 2024. - ມັງກອນ ໒໐, ໒໐໒໔

ສໍາລັບແລງວັນເສົາ ທີ 20 ມັງກອນ ປີ 2024 ນີ້ ທ່ານຈະໄດ້ຮັບຟັງລາຍງານ ການເປີດຮ້ານອາຫານທີ່ປຸງແຕ່ງອາຫານໂດຍຫຸ່ນຍົນ ໃນລັດຄາລິຟໍເນຍ, ຕິດຕາມດ້ວຍລາຍການເມືອງລາວໃນປັດຈຸບັນ, ລາຍການເພງລາວສະໄໝ, ລາຍງານກ່ຽວກັບວິທະຍາສາດ ແລະເທັກໂນໂລຈີ, ບົດຮຽນພາສາອັງກິດ ແລະປິດທ້າຍລາຍການດ້ວຍບົດບັນນາທິການ.
1/20/202430 minutes
Episode Artwork

ລາຍການກະຈາຍສຽງຂອງວີໂອເອລາວ: ທໍານຽບຂາວ ບໍ່ໃຫ້ຄວາມສຳຄັນ ຕໍ່ການຄັດຄ້ານໃນການສ້າງລັດປາແລັສໄຕນ໌ ຂອງ ທ່ານເນຕັນຢາຮູ - ມັງກອນ ໑໙, ໒໐໒໔

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວສໍາຄັນໃນມື້ນີ້ ມີດັ່ງນີ້: 1. ທໍານຽບຂາວ ບໍ່ໃຫ້ຄວາມສຳຄັນຕໍ່ການຄັດຄ້ານຂອງທ່ານເນຕັນຢາຮູ, 2. ທ່ານເນຕັນຢາຮູ ບອກກັບສະຫະລັດວ່າ ອິສຣາແອລ ຄັດຄ້ານ ກ່ຽວກັບລັດປາແລັສໄຕນ໌, ແລະ 3. ສະຫະລັດກ່າວວ່າ ພວກກໍ່ການຮ້າຍຮູຕີ ຍິງລູກສອນໄຟໃສ່ກໍາປັ່ນນໍ້າມັນຂອງອາເມຣິກັນ.
1/19/202429 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ສະຫະລັດ ໂຈມຕີລູກສອນໄຟ ຂອງພວກກະບົດຮູຕີ ຢູ່ໃນເຢເມນ - ມັງກອນ ໑໘, ໒໐໒໔

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວສໍາຄັນໃນມື້ນີ້ ມີດັ່ງນີ້: 1. ສຫລ ໂຈມຕີລູກສອນໄຟ ຂອງພວກກະບົດຮູຕີ ຢູ່ໃນເຢເມນ, 2. ຢາປົວພະຍາດສໍາລັບຕົວປະກັນ ແລະພົນລະເຮືອນ ມີກຳນົດຈະໄປເຖິງເຂດກາຊາ ລຸນຫຼັງການຕົກລົງ, ແລະ 3. ເຈົ້າໜ້າທີ່ອົງການ WHO ກ່າວວ່າ ລະບົບສາທາລະນະສຸກໃນຂົງເຂດກາຊາກໍາລັງພັງທະລາຍລົງ.
1/18/202430 minutes
Episode Artwork

ລາຍການກະຈາຍສຽງຂອງວີໂອເອລາວ: ສະຫະລັດຢຶດເອົາຊິ້ນສ່ວນຂອງລູກສອນໄຟ ທີ່ຜະລິດໂດຍອີຣ່ານ ໃນການບຸກກວດຄົ້ນ ຢູ່ໃກ້ແຄມຝັ່ງທະເລ ໂຊມາເລຍ - ມັງກອນ ໑໗, ໒໐໒໔

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວສໍາຄັນໃນມື້ນີ້ ມີດັ່ງນີ້: 1. ສຫລ ຢຶດເອົາຊິ້ນສ່ວນຂອງລູກສອນໄຟ ທີ່ຜະລິດໂດຍອີຣ່ານ, 2. ສຫລ 'ຫວັງ' ວ່າ ຈະມີການປ່ອຍໂຕປະກັນຄັ້ງໃໝ່ ທີ່ຖືກຄວບຄຸມໂຕໂດຍກຸ່ມຮາມາສຢູ່ໃນເຂດກາຊາ, ແລະ 3. ສຫລ ຂຶ້ນບັນຊີຄືນໃໝ່ຕໍ່ກຸ່ມຮູຕີຂອງເຢເມນ ໃຫ້ເປັນພວກກໍ່ການຮ້າຍລະດັບໂລກໂດຍສະເພາະ.
1/17/202430 minutes
Episode Artwork

ລາຍການກະຈາຍສຽງຂອງວີໂອເອລາວ: ທ່ານທຣໍາ ຊະນະການເລືອກຕັ້ງພາຍໃນພັກ ທີ່ລັດໄອໂອວາ - ມັງກອນ ໑໖, ໒໐໒໔

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວສໍາຄັນສໍາລັບແລງມື້ນີ້ ມີດັ່ງນີ້: 1. ທ່ານທຣໍາ ຊະນະການເລືອກຕັ້ງພາຍໃນພັກທີ່ລັດໄອໂອວາ, 2. ການໂຈມຕີກາຊາຂອງອິສຣາແອລ ຫຼັງຈາກການປະກາດຂອງລັດຖະມົນຕີປ້ອງກັນປະເທດກ່າວວ່າ ສົງຄາມຈະສິ້ນສຸດລົງໄວໆນີ້, ແລະ 3. ການໂຈມຕີຂອງກຸ່ມຮູຕີ ໃສ່ກຳປັ່ນຂອງສະຫະລັດໃນອ່າວ ເອເດນ.
1/16/202430 minutes
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ທ່ານເນຕັນຢາຮູ ໃຫ້ຄຳໝັ້ນສັນຍາ ຈະສືບຕໍ່ສົງຄາມອິສຣາແອລ ກັບກຸ່ມຮາມາສ ຈົນກວ່າຈະໄດ້ຮັບໄຊຊະນະ - ມັງກອນ ໑໕, ໒໐໒໔

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວສໍາຄັນໃນມື້ນີ້ ມີດັ່ງນີ້: 1. ທ່ານເນຕັນຢາຮູ ໃຫ້ຄຳໝັ້ນສັນຍາ ຈະສືບຕໍ່ສົງຄາມອິສຣາແອລ ກັບກຸ່ມຮາມາສ, 2. ໂຕເລກຜູ້ເສຍຊີວິດຈາກຄວາມຂັດແຍ້ງ ຂອງສົງຄາມອິສຣາແອລ ແລະກຸ່ມຮາມາສ, ແລະ 3. ສະຫະລັດ ຍິງທຳລາຍລູກສອນໄຟ ຂອງກຸ່ມຮູຕີ ໃນການໂຈມຕີຢູ່ທະເລແດງ ຄັ້ງຫຼ້າສຸດ.
1/15/202429 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອລາວ: ອອສເຕຣເລຍ ພິຈາລະນາ ສ້າງກອງກຳລັງບັນເທົາທຸກດ້ານໄພພິບັດ ທ່າມກາງສະພາບອາກາດທີ່ຮຸນແຮງຂຶ້ນ - ມັງກອນ ໑໔, ໒໐໒໔

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ບົດລາຍງານສໍາລັບແລງມື້ນີ້ ມີດັ່ງນີ້: 1. ອອສເຕຣເລຍ ພິຈາລະນາສ້າງກອງກຳລັງບັນເທົາທຸກດ້ານໄພພິບັດ, 2. ເຄິ່ງ​ນຶ່ງ​ຂອງ​ປະ​ຊ​າ​ກອນ​ໂລກ ຈະ​ໄປ​ປ່ອ​ນ​ບັດ​ໃນ​ປີ 2024, 3. ຫົວໜ້າຄ້າຢາເສບຕິດມາເລເຊຍລາຍໃຫຍ່ ຖືກຈັບຢູ່ລາວ ແລະຖືກຢຶດຊັບສິນ ມູນຄ່າປະມານ 2.5 ລ້ານໂດລາ.
1/14/202429 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ ວັນເສົາ ທີ 13 ມັງກອນ 2024. - ມັງກອນ ໑໓, ໒໐໒໔

ສໍາລັບແລງວັນເສົາ ທີ 13 ມັງກອນ ປີ 2024 ນີ້, ທ່ານຈະໄດ້ຮັບຟັງລາຍງານ ຜູ້ຮັບເໝົາ ຊາວໄນຈີເຣຍ ປະນາມການຄອບງໍາຂອງບໍລິສັດຈີນ ໃນທຸລະກິດການກໍ່ສ້າງ, ຕິດຕາມດ້ວຍລາຍການເມືອງລາວໃນປັດຈຸບັນ, ລາຍການເພງລາວສະໄໝ, ລາຍງານກ່ຽວກັບວິທະຍາສາດ ແລະເທັກໂນໂລຈີ, ບົດຮຽນ ພາສາອັງກິດ ແລະປິດທ້າຍລາຍການດ້ວຍບົດບັນນາທິການ.
1/13/202430 minutes
Episode Artwork

ລາຍການກະຈາຍສຽງຂອງວີໂອເອລາວ: ສະຫະລັດ ແລະ ອັງກິດ ຕອບໂຕ້ ດ້ວຍການຖິ້ມລະເບີດຫຼາຍສິບລູກ ໃສ່ເປົ້າໝາຍຂອງພວກຮູຕີ ໃນເຢເມນ - ມັງກອນ ໑໒, ໒໐໒໔

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວສໍາຄັນໃນມື້ນີ້ ມີດັ່ງນີ້: ສຫລ ແລະ ອັງກິດ ຕອບໂຕ້ພວກຮູຕີໃນເຢເມນ, 2. ທ່ານບລິງເກັນ ສິ້ນສຸດການເດີນທາງໄປຕາເວັນອອກກາງຄັ້ງຫຼ້າສຸດ ແລະ ກ່າວວ່າຄວາມຂັດແຍ້ງໃນກາຊາຈະຕ້ອງຢຸດຕິລົງ, ແລະ 3. ອິສຣາແອລ ປະຕິບັດການໂຈມຕີທາງອາກາດ ແລະພາກພື້ນດິນໃສ່ພາກກາງແລະພາກໃຕ້ຂອງແຫຼມກາຊາ.
1/12/202429 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ທ່ານບລິງເກັນ ແລະ ທ່ານຊິສຊີ ຫາລືກ່ຽວກັບສົງຄາມ ອິສຣາແອລ-ຮາມາສ - ມັງກອນ ໑໑, ໒໐໒໔

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວສໍາຄັນໃນມື້ນີ້ ມີດັ່ງນີ້: 1. ທ່ານບລິງເກັນ ແລະ ທ່ານຊິສຊີ ຫາລືກ່ຽວກັບສົງຄາມ ອິສຣາແອລ-ຮາມາສ, 2. ສະພາຄວາມໝັ້ນຄົງສະຫະປະຊາຊາດ ຮຽກຮ້ອງໃຫ້ກຸຸ່ມຮູຕີ ຢຸດຕິການໂຈມຕີ ໃນທະເລແດງ, ແລະ 3. ການໂຈມຕີຂອງອິສຣາແອລ ສັງຫານປະຊາຊົນຫຼາຍສິບຄົນ ໃນພາກກາງ ແລະພາກໃຕ້ຂອງແຫຼມກາຊາ.
1/11/202430 minutes
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ທ. ບລິງເກັນ ກ່າວວ່າ ອິສຣາແອລ ຕົກລົງ ກ່ຽວກັບ ຄະນະປະຕິບັດງານຂອງ ສປຊ ທີ່ຈະປະເມີນສະຖານະການຢູ່ພາກເໜືອຂອງກາຊາ - ມັງກອນ ໑໐, ໒໐໒໔

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວສໍາຄັນສໍາລັບແລງມື້ນີ້ ມີດັ່ງນີ້: 1. ທ. ບລິງເກັນ ກ່າວວ່າ ອິສຣາແອລ ຕົກລົງ ກ່ຽວກັບຄະນະປະຕິບັດງານຂອງ ສປຊ, 2. ສະພາຄວາມໝັັ້ນຄົງ ສປຊ ມີກໍານົດລົງຄະແນນສຽງ ລຸນຫຼັງການໂຈມຕີຂອງກຸ່ມຮູຕີ, ແລະ 3. ທຳນຽບຂາວກ່າວວ່າ ທ່ານໄບເດັນ ບໍ່ໄດ້ສົ່ງສັນຍານໃຫ້ຢຸດຍິງຢູ່ໃນກາຊາ.
1/10/202430 minutes
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ການໂຈມຕີທາງອາກາດຂອງອິສຣາແອລ ສັງຫານຜູ້ບັນຊາການ ຂອງກຸ່ມເຮັສໂບລລາ ໃນເລບານອນ - ມັງກອນ ໐໙, ໒໐໒໔

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວສໍາຄັນໃນມື້ນີ້ ມີດັ່ງນີ້: 1. ການໂຈມຕີທາງອາກາດຂອງອິສຣາແອລ ສັງຫານຜູ້ບັນຊາການຂອງກຸ່ມເຮັສໂບລລາ, 2. ສປຊ ຮຽກຮ້ອງໃຫ້ກຸ່ມຮາມາສ ຮັບຜິດຊອບຕໍ່ການທໍລະມານທາງເພດ ໃນລະຫວ່າງການກໍ່ການຮ້າຍ, ແລະ 3. ເກົາຫຼີເໜືອ ຍິງປືນໃຫຍ່ ໄປໃກ້ເຂດຊາຍແດນທາງທະເລຕິດກັບເກົາຫຼີໃຕ້.
1/9/202429 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ທ່ານບລິງເກັນ ຢ້ຽມຢາມ ສະຫະລັດອາຣັບເອເມີເຣັສ ແລະ ຊາອູດອາຣາເບຍ ທ່າມກາງການກົດດັນເພື່ອສະກັດກັ້ນການຂະຫຍາຍສົງຄາມ - ມັງກອນ ໐໘, ໒໐໒໔

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວສໍາຄັນສໍາລັບແລງມື້ນີ້ ມີດັ່ງນີ້: 1. ທ່ານບລິງເກັນ ຢ້ຽມຢາມ ສະຫະລັດ ອາຣັບ ເອເມີເຣັສ ແລະ ຊາອູດີ ອາຣາເບຍ, 2. ອົງການຂ່າວ ອາລ ຈາຊີຣາ ປະນາມ ການເສຍເສຍຊີວິດຂອງນັກຂ່າວ 2 ຄົນ, ແລະ 3. ທ່ານເຊເລັນສກີ ຮຽກຮ້ອງໃຫ້ມີການຜະລິດອາວຸດຮ່ວມກັນໃນຢູໂຣບ ໃນການປ້ອງກັນຕ້ານຣັດເຊຍ.
1/8/202429 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ປະເທດມາລາວີ ສົ່ງແຮງງານ ໄປອິສຣາແອລ ໃນຂະນະທີ່ບັນດານັກວິຈານ ຮຽກຮ້ອງໃຫ້ມີຄວາມໂປ່ງໃສ - ມັງກອນ ໐໗, ໒໐໒໔

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ບົດລາຍງານສໍາລັບແລງມື້ນີ້ ມີດັ່ງນີ້: 1. ປະເທດມາລາວີ ສົ່ງແຮງງານໄປອິສຣາແອລ ໃນຂະນະທີ່ບັນດານັກວິຈານຮຽກຮ້ອງໃຫ້ມີຄວາມໂປ່ງໃສ, 2. ພິລຸດຂອງຈີນ ສົ່ງຜົນໃຫ້ ຟີລິບປິນ ຂະຫຍາຍການຮ່ວມມື ແລະການມີໜ້າ ຂອງກອງທັບສະຫະລັດ , ແລະ 3. ການສະເຫຼີມສະຫຼອງປີໃໝ່ຂອງຊາວຂະມຸ ໃນລັດຄາລິຟໍເນຍ.
1/7/202430 minutes
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ ວັນທີ 5 ມັງກອນ 2024. - ມັງກອນ ໐໖, ໒໐໒໔

ສໍາລັບແລງມື້ນີ້ ທ່ານຈະໄດ້ຮັບຟັງລາຍງານ ຢູ່ໃນປະເທດອິນເດຍ, ການເຮັດຟາມທາງເລືອກ ຊ່ວຍຊາວອົບພະຍົບ ສ້າງຊີວິດໃໝ່ ຢູ່ໃນຊົນນະບົດ, ຕິດຕາມດ້ວຍລາຍການເມືອງລາວໃນປັດຈຸບັນ, ລາຍການເພງລາວສະໄໝ, ລາຍງານກ່ຽວກັບວິທະຍາສາດ ແລະເທັກໂນໂລຈີ, ບົດຮຽນ ພາສາອັງກິດ ແລະປິດທ້າຍລາຍການດ້ວຍບົດບັນນາທິການ.
1/6/202430 minutes
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ກຸ່ມລັດອິສລາມ ໄດ້ອ້າງເອົາຄວາມຮັບຜິດຊອບ ໃນເຫດລະເບີດ ຢູ່ອີຣ່ານ ທີ່ໄດ້ສັງຫານ 84 ຄົນ - ມັງກອນ ໐໕, ໒໐໒໔

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວສໍາຄັນໃນມື້ນີ້ມີ: 1. ກຸ່ມລັດອິສລາມ ໄດ້ອ້າງເອົາຄວາມຮັບຜິດຊອບໃນເຫດລະເບີດຢູ່ອີຣ່ານ, 2. ທ່ານບລິງເກັນ ເດີນທາງໄປພາກຕາເວັນອອກກາງ ຂະນະທີ່ຄວາມສ່ຽງຕໍ່ການເກີດບັນຫາຂັດແຍ້ງເພີ້ມຂຶ້ນ, ແລະ 3. ລັດຖະມົນຕີກະຊວງປ້ອງກັນປະເທດອິສຣາແອລ ປະກາດ ກ່ຽວກັບຂັ້ນຕອນໃໝ່ຂອງສົງຄາມ.
1/5/202430 minutes
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ອິສຣາແອລ ໂຈມຕີແຫຼມກາຊາ ລຸນຫຼັງໄດ້ສັງຫານ ຜູ້ນໍາອະວຸໂສຂອງກຸ່ມຮາມາສ - ມັງກອນ ໐໔, ໒໐໒໔

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວສໍາຄັນໃນມື້ນີ້ ມີດັ່ງນີ້: 1. ອິສຣາແອລ ໂຈມຕີແຫຼມກາຊາ, 2. ທ່ານບລິງເກັນ ມຸ່ງໜ້າໄປຕາເວັນອອກກາງ, ແລະ 3. ສານສູງຂອງສະຫະປະຊາຊາດ ຈະພີຈາລະນາຄໍາຮ້ອງ ກ່ຽວກັບ ຄະດີຂ້າລ້າງເຜົ່າພັນ ຕໍ່ ອິສຣາແອລ ໃນອາທິດໜ້າ.
1/4/202429 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ກຸ່ມຮາມາສກ່າວວ່າ ການໂຈມຕີດ້ວຍໂດຣນ ຂອງອິສຣາແອລ ສັງຫານຜູ້ນຳອະວຸໂສຂອງຕົນ ໃກ້ກັບນະຄອນຫຼວງເບຣຸດ ຂອງເລບານອນ - ມັງກອນ ໐໓, ໒໐໒໔

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວສຳຄັນສຳລັບແລງມື້ນີ້ ມີດັ່ງນີ້: 1. ກຸ່ມຮາມາສກ່າວວ່າ ການໂຈມຕີດ້ວຍໂດຣນຂອງອິສຣາແອລ ສັງຫານຜູ້ນຳອະວຸໂສຂອງຕົນ, 2. ມີການໂຈມຕີທີ່ເພີ້ມຂຶ້ນ ໂດຍແນເປົ້າໝາຍໃສ່ເມືອງສຳຄັນຂອງຊາວເຄີດ, ແລະ 3. ສະພາຄວາມໝັ້ນຄົງ ສປຊ ຈະຈັດກອງປະຊຸມສຸກເສີນ ເພື່ອຫາລືກ່ຽວກັບບັນຫາໃນທະເລແດງ.
1/3/202429 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ມີຢ່າງໜ້ອຍ 48 ຄົນເສຍຊີວິດ ຈາກແຜ່ນດິນໄຫວຮຸນແຮງໃນ ຍີ່ປຸ່ນ - ມັງກອນ ໐໒, ໒໐໒໔

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວສໍາຄັນໃນມື້ນີ້ ມີດັ່ງນີ້: 1. ຢ່າງນ້ອຍ 48 ຄົນເສຍຊີວິດ ຈາກແຜ່ນດິນໄຫວຮຸນແຮງ ໃນຍີ່ປຸ່ນ, 2. ກອງທັບອິສຣາແອລ ສົ່ງສັນຍານກ່ຽວກັບໄລຍະໃໝ່ໃນການບຸກໂຈມຕີເຂດກາຊາ, ແລະ 3. ສານສູງສຸດຂອງອິສຣາແອລ ຍົກເລີກອົງປະກອບທີ່ສຳຄັນຂອງການປັບປຸງຂະບວນການຍຸດຕິທຳແບບແບ່ງຝ່າຍ.
1/2/202429 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ກຸ່ມຮາມາສ ຍິງລູກຈະຫຼວດ ໂຈມຕີໃສ່ອິສຣາແອລ ໃນຂະນະທີ່ ກອງກຳລັງອິສຣາແອລ ໂຈມຕີທາງອາກາດ ໃສ່ເຂດກາຊາ - ມັງກອນ ໐໑, ໒໐໒໔

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວສຳຄັນສຳລັບແລງມື້ນີ້ ມີດັ່ງນີ້: 1. ກຸ່ມຮາມາສ ຍິງລູກຈະຫຼວດ ໂຈມຕີໃສ່ອິສຣາແອລ, 2. ສະຫະລັດ ຂັບໄລ່ພວກກະບົດຮູຕີ ທີ່ທໍາການໂຈມຕີ ຂະບວນເຮືອສາກົນ ໃນຂົງເຂດທະເລແດງ, ແລະ 3. ຢູເຄຣນ ແລະ ຣັດເຊຍ ເລີ້ມຕົ້ນປີໃໝ່ ດ້ວຍການດຳເນີນການບຸກໂຈມຕີ.
1/1/202430 minutes
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ປະທານາທິບໍດີ ເອີດວນ ຂອງເທີກີ ໃຊ້ອຳນາດການເລືອກຕັ້ງຄັ້ງໃໝ່ ເພື່ອໃຫ້ເປັນຜູ້ນໍາລະດັບພາກພື້ນ - ທັນວາ ໓໑, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ບົດລາຍງານສໍາລັບແລງມື້ນີ້ມີດັ່ງນິ້: 1. ປະທານາທິບໍດີຂອງເທີກີ ໃຊ້ອຳນາດການເລືອກຕັ້ງຄັ້ງໃໝ່, 2. ບັນ​ຫາ​ຂັດ​ແຍ້ງ​ຕ່າງໆ ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ຮ້າຍ​ແຮງ​ ໃຫ້​ແກ່​ນັກ​ຂ່າວ​ສົງ​ຄາມ, ແລະ 3. ລາວ ສາມາດໃຊ້ໂອກາດໃນການເປັນປະທານອາຊຽນ ເພື່ອດຸ່ນດ່ຽງສາຍພົວພັນກັບປະເທດເພື່ອນບ້ານ.
12/31/202329 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ ວັນທີ 30 ທັນວາ 2023 - ທັນວາ ໓໐, ໒໐໒໓

ສໍາລັບແລງມື້ນີ້ ທ່ານຈະໄດ້ຮັບຟັງລາຍງານ ການສະເຫຼີມ ສະຫຼອງວັນສົ່ງທ້າຍປີເກົ່າ ຫຼື New Year Eve ຂອງຄົນລາວໃນຫຼາຍໆພາກພື້ນໃນທົ່ວໂລກ, ຕິດຕາມດ້ວຍລາຍການເມືອງລາວໃນປັດຈຸບັນ ແລະ ລາຍການອື່ນໆ ຂອງທາາງສະຖານີ ຕາມລຳດັບ. ອັນດັບຕໍ່ໄປ ຂໍເຊີນທ່ານຕິດຕາມຮັບຟັງລາຍການທີ່ໜ້າສົນໃຈຂອງທາງສະຖານີ ສໍາລັບແລງວັນເສົາ ທີ 30 ທັນວາ ນີ້.
12/30/202330 minutes
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ອິສຣາແອລຍັງສືບຕໍ່ທຳການໂຈມຕີທາງອາກາດ ແລະປະຕິບັດງານທາງພາກພື້ນດິນ ໃນພາກກາງແລະພາກໃຕ້ ຂອງເຂດກາຊາ. - ທັນວາ ໒໙, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວໍສາຄັນໃນມື້ນີ້ມີ: 1. ອິສຣາແອລຍັງສືບຕໍ່ທຳການໂຈມຕີທາງອາກາດ ແລະປະຕິບັດງານທາງພາກພື້ນດິນ, 2. ປະທານາທິບໍດີໄບເດັນ ກ່າວວ່າ ຈູດິດ ວາຍສະໄຕນ໌ ຄົນອາເມຣິກັນໄດ້ຖືກຂ້າຕາຍ, ແລະ 3. ສະຫະລັດລົງໂທດຕໍ່ຕາໜ່າງແລກເງິນ ທີ່ມີຄວາມສຳພັນ ເຊື່ອ ໂຍງກັບກຸ່ມກະບົດຮູຕີ.
12/29/202329 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ອິສຣາແອລ ໂຈມຕີທາງອາກາດ ຢ່າງໜັກໜ່ວງ ໃສ່ ພາກກາງ ແລະພາກໃຕ້ ຂອງແຫຼມກາຊາ - ທັນວາ ໒໘, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວສໍາຄັນໃນມື້ນີ້ມີດັ່ງນີ້:1. ອິສຣາແອລ ໂຈມຕີທາງອາກາດ ຢ່າງໜັກໜ່ວງ ໃສ່ ພາກກາງ ແລະພາກໃຕ້ ຂອງແຫຼມກາຊາ, 2. ທ່ານ ໄບເດັນ ພະຍາຍາມຕໍ່ສູ້ ເພື່ອຄວບຄຸມສົງຄາມ ລະຫວ່າງອິສຣາແອລ ແລະ ກຸ່ມຮາມາສ, ແລະ 3. ສະຫະລັດ ປະກາດການຊ່ວຍເຫຼືອທາງທະຫານຄັ້ງຫຼ້າສຸດໃຫ້ແກ່ຢູເຄຣນ.
12/28/202330 minutes
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ອິສຣາແອລ ວາງແຜນທີ່ຈະຂະຫຍາຍການສູ້ລົບຢູ່ໃນກາຊາ ເຮັດໃຫ້ເກີດຄວາມວິຕົກກັງວົນ - ທັນວາ ໒໗, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວສໍາຄັນໃນມື້ນີ້ມີດັ່ງນີ້: 1. ອິສຣາແອລ ວາງແຜນທີ່ຈະຂະຫຍາຍການສູ້ລົບຢູ່ໃນກາຊາ ເຮັດໃຫ້ເກີດຄວາມວິຕົກກັງວົນ, 2. ອົງການສະຫະປະຊາຊາດແຕ່ງຕັ້ງຜູ້ປະສານງານ ດ້ານມະນຸດສະທຳ ໃນເຂດກາຊາ, ແລະ 3. ຣັດເຊຍໂຈມຕີ ຢູເຄຣນ ດ້ວຍເຮືອບິນບໍ່ມີຄົນຂັບ ຫຼື ໂດຣນ 46 ລຳ.
12/27/202329 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ທ່ານເນຕັນຢາຮູ ປະຕິຍານວ່າ ຈະຂະຫຍາຍສົງຄາມ​ຕໍ່ກຸ່ມຮາມາສ, ໃນຂະນະທີ່ ຕົວເລກຜູ້ເສຍຊີວິດ ໃນເຂດກາຊາ ເພີ້ມຂຶ້ນ - ທັນວາ ໒໖, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວສໍາຄັນສໍາລັບແລງມື້ນີ້ມີດັ່ງນີ້: 1. ທ່ານເນຕັນຢາຮູ ປະຕິຍານວ່າ ຈະຂະຫຍາຍສົງຄາມ​ຕໍ່ກຸ່ມຮາມາສ, 2. ສຫລ ໂຈມຕີກຸ່ມທະຫານບ້ານທີ່ໜຸນຫຼັງໂດຍອີຣ່ານ ຫຼັງຈາກຖານທັບອາກາດໃນອີຣັກຖືກໂຈມຕີ, ແລະ 3. ການໂຈມຕີທາງອາກາດຂອງອິສຣາແອລໃນຊີເຣຍ ສັງຫານນາຍພົນລະດັບສູງຄົນນຶ່ງຂອງອີຣ່ານ.
12/26/202330 minutes
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ເຈົ້າໜ້າທີ່ສາທາລະນະສຸກ ກ່າວວ່າ ການໂຈມຕີທາງອາກາດ ໃນເຂດກາຊາ ເຮັດໃຫ້ມີຜູ້ເສຍຊີວິດ 70 ຄົນ - ທັນວາ ໒໕, ໒໐໒໓

ຫົວຂໍ້ຂ່າວທີ່ສຳຄັນສຳລັບມື້ນີ້ມີດັ່ງນີ້: 1. ເຈົ້າໜ້າທີ່ສາທາລະນະສຸກກ່າວວ່າ ການໂຈມຕີທາງອາກາດ ໃນເຂດກາຊາ ມີຜູ້ເສຍຊີວິດ 70 ຄົນ, 2. ຢູເຄຣນລາຍງານວ່າ ຍິງເຮືອບິນບໍ່ມີຄົນຂັບຂອງ ຣັດເຊຍ ຕົກ 28 ລໍາ, ແລະ 3. ພະສັນຕະປາປາ ເປັນປະທານໃນພິທີທາງສາດສະໜາ ໃນຄືນກ່ອນວັນຄຣິສມາສ ແລະກ່າວໂອວາດວ່າ 'ຫົວໃຈຂອງພວກເຮົາຢູ່ທີເບັດເລີແຮມ.'
12/25/202330 minutes
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ການສະຫຼອງຄືນກ່ອນວັນຄຣິສມາສ ຫຼື Christmas Eve ຂອງຊາວລາວ ໃນສະຫະລັດ ແລະ ສະວິດເຊີແລນ - ທັນວາ ໒໔, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ບົດລາຍງານສໍາລັບແລງມື້ນີ້ມີດັ່ງນີ້: 1. ການສະຫຼອງຄືນກ່ອນວັນຄຣິສມາສ ຂອງຊາວລາວ ໃນສະຫະລັດ ແລະ ສະວິດເຊີແລນ, 2. ກຳ​ລັງ​ສະ​ຫະ​ລັດ ໃນ​ພາກ​ຕາ​ເວັນ​ອອກ​ກາງ ຖືກ​ໂຈມ​ຕີ​ເພີ້ມ​ຂຶ້ນ, ແລະ 3. ນັກອອກແບບເສື້ອຜ້າລາວທັງຢູ່ໃນ ແລະຕ່າງປະເທດ ຮ່ວມກັນຈັດງານເດີນແບບເຄື່ອງນຸ່ງ ຢູ່ທີ່ປາຣີ.
12/24/202330 minutes
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ ວັນທີ 23 ທັນວາ 2023. - ທັນວາ ໒໓, ໒໐໒໓

ສໍາລັບແລງມື້ນີ້ ທ່ານຈະໄດ້ຮັບຟັງລາຍງານ ປີແຫ່ງການຍົກຍ້າຍຖິ່ນຖານ ແລະຄວາມເຄັ່ງຕຶງຂອງຊາວຈີນ ຢູ່ໃນສະຫະລັດ, ຕິດຕາມດ້ວຍລາຍການເມືອງລາວໃນປັດຈຸບັນ, ລາຍການເພງລາວສະໄໝ, ລາຍງານກ່ຽວກັບວິທະຍາສາດ ແລະເທັກໂນໂລຈີ, ບົດຮຽນ ພາສາອັງກິດ ແລະປິດທ້າຍລາຍການດ້ວຍບົດບັນນາທິການ.
12/23/202330 minutes
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ມີຄວາມອຶດຢາກຮຸນແຮງຢູ່ໃນຂົງເຂດກາຊາ ໃນຂະນະທີ່ການຕໍ່ສູ້ ລະຫວ່າງ ອິສຣາແອລ ແລະ ກຸ່ມຮາມາສ ທະວີຂຶ້ນຕື່ມ - ທັນວາ ໒໒, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວສໍາຄັນສໍາລັບແລງມື້ນີ້ມີດັ່ງນີ້: 1. ມີຄວາມອຶດຢາກຮຸນແຮງຢູ່ໃນຂົງເຂດກາຊາ, 2. ຢູເຄຣນ ຍິງໂດຣນ 24 ລໍາ ໃນຈຳນວນ 28 ລໍາ ຕົກ ທີ່ລັດເຊຍສົ່ງເຂົ້າໄປໂຈມຕີກີຢິບ, ແລະ 3. ເຈົ້າໜ້າທີ່ຕໍາຫຼວດກ່າວວ່າ ມີຜູ້ເສຍຊີວິດຢ່າງໜ້ອຍ 15 ຄົນ ຈາກເຫດການຍິງກັນໃນນະຄອນຫຼວງປຣາກ.
12/22/202329 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ເລື່ອນການລົງຄະແນນສຽງ ຕໍ່ມະຕິການຊ່ວຍເຫຼືອ ເພື່ອຂໍການສະໜັບສະໜູນ ຈາກສະຫະລັດ - ທັນວາ ໒໑, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວສໍາຄັນໃນມື້ນີ້ມີດັ່ງນີ້: 1. ສະພາຄວາມໝັ້ນຄົງ ສປຊ ເລື່ອນການລົງຄະແນນສຽງຕໍ່ມະຕິການຊ່ວຍເຫຼືອ, 2. ຢູເຄຣນກ່າວວ່າ ການໂຈມຕີຂອງຣັດເຊຍໃສ່ເມືອງເຄີຊອນ ເຮັດໃຫ້ມີຜູ້ບາດເຈັບ 9 ຄົນ, ແລະ 3. ສະມາຊິກສະພາ ສຫລ ຍັງສືບຕໍ່ເຈລະຈາ ກ່ຽວກັບຂໍ້ຕົກລົງ ການຊ່ວຍເຫຼືອໃຫ້ແກ່ຢູເຄຣນ.
12/21/202329 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ສະພາຄວາມໝັ້ນຄົງສະຫະປະຊາຊາດ ເລື່ອນການລົງຄະແນນສຽງກ່ຽວກັບການຮຽກຮ້ອງໃຫ້ເຂົ້າຫາກາຊາໄດ້ຢ່າງກວ້າງຂວາງ ໃນດ້ານມະນຸດສະທຳ - ທັນວາ ໒໐, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວສໍາຄັນໃນມື້ນີ້ມີດັ່ງນີ້: 1. ສະພາຄວາມໝັ້ນຄົງ ສະຫະປະຊາຊາດ ເລື່ອນການລົງຄະແນນສຽງກ່ຽວກັບການຮຽກຮ້ອງເຂົ້າຫາກາຊາ, 2. ສະຫະປະຊາຊາດ ເວົ້າວ່າ ເຂດກາຊາແມ່ນສະຖານທີ່ໆອັນຕະລາຍທີ່ສຸດໃນໂລກ, ແລະ 3. ສຫລ ວາງແຜນທີ່ຈະເສີມສ້າງອຳນາດການປົກຄອງຂອງປາແລັສໄຕນ໌ ໃນກາຊາ.
12/20/202329 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ສະພາຄວາມໝັ້ນຄົງ ຂອງອົງການສະຫະປະຊາຊາດ ຈະລົງຄະແນນສຽງ ເພື່ອຮຽກຮ້ອງໃຫ້ມີການຢຸດຍິງຊົ່ວຄາວດ້ານມະນຸດສະທຳ ໃນກາຊາ - ທັນວາ ໑໙, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວສໍາຄັນໃນມື້ນີ້ມີດັ່ງນີ້: 1. ສະພາຄວາມໝັ້ນຄົງ ຂອງອົງການ ສປຊ ຈະລົງຄະແນນສຽງ ເພື່ອຮຽກຮ້ອງໃຫ້ມີການຢຸດຍິງ, 2. ທ. ເຊເລັນສກີ ຍົກຍ້ອງມາດຕະການລົງໂທດຮອບໃໝ່ ຄັ້ງທີ 12 ຕໍ່ຣັດເຊຍ ຂອງ EU, ແລະ 3. ສະມາຊິກສະພາ ສຫລ ຍັງຈະເຈລະຈາກັນ ກ່ຽວກັບຂໍ້ຕົກລົງການຊ່ວຍເຫຼືອຢູເຄຣນ.
12/19/202329 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ຄວາມຮຽກຮ້ອງ ສຳລັບການຢຸດຍິງ ດ້ານມະນຸດສະທຳໃນ ກາຊາ ໄດ້ຮັບການຜັກດັນຄັ້ງໃໝ່ - ທັນວາ ໑໘, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວສໍາຄັນໃນມື້ນີ້ມີ: 1. ຄວາມຮຽກຮ້ອງ ສຳລັບການຢຸດຍິງ ດ້ານມະນຸດສະທຳໃນ ກາຊາ ໄດ້ຮັບການຜັກດັນຄັ້ງໃໝ່, 2. ອິສຣາແອລ ຄົ້ນພົບ 'ອຸໂມງທີ່ໃຫຍ່ທີ່ສຸດ ຂອງກຸ່ມຮາມາສ' ໃກ້ກັບຊາຍແດນເຂດກາຊາ, ແລະ 3. ຜູ້ບັນຊາການທະຫານ ອິສຣາແອລ ກ່າວວ່າ ມີຜູ້ຖືກຈັບກຸມຫຼາຍກວ່າ 1,000 ຄົນໃນ ກາຊາ.
12/18/202329 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ສະຫະລັດ ແລະ ຈີນ ພະຍາຍາມຜ່ອນຄາຍຄວາມເຄັ່ງຕຶງ ໃນຂະນະທີ່ໄຕ້ຫວັນ ຍັງຄົງເປັນຈຸດທີ່ຮ້ອນແຮງ - ທັນວາ ໑໗, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ບົດລາຍງານສໍາລັບແລງມື້ນີ້ມີດັ່ງນີ້: 1. ສະຫະລັດ ແລະ ຈີນ ພະຍາຍາມຜ່ອນຄາຍຄວາມເຄັ່ງຕຶງ, 2. ຄວາມ​ສຳ​ພັນ ​ລະ​ຫ​ວ່າງ ເອັ​ສ​ວາ​ທີ​ນີ ແລະໄຕ້​ຫວັນ ແມ່ນ​ພິ​ເສດ, ແລະ 3. ລາວ ຈະສະແດງໃຫ້ສາກົນເຫັນໄດ້ແນວໃດວ່າຕົນມີທ່າທີເປັນກາງ ຕໍ່ບັນຫາຢູ່ທະເລຈີນໃຕ້ເມື່ອເປັນປະທານອາຊຽນປີ 2024 ນີ້.
12/17/202330 minutes
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ ວັນທີ 16 ທັນວາ 2023 - ທັນວາ ໑໖, ໒໐໒໓

ສໍາລັບແລງມື້ນີ້ ທ່ານຈະໄດ້ຮັບຟັງລາຍງານ ອົງການເນໂຕ້ ຂະຫຍາຍໂຕອອກໃນປີ 2023, ແຕ່ກຳນົດເວລາຂອງການເຂົ້າເປັນສະມາຊິກຂອງຢູເຄຣນ ຍັງມີບັນຫາ ຕິດຕາມດ້ວຍລາຍການເມືອງລາວໃນປັດຈຸບັນ, ລາຍການເພງລາວສະໄໝ, ລາຍງານກ່ຽວກັບວິທະຍາສາດ ແລະເທັກໂນໂລຈີ, ບົດຮຽນ ພາສາອັງກິດ ແລະປິດທ້າຍລາຍການດ້ວຍບົດບັນນາທິການ.
12/16/202330 minutes
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ລັດຖະມົນຕີກະຊວງປ້ອງກັນປະເທດອິສຣາແອລກ່າວວ່າ ຈະໃຊ້ເວລາຫຼາຍເດືອນ ເພື່ອເອົາຊະນະກຸ່ມຮາມາສ ໃນເຂດກາຊາ - ທັນວາ ໑໕, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວສຳຄັນສຳລັບແລງມື້ນີ້ ມີດັ່ງນີ້: 1. ອິສຣາແອລກ່າວວ່າ ຈະໃຊ້ເວລາດົນເພື່ອເອົາຊະນະກຸ່ມຮາມາສ, 2. ທ່ານ ປູຕິນກ່າວວ່າ ຈະບໍ່ມີສັນຕິພາບໃນຢູເຄຣນ ຈົນກວ່າຣັດເຊຍຈະບັນລຸເປົ້າໝາຍ, ແລະ 3. ມົສກູຕ້ອງການ “ບັນລຸຂ້ຕົກລົງ” ເພື່ອສົ່ງນັກຂ່າວອາເມຣິກັນກັບຄືນບ້ານ.
12/15/202329 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ເຈົ້າໜ້າທີ່ ສະຫະລັດ ຈະຫາລື ກ່ຽວກັບ ການປົກປ້ອງພົນລະເຮືອນ ປາແລັສໄຕນ໌ ໃນການຢ້ຽມຢາມ ອິສຣາແອລ - ທັນວາ ໑໔, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວທີ່ສຳຄັນສຳລັບມື້ນີ້ມີດັ່ງນີ້: 1. ເຈົ້າໜ້າທີ່ ສະຫະລັດ ຈະຫາລື ກ່ຽວກັບ ການປົກປ້ອງພົນລະເຮືອນປາແລັສໄຕນ໌, 2. ທຳນຽບຂາວ ບໍ່ສະແດງຄວາມຄິດເຫັນ ຕໍ່ການກ່າວຂອງທ່ານໄບເດັນ, ແລະ 3. ສະພາຕ່ຳ ສະຫະລັດ ອະນຸມັດການສືບສວນເພື່ອຟ້ອງຮ້ອງຕໍ່ ທ່ານໄບເດັນ.
12/14/202329 minutes, 58 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ຂະນະຢູ່ຢ່າງໂດດດ່ຽວ ຈາກນາໆຊາດ ທ່ານໄບເດັນ ໄດ້ກ່າວຖະແຫລງໂຕ້ແຍ້ງຕໍ່ ທ່ານເນທັນຢາຮູ ນາຍົກລັດຖະມົນຕີອິສຣາແອລ - ທັນວາ ໑໓, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວສໍາຄັນໃນມື້ນີ້: 1.ທ່ານໄບເດັນ ໄດ້ກ່າວຖະແຫລງໂຕ້ແຍ້ງ ຕໍ່ ທ່ານເນທັນຢາຮູ ນາຍົກລັດຖະມົນຕີອິສຣາແອລ, 2. ປະ​ຊາ​ຄົມ​ສາ​ກົນ ຮຽກ​ຮ້ອງ​ການ​ຢຸດ​ຍິງ ​ໃນ ກາ​ຊາ ຢ່າງ​ຖ້ວມ​ລົ້ນ, ແລະ 3. ການໂຈມຕີດ້ວຍລູກສອນໄຟຂອງຣັດເຊຍ ແນໃສ່ ກີຢິບ.
12/13/202329 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ສະມັດຊາໃຫຍ່ສະຫະປະຊາຊາດ ຈະລົງມະຕິ ຮຽກຮ້ອງໃຫ້ອິສຣາແອລ ແລະ ກຸ່ມຮາມາສ ຢຸດຍິງ - ທັນວາ ໑໒, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວສໍາຄັນໃນມື້ນີ້ ມີດັ່ງນີ້: 1. ສະມັດຊາໃຫຍ່ ສປຊ ຈະລົງມະຕິຮຽກຮ້ອງໃຫ້ອິສຣາແອລ ແລະ ກຸ່ມຮາມາສ ຢຸດຍິງ, 2. ປ. ເຊເລນສ໌ກີ ຈະພົບປະກັບ ປ. ໄບເດັນ ແລະບັນດາສະມາຊິກສະພາ ສຫລ, ແລະ 3. ສານສູງສຸດ ໄດ້ຖືກຮ້ອງຂໍໃຫ້ຕັດສິນວ່າ ທ່ານທຣໍາ ໄດ້ຮັບການຄຸ້ມກັນ ຈາກການດຳເນີນຄະດີ ຫຼືບໍ່.
12/12/202329 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ອິສຣາແອລ ລົ້ມແຫຼວທີ່ຈະປົກປ້ອງພົນລະເຮືອນໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້ - ທັນວາ ໑໑, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວສໍາຄັນໃນມື້ນີ້ມີ: 1. ອິສຣາແອລ ລົ້ມແຫຼວທີ່ຈະປົກປ້ອງພົນລະເຮືອນໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້, 2. ມີຄວາມຮຸນແຮງເພີ້ມຂຶ້ນ ລະຫວ່າງອິສຣາແອລ ແລະ ກຸ່ມເຮັສໂບລລາ ຂອງເລບານອນ, ແລະ 3. ຢູເຄຣນ ກ່າວວ່າ ການໂຈມຕີດ້ວຍລູກສອນໄຟຂອງ ຣັດເຊຍ ແນເປົ້າໃສ່ ນະຄອນຫຼວງ ກີຢິບ.
12/11/202330 minutes
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ໄຊຊະນະ ແລະ ຄວາມພ່າຍແພ້ ທີ່ຍິ່ງໃຫຍ່ ໃນປີ 2023 ຂອງວາລະສີຂຽວ ຂອງທ່ານໄບເດັນ - ທັນວາ ໑໐, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ບົດລາຍງານສໍາລັບແລງມື້ນີ້ ມີດັ່ງນີ້: 1. ໄຊຊະນະ ແລະ ຄວາມພ່າຍແພ້ ທີ່ຍິ່ງໃຫຍ່ ຂອງທ່ານໄບເດັນ, 2. ຫຼັງ​ຈາກ​ການ​ເຖິງ​ແກ່​ອະ​ສັນ​ຍະ​ກຳ ຂອງ​ທ່ານ​ແມນ​ເດ​ລາ ອາ​ຟ​ຣິ​ກາ​ໃຕ້ ຕົກ​ຢູ່​ໃນ​ສະ​ພາບ​ທີ່​ຊຸດ​ໂຊມ, ແລະ 3. ຄວາມຂັດແຍ້ງໃນມຽນມາ ຈະເຮັດໃຫ້ລາວມີທັງໂອກາດ ແລະສິ່ງທ້າທາຍຫຼາຍ.
12/10/202330 minutes
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ ວັນທີ 09 ທັນວາ 2023 - ທັນວາ ໐໙, ໒໐໒໓

ສໍາລັບແລງມື້ນີ້ ທ່ານຈະໄດ້ຮັບຟັງລາຍງານ ກອງປະຊຸມສຸດຍອດດ້ານດິນຟ້າອາກາດ COP28 ຮ້ອນແຮງ ທ່າມກາງຂໍ້ກ່າວຫາເລື້ອງການພະຍາຍາມໂນ້ມນ້າວກ່ຽວກັບນໍ້າມັນ ຕິດຕາມດ້ວຍລາຍການເມືອງລາວໃນປັດຈຸບັນ, ລາຍການເພງລາວສະໄໝ, ລາຍງານກ່ຽວກັບວິທະຍາສາດ ແລະເທັກໂນໂລຈີ, ບົດຮຽນ ພາສາອັງກິດ ແລະປິດທ້າຍລາຍການດ້ວຍບົດບັນນາທິການ.
12/9/202330 minutes
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ເກີດການສູ້ລົບກັນຢ່າງໜັກ ລະຫວ່າງອິສຣາແອລ ແລະກຸ່ມຮາມາສ ທີ່ ເມືອງໃຫຍ່ສຸດ ຂອງເຂດກາຊາ - ທັນວາ ໐໘, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວສຳຄັນສຳລັບແລງມື້ນີ້ມີດັ່ງນີ້: 1. ເກີດການສູ້ລົບກັນຢ່າງໜັກ ລະຫວ່າງອິສຣາແອລ ແລະກຸ່ມຮາມາສ ທີ່ ເມືອງໃຫຍ່ສຸດ ຂອງເຂດກາຊາ, 2. ການປະຕິບັດງານ ຂອງອົງການສະຫະປະຊາຊາດ ຢູ່ໃນເຂດກາຊາ ໄດ້ປະສົບກັບອຸບປະສັກ, ແລະ 3. ຍີ່ປຸ່ນ ສັນຍາຈະໃຫ້ການຊ່ວຍເຫຼືອ ແກ່ຢູເຄຣນ 4.5 ຕື້ໂດລາ.
12/8/202329 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ອິສຣາແອລ ແລະ ກຸ່ມຮາມາສ ສູ້ກັນເຮືອນຕໍ່ເຮືອນ ໃນເມືອງ ຄານ ຢູນິສ ທາງພາກໃຕ້ຂອງເຂດ ກາຊາ - ທັນວາ ໐໗, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວສໍາຄັນໃນມື້ນີ້ມີ: 1. ອິສຣາແອລ ແລະ ກຸ່ມຮາມາສ ສູ້ກັນເຮືອນຕໍ່ເຮືອນ ໃນເມືອງ ຄານ ຢູນິສ, 2. ຫົວໜ້າອົງການ ສປຊ ເຕືອນວ່າ ເຂດກາຊາ ອາດປະເຊີນກັບການພັງລົງ ໃນຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ແລະ 3. ຢູເຄຣນ ກ່າວວ່າ ໂດຣນຂອງ ຣັດເຊຍ ໂຈມຕີເມືອງທ່າເຮືອ ໂອເດຊາ.
12/7/202330 minutes
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ສົງຄາມລະຫວ່າງ ອິສຣາແອລ ແລະ ຮາມາສ ເລີ້ມຄືນອີກ ຢູ່ໃນພາກໃຕ້ຂອງກາຊາ - ທັນວາ ໐໖, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວສໍາຄັນໃນມື້ນີ້ມີ: 1. ສົງຄາມລະຫວ່າງ ອິສຣາແອລ ແລະ ຮາມາສ ເລີ້ມຄືນອີກ ຢູ່ໃນພາກໃຕ້ຂອງກາຊາ, 2. ວໍຊິງຕັນ ວາງຂໍ້ຫ້າມດ້ານວີຊາໃໝ່ ຕໍ່ພວກຜູ້ຕັ້ງຖິ່ນຖານຫົວຮຸນແຮງ ອິສຣາແອລ, 3. ສົງຄາມຢູ່ໃນກາຊາ ແບ່ງແຍກ ຄວາມຄິດເຫັນ ຂອງຊາວອາເມຣິກັນ.
12/6/202329 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ອິສຣາແອລ ສັ່ງໃຫ້ອົບພະຍົບປະຊາຊົນ ອອກຈາກເມືອງ ທີ່ໃຫຍ່ອັນດັບສອງ ຂອງເຂດກາຊາ - ທັນວາ ໐໕, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວສຳຄັນ ສຳລັບແລງມື້ນີ້ ມີດັ່ງນີ້: 1. ອິສຣາແອລ ສັ່ງໃຫ້ອົບພະຍົບປະຊາຊົນ ອອກຈາກເມືອງໃນເຂດກາຊາ, 2. ຫົວໜ້າອົງການ ສປຊ ວິຕົກກັງວົນ ເຖິງການຟື້ນຟູ ແລະການແຜ່ຂະຫຍາຍ ການສູ້ລົບໃນເຂດກາຊາ, ແລະ 3. ຄະນະກຳມະການອົງການ WHO ຈະຈັດປະຊຸມສຸກເສີນ ກ່ຽວກັບດ້ານສຸຸຂະພາບ ໃນເຂດກາຊາ.
12/5/202329 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ອິສຣາແອລ ສັ່ງການອົບພະຍົບໃນເມືອງທີ່ໃຫຍ່ທີ່ສຸດເປັນອັນດັບສອງຂອງ ກາຊາ - ທັນວາ ໐໔, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວທີ່ສຳຄັນສຳລັບມື້ນີ້ມີດັ່ງນີ້: 1. ອິສຣາແອລ ສັ່ງການອົບພະຍົບໃນເມືອງທີ່ໃຫຍ່ທີ່ສຸດເປັນອັນດັບສອງຂອງ ກາຊາ, 2. ໄອຍະການສານອາຍາສາກົນເວົ້າວ່າ ອິສຣາແອລ ຕ້ອງເຄົາລົບກົດໝາຍສາກົນ, ແລະ 3. ກຸ່ມກະບົດ ຮູຕີ ໂຈມຕີກຳປັ່ນລົບ ສະຫະລັດ ແລະ ກຳປັ່ນການຄ້າໃນທະເລແດງ.
12/4/202329 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ສູນ America House ເປີດ ໃນເມືອງໂອເດຊາ ເຖິງແມ່ນວ່າ ຈະມີສົງຄາມຢ່າງຕໍ່ເນື່ອງໃນຢູເຄຣນ - ທັນວາ ໐໓, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ບົດລາຍງານໃນມື້ນີ້ມີ: 1. ສູນ America House ເປີດ ໃນເມືອງໂອເດຊາ, 2. ນາຍົກຂອງມາເລເຊຍ ໄດ້ຮັບການທົບທວນຄືນ ໃນໄລຍະນຶ່ງປີ ທີ່ກຳອຳນາດ ແບບປະສົມປະສານກັນ, ແລະ 3. ການສໍ້ລາດບັງຫລວງໃນໂຄງການໃຫຍ່ໆ ເປັນສາເຫດຫຼັກອັນນຶ່ງ ເຮັດໃຫ້ລາວ ເປັນໜີ້ຕ່າງປະເທດເພີ້ມຂຶ້ນ.
12/3/202330 minutes
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ ວັນທີ 02 ທັນວາ 2023 - ທັນວາ ໐໒, ໒໐໒໓

ສໍາລັບແລງມື້ນີ້ ທ່ານຈະໄດ້ຮັບຟັງລາຍງານ ສະມາຊິກສະພາສະຫະລັດ ກຳລັງຈະໝົດເວລາໃນການເຈລະຈາ ເພື່ອໃຫ້ການຊ່ວຍເຫຼືອໃຫ້ແກ່ຢູເຄຣນ ຕິດຕາມດ້ວຍລາຍການເມືອງລາວໃນປັດຈຸບັນ, ລາຍການເພງລາວສະໄໝ, ລາຍງານກ່ຽວກັບວິທະຍາສາດ ແລະເທັກໂນໂລຈີ, ບົດຮຽນ ພາສາອັງກິດ ແລະປິດທ້າຍລາຍການດ້ວຍບົດບັນນາທິການ.
12/2/202330 minutes
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ການສູ້ລົບລະຫວ່າງກຸ່ມຮາມາສ ແລະອິສຣາແອລ ເລີ້ມຄືນອີກ ໃນເຂດກາຊາ - ທັນວາ ໐໑, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວສໍາຄັນໃນມື້ນີ້ມີ: 1. ການສູ້ລົບລະຫວ່າງກຸ່ມຮາມາສ ແລະອິສຣາແອລ ເລີ້ມຄືນອີກ ໃນເຂດກາຊາ, 2. ກອງກຳລັງສະຫະລັດ ໃນຊີເຣຍ ຖືກຍິງຈະຫຼວດໃສ່ ແຕ່ບໍ່ມີການບາດເຈັບ, ແລະ 3. ຢູເຄຣນ ຖິ້ມໂທດໃສ່ຣັດເຊຍ ທີ່ບໍ່ມີການແລກປ່ຽນຊະເລີຍ.
12/1/202329 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ບັນດາຜູ້ນຳໂລກ ສະແດງປະຕິກິລິຍາ ຕໍ່ການເສຍຊີວິດ ຂອງທ່ານ ຄິສຊິນເຈີ - ພະຈິກ ໓໐, ໒໐໒໓

ຫົວຂໍ້ຂ່າວສໍາຄັນໃນມື້ນີ້ມີ: 1. ບັນດາຜູ້ນຳໂລກ ສະແດງປະຕິກິລິຍາ ຕໍ່ການເສຍຊີວິດ ຂອງທ່ານ ຄິສຊິນເຈີ, 2. ອິສຣາແອລ ແລະ ກຸ່ມຮາມາສ ຕົກລົງຕໍ່ເວລາການຢຸດຍິງ ອອກໄປ 1 ມື້, ແລະ 3. ທ່ານບລິງເຄັນ ກ່າວວ່າ ບໍ່ມີຄວາມອິດເມື່ອຍໃນອົງການ NATO ຕໍ່ການສະໜັບສະໜູນ ຢູເຄຣນ.
11/30/202330 minutes
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ ວັນທີ 29 ພະຈິກ 2023 - ພະຈິກ ໒໙, ໒໐໒໓

ຫົວຂໍ້ຂ່າວທີ່ສຳຄັນສໍາລັບແລງມື້ນີ້ ມີດັ່ງນີ້: ການຢຸດຍິງລະຫວ່າງອິສຣາແອລ ແລະກຸ່ມຮາມາສ ກ້າວເຂົ້າສູ່ມື້ທີ 6 ທ່າມກາງການຊຸກຍູ້ໃຫ້ຕໍ່ເວລາອອກໄປອີກ; ຜູ້ອຳນວຍການອົງການ CIA ເດີນທາງໄປ ໂດຮາ ເພື່ອການເຈລະຈາ ກ່ຽວກັບ ອິສຣາແອລ ແລະ ກຸ່ມຮາມາສ ແລະ ຕົວປະກັນ; ແລະ ອົງການອະນາໄມໂລກ ເຕືອນ ກ່ຽວກັບໄພຂົ່ມຂູ່ຈາກພະຍາດ ຢູ່ໃນເຂດກາຊາ.
11/29/202330 minutes
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ຂໍ້ຕົກລົງຢຸດຍິງ ລະຫວ່າງອິສຣາແອລ ແລະກຸ່ມຮາມາສ ກ້າວເຂົ້າສູ່ວັນທີ 5 ຫຼັງຈາກມີການຂະຫຍາຍເວລາຂໍ້ຕົກລົງ - ພະຈິກ ໒໘, ໒໐໒໓

ຫົວຂໍ້ຂ່າວສໍາຄັນໃນມື້ນີ້ມີ: 1. ຂໍ້ຕົກລົງຢຸດຍິງ ລະຫວ່າງອິສຣາແອລ ແລະກຸ່ມຮາມາສ ກ້າວເຂົ້າສູ່ວັນທີ 5, 2. ຂໍ້ຕົກລົງຢຸດຍິງ ລະຫວ່າງອິສຣາແອລ ແລະກຸ່ມຮາມາສ ກ້າວເຂົ້າສູ່ວັນທີ 5 ຫຼັງຈາກມີການຂະຫຍາຍເວລາຂໍ້ຕົກລົງ, ແລະ 3. ຜູ້ນຳສະຫະປະຊາຊາດ ຜັກດັນໃຫ້ການຢຸດຍິງ ໃນເຂດກາຊາ ເປັນການຢຸດຍິງ ເພື່ອມະນຸດສະທຳ ຢ່າງເຕັມຮູບແບບ.
11/28/202330 minutes
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ອິສຣາແອລ ແລະ ກຸ່ມຮາມາສ ກ້າວເຂົ້າສູ່ວັນສຸດທ້າຍ ຂອງການຢຸດຍິງ ທ່າມກາງການຜັກດັນ ໃຫ້ມີການຕໍ່ຂໍ້ຕົກລົງ - ພະຈິກ ໒໗, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວສໍາຄັນໃນມື້ນີ້ມີ: 1. ອິສຣາແອລ ແລະ ກຸ່ມຮາມາສ ກ້າວເຂົ້າສູ່ວັນສຸດທ້າຍ ຂອງການຢຸດຍິງ, 2. ປະຊາຊົນຫຼາຍສິບພັນຄົນ ເຂົ້າຮ່ວມການເດີນຂະບວນປະທ້ວງຕໍ່ຕ້ານລັດທິຕໍ່ຕ້ານຊາວຢິວ ແລະ 3. ອົງການປົກປ້ອງສິດທິມະນຸດກ່າວວ່າ ການຍິງຈະຫຼວດຜິດພາດ ເປັນສາເຫດຂອງການລະເບີດທີ່ຮ້າຍແຮງ.
11/27/202329 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອລາວ: ການ​ສະ​ຫຼອງ​ປີ​ໃໝ່ຂອງ​ຊາວມົ້ງ ໃນ​ສະ​ຫະ​ລັດ ແລ​ະ​ກີ​ຢາ​ນາ - ພະຈິກ ໒໖, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ ສຳ​ລັບ​ແລງມື້ນີ້ ເຮົາ​ມີ: ການ​ສ​ະ​ຫຼອງ​ປີ​ໃໝ່​ຂອງ​ຊາວມົ້ງ ຢູ່​ໃນ​ສະ​ຫະ​ລັດ ແລະ​ກີ​ຢາ​ນາ, ການ​ສົ່ງ​ດາວ​ທຽມ​ສອດ​ແນມ​ຂອງ​ເກົາ​ຫຼີ​ເໜືອ ຂຶ້ນ​ສູ່​ວົງ​ໂຄ​ຕອນ ແລະ​ບັນ​ດາ​ຜູ້​ຂາຍ​ປື້ມ​ຢູ່​ລັດ​ເທັກ​ຊັ​ສ ທ້າ​ທາຍ​ກົດ​ໝາຍ​ໃໝ່
11/26/202329 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ ວັນທີ 25 ພະຈິກ 2023. - ພະຈິກ ໒໕, ໒໐໒໓

ສໍາລັບແລງວັນທີ 25 ພະຈິກ ມື້ນີ້ ທ່ານຈະໄດ້ຮັບຟັງລາຍງານ ປະເທດເຄນຢາ ຂໍກູ້ຢືມເງິນຕື່ມອີກນຶ່ງຕື້ໂດລາ ຈາກປະເທດຈີນ, ຕິດຕາມດ້ວຍລາຍການເມືອງລາວໃນປັດຈຸບັນ, ລາຍການເພງລາວສະໄໝ, ລາຍງານກ່ຽວກັບວິທະຍາສາດ ແລະເທັກໂນໂລຈີ, ບົດຮຽນ ພາສາອັງກິດ ແລະປິດທ້າຍລາຍການດ້ວຍບົດບັນນາທິການ.
11/25/202329 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ການ​ຢຸດ​ຍິງລະ​ຫວ່າງອິ​ສ​ຣາ​ແອ​ລກັບ​ກຸ່ມ​ຮາ​ມາ​ສ ​ການ​ປ່ອຍ​ໂຕ​ປະ​ກັນຈະ​ເລີ້ມ​ຂຶ້ນ​ໃນ​ວັນ​ສຸກນີ້, - ພະຈິກ ໒໔, ໒໐໒໓

ຫົວ​ຂໍ້​ຂ່າວ​ສຳ​ຄັນ​ ສຳ​ລັບ​ແລງມື້ນີ້ ມີ​ດັ່ງ​ນີ້: ການ​ຢຸດ​ຍິງລະ​ຫວ່າງອິ​ສ​ຣາ​ແອ​ລກັບ​ກຸ່ມ​ຮາ​ມາ​ສ ​ການ​ປ່ອຍ​ໂຕ​ປະ​ກັນ ແລະ​ພວກ​ນັກ​ໂທດ​ອິ​ສ​ຣາ​ແອ​ລ ຈະ​ເລີ້ມ​ຂຶ້ນ​ໃນ​ວັນ​ສຸກນີ້, ຄວາມ​ຂັດ​ແຍ້ງ​ດ້ານ​ວິ​ໄສ​ທັດ ເຮັດ​ໃຫ້ການ​ປົກ​ຄອງ​ເຂດ​ກາ​ຊາ​ ໃນ​ອະ​ນາ​ຄົດ​ຕົກ​ຢູ່​ໃນ​ຄວາມ​ບໍ່​ແນ່ນອນ.
11/24/202329 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ ວັນທີ 23 ພະຈິກ 2023 - ພະຈິກ ໒໓, ໒໐໒໓

ຫົວຂໍ້ຂ່າວທີ່ສຳຄັນສຳລັບມື້ນີ້ມີດັ່ງນີ້: ການແລກປ່ຽນນັກໂທດ ແລະ ຢຸດຍິງຊົ່ວຄາວ ລະຫວ່າງ ອິສຣາແອລ ກັບກຸ່ມຮາມາສ ຖືກເລື່ອນເວລາ, ບໍ່ມີສິ່ງທີ່ຊີ້ບອກເຖິງ ການກໍ່ການຮ້າຍ ໃນອຸບັດເຫດ ຢູ່ທີ່ຂົວລະຫວ່າງ ສະຫະລັດ ແລະ ການາດາ ແລະ ກອງທັບ ຢູເຄຣນ ກ່າວວ່າ ເຂົາເຈົ້າຍິງໂດຣນຂອງ ຣັດເຊຍ ຕົກ 14 ລຳ.
11/23/202330 minutes
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ ວັນທີ 22 ພະຈິກ 2023 - ພະຈິກ ໒໒, ໒໐໒໓

ຫົວຂໍ້ຂ່າວທີ່ສຳຄັນສຳລັບແລງມື້ນີ້ມີດັ່ງນີ້: ອິສຣາແອລ ແລະ ກຸ່ມຮາມາສ ສົ່ງສັນຍານ ໃນຂໍ້ຕົກລົງ ກ່ຽວກັບພວກໂຕປະກັນ ແມ່ນໃກ້ຈະສຳເລັດ; ກຸ່ມຮາມາສ ຈະປ່ອຍຕົວປະກັນ, ອິສຣາແອລ ຈະຢຸດການຕໍ່ສູ້; ແລະ ກອງກຳລັງສະຫະລັດ ໂຈມຕີທາງອາກາດຕໍ່ກຸ່ມທີ່ໜູນຫຼັງໂດຍອີຣ່ານ ຫຼັງຈາກຖືກໂຈມຕີດ້ວຍ ລູກສອນໄຟຂີປະນາວຸດ.
11/22/202330 minutes
Episode Artwork

ລາຍການກະຈາຍສຽງຂອງວີໂອເອລາວ: ເກີດ​ການ​ສູ້​ລົບ ຢູ່​ໃນ​ບໍ​ລິ​ເວນ​ອ້ອມ​ແອ້ມ​ໂຮງ​ໝໍ​ກາ​ຊາ - ພະຈິກ ໒໑, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ ສຳ​ລັບ​ແລງມື້ນີ້ ເຮົາ​ມີ: ເກີດການສູ້ລົບກັນຢ່າງໜັກ ຢູ່ອ້ອມແອ້ມໂຮງໝໍ ທາງ​ເໜືອເຂດກາຊາ, ບັນດາຜູ້ແທນຈາກປະເທດອາຣັບແລະມຸສລິມ ຮຽກຮ້ອງໃຫ້ຢຸດຍິງ ຢູ່ເຂດກາຊາ ໃນທັນທີ ແລະລັດຖະມົນຕີປ້ອງກັນປະເທດເຢຍຣະມັນ ໃຫ້ຄຳໝັ້ນສັນຍາຈະສະໜັບສະໜູນຢູເຄຣນ
11/21/202329 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ອິສຣາແອລ ກ່າວວ່າອຸໂມງປ້ອງກັນທີ່ຖືກສ້າງໂດຍກຸ່ມຮາມາສ ຖືກຄົ້ນພົບຢູ່ໃຕ້ໂຮງໝໍ ຊີຟາ - ພະຈິກ ໒໐, ໒໐໒໓

ຫົວຂໍ້ຂ່າວທີ່ສຳຄັນສຳລັບມື້ນີ້ມີດັ່ງນີ້: ອິສຣາແອລ ກ່າວວ່າອຸໂມງປ້ອງກັນທີ່ຖືກສ້າງໂດຍກຸ່ມຮາມາສ ຖືກຄົ້ນພົບຢູ່ໃຕ້ໂຮງໝໍ ຊີຟາ, ກຸ່ມກະບົດ ຮູທີ ຂອງ ເຢເມນ ຍຶດເອົາກຳປັ່ນບັນທຸກສິນຄ້າໃນທະເລແດງ ແລະ ຊາວປາແລັສໄຕນ໌ ຊອກຫາບ່ອນລີ້ໄພ ໃນຂະນະທີ່ ອິສຣາແອລ ຂະຫຍາຍການຕໍ່ສູ້.
11/20/202330 minutes
Episode Artwork

ລາຍການກະຈາຍສຽງຂອງວີໂອເອລາວ: ສ​ະ​ຫະ​ລັດ ໃຫ້​ທຶນ​ເພີ້ມ​ຂຶ້ນ​ແກ່​ການ​ເກັບ​ກູ້​ລະ​ເບີດ​ບໍ່​ທັນ​ແຕກ ຢູ່​ລາວ - ພະຈິກ ໑໙, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ ແລະ ​ໃນ​ແລງມື້ນີ້​ເຮົາ​ມີ: ສະ​ຫະ​ລັດ ໃຫ້​ທຶນ​ເພີ້ມ​ຂຶ້ນ ສຳ​ລັບ​ເກັບ​ກູ້​ລະ​ເບີດ​ທີ່​ບໍ່​ທັນ​ແຕກ​ຢູ່ລາວ, ການ​ໂຈມ​ຕີ​ທາງ​ໄຊ​ເບີ້ ຕໍ່​ທ່າ​ກຳ​ປັ່ນໃນອອ​ສ​ເຕ​ຣ​ເລຍ, ນັກ​ວິ​ສະ​ວະ​ກອນ​ອາ​ຟ​ຣິ​ກາ​ໃຕ້ ໄດ້​ຮັບ​ລາງວັນສູງ​ສຸດ​ຂອງ​ທະ​ວີບ ​ດ້ານ​ນະ​ວັດ​ຕະ​ກຳ​ໃໝ່
11/19/202330 minutes
Episode Artwork

ລາຍການກະຈາຍສຽງຂອງວີໂອເອລາວ ວັນທີ 18 ພະຈິກ 2023 - ພະຈິກ ໑໘, ໒໐໒໓

ສຳລັບແລງມື້ນີ້, ທ່ານຈະໄດ້ຮັບຟັງລາຍງານ ພະຍາດວັນນະໂຣກຍັງຄົງເປັນນຶ່ງໃນພະຍາດທີ່ອັນຕະລາຍທີ່ສຸດໃນໂລກ ແຕ່ຄວາມຫວັງຈາກຢາວັກຊີນຕ່າງໆກໍເພີ້ມຂຶ້ນ, ຕິດຕາມດ້ວຍ ລາຍການເມືອງ ລາວໃນປັດຈຸບັນ, ລາຍການເພງລາວສະໄໝ, ລາຍງານກ່ຽວກັບວິທະຍາສາດ ແລະເທັກໂນໂລຈີ, ບົດຮຽນ ພາສາອັງກິດ ແລະປິດທ້າຍລາຍການດ້ວຍບົດບັນນາທິການ.
11/18/202329 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ອິ​ສ​ຣາ​ແອ​ລ​ສັ່ງ​ໃຫ້​ຊາວ​ປາ​ແລ​ສ​ໄຕ​ນ໌ ອອກ​ຈາກ 4 ເມືອງໃນ​ເຂດ​ກາ​ຊາ​ໃຕ້ - ພະຈິກ ໑໗, ໒໐໒໓

ຫົວ​ຂໍ້​ຂ່າວ​ສຳ​ຄັນ​ ສຳ​ລັບ​ແລງມື້ນີ້ ມີ​ດັ່ງ​ນີ້: ອິ​ສ​ຣາ​ແອ​ລ​ສັ່ງ​ໃຫ້​ຊາວ​ປາ​ແລ​ສ​ໄຕ​ນ໌ ອອກ​ຈາກ 4 ເມືອງໃນ​ເຂດ​ກາ​ຊາ​ໃຕ້, ເຂດກາ​ຊາ ຖືກ​ຕັດ​ຂາດ​ດ້ານ​ການ​ສື່​ສານ​ຄົມ​ມະ​ນາ​ຄົມ​ຮອບ​ໃໝ່ ກັບ​ໂລກ​ພາຍ​ນອກ.
11/17/202329 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ກອງກຳລັງປ້ອງກັນຊາດຂອງອິສຣາແອລ ສືບຕໍ່ປະຕິບັດການ ຢູ່ໂຮງໝໍກາຊາ ຂະນະທີ່ ສປຊ ຮຽກຮ້ອງໃຫ້ຢຸດຍິງ 'ຢ່າງຮີບດ່ວນ'. - ພະຈິກ ໑໖, ໒໐໒໓

ຫົວຂໍ້ຂ່າວທີ່ສຳຄັນສຳລັບມື້ນີ້ມີດັ່ງນີ້: ອິສຣາແອລ ສືບຕໍ່ປະຕິບັດການ ຢູ່ໂຮງໝໍ ກາຊາ ໃນຂະນະທີ່ ສປຊ ຮຽກຮ້ອງໃຫ້ຢຸດຍິງເພື່ອມະນຸດສະທຳ 'ຢ່າງຮີບດ່ວນ', ການແກ້ໄຂແບບສອງລັດ ຈະລອດພົ້ນ ຈາກຄວາມຂັດແຍ້ງ ລະຫວ່າງ ອິສຣາແອລ ແລະກຸ່ມຮາມາສ ໄດ້ບໍ? ແລະ ອິສຣາແອລ ປະຕິເສດການຮຽກຮ້ອງຂອງ ສປຊ ເພື່ອ "ຂະຫຍາຍເວລາຢຸດຍິງ ດ້ານມະນຸດສະທຳ".
11/16/202329 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອລາວ ວັນທີ 15 ພະຈິກ 2023 - ພະຈິກ ໑໕, ໒໐໒໓

ຫົວຂໍ້ຂ່າວທີ່ສຳຄັນ ສຳລັບແລງມື້ນີ້ ມີດັ່ງນີ້: ກອງກຳລັງຂອງອິສຣາແອລ ບຸກເຂົ້າກວດຄົ້ນ ໂຮງໝໍຢູ່ໃນກາຊາ ເພື່ອຊອກຫາ ພວກຮາມາສ; ສະຫະລັດ ແລະ ອັງກິດ ວາງມາດຕະການລົງໂທດໃສ່ກຸ່ມຮາມາສ; ແລະ ແລະ ຫຼາຍສິບພັນຄົນ ເຕົ້າໂຮມຊຸມນຸມ ຢູ່ໃນນະຄອນຫຼວງ ວໍຊິງຕັນ ເພື່ອສະແດງອອກເຖິງການສະໜັບສະໜຸນ ແກ່ອິສຣາແອລ
11/15/202329 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອລາວ: ທ່ານ​ໄບ​ເດັນ ກ່າວ​ວ່າ ໂຮງ​ໝໍ​ກາ​ຊາ ຕ້ອງ​ໄດ້​ຮັບ​ການ​ຄຸ້ມ​ຄອງ - ພະຈິກ ໑໔, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ ​ສຳ​ລັບ​ແລງມື້ນີ້​ເຮົາ​ມີ: ປ. ​ໄບ​ເດັນ ກ່າວ​ວ່າ ໂຮງ​ໝໍ​ກາ​ຊາ ຕ້ອງ​ໄດ້​ຮັບ​ການ​ຄຸ້ມ​ຄອງ, ​ລົດ​ບັນ​ທຸກ​ອາດ​ຈະ​ຕ້ອງ​ໄດ້​ຢຸດ​ສົ່ງ​ເຄື່ອງ​ຂອງຍ້ອນ​ຂາດ​ນ້ຳ​ມັນ ແລະ ມີ​ການ​ໂຈມ​ຕີ ​ກຳ​ລັງ​ສະ​ຫະ​ລັດ​ຕື່ມ​ອີກ ​ຫຼັງຈາກ​ການ​ໂຈມ​ຕີ​ ໃສ່​ເປົ້າໝາຍ​ທີ່​ອີ​ຣ່ານ​ໜຸນ​ຫຼັງ
11/14/202329 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ທ່ານ ເນຕັນຢາຮູ ກ່າວວ່າກຸ່ມຮາມາສ ກີດກັ້ນການເຄື່ອນຍ້າຍຄົນໄຂ້ອອກຈາກໂຮງໝໍ ກາຊາ - ພະຈິກ ໑໓, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ ​ເປັນ​ເວລາ 30 ນາທີ. ຫົວຂໍ້ຂ່າວທີ່ສຳຄັນສຳລັບມື້ນີ້ມີດັ່ງນີ້: ທ່ານ ເນຕັນຢາຮູ ກ່າວວ່າກຸ່ມຮາມາສ ກີດກັ້ນການເຄື່ອນຍ້າຍຄົນໄຂ້ອອກຈາກໂຮງໝໍ ກາຊາ, ຫົວໜ້າທຳນຽບຫ້າແຈ ກ່າວວ່າ ສະຫະລັດ ໂຈມຕີສະຖານທີ່ ທີ່ກ່ຽວຂ້ອງກັບອີຣ່ານ ໃນຊີເຣຍຕາເວັນອອກ.
11/13/202330 minutes
Episode Artwork

ລາຍການກະຈາຍສຽງຂອງວີໂອເອລາວ: ທາງ​ລົດ​ໄຟ​ຄວາມ​ໄວ​ສູງ ມີ​ຄວາມ​ສຳ​ຄັນ​ສຳ​ລັບ​ລາວ ແຕ່​ກໍ​ເປັນ​ໜີ້​ຫຼາຍ​ຂຶ້ນ - ພະຈິກ ໑໒, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ ສຳ​ລັບ​ແລງມື້ນີ້ ເຮົາ​ມີ​ລາຍ​ງານ​ງານ​ປະ​ທານ​ກຳ​ມາ​ທິ​ການ​ຢູ​ໂຣບ ຮ້ອງ​ຂໍ​ການ​ຊ່ວຍ​ເຫຼືອ​ເພີ້ມ​ຕື່ມ ​ສຳ​ລັບ​ຢູ​ເຄ​ຣນ ຄ່າ​ຮຽນ​ຢູ່​ສະ​ຫະ​ລັດ​ແພງ ແຕ່​ກໍ​ສາ​ມາດ​ເຂົ້າ​ເຖິງ​ໄດ້ ແລະ​ລົດ​ໄຟ​ລາວ​ຈີນ ມີ​ຄວາມ​ສຳ​ຄັນ​ແຕ່​ກໍ​ເປັນ​ໜີ້​ເພີ້ມ​ຂຶ້ນ
11/12/202329 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ ວັນທີ 11 ພະຈິກ 2023 - ພະຈິກ ໑໑, ໒໐໒໓

ສໍາລັບແລງມື້ນີ້ ທ່ານຈະໄດ້ຮັບຟັງລາຍງານ ທຸລະກິດອາຟຣິກາ ນຳທາງການຄ້າ ກັບສະຫະລັດ ແລະ ຈີນ, ຕິດຕາມດ້ວຍ ລາຍການເມືອງ ລາວໃນປັດຈຸບັນ, ລາຍການເພງ ລາວສະໄໝ, ລາຍງານກ່ຽວກັບວິທະຍາສາດ ແລະເທັກໂນໂລຈີ, ບົດຮຽນ ພາສາອັງກິດ ແລະປິດທ້າຍລາຍການດ້ວຍບົດບັນນາທິການ
11/11/202330 minutes
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ທຳນຽບຂາວ ກ່າວວ່າ ອິສຣາແອລ ຈະເລີ້ມການຢຸດປະຕິດການທາງທະຫານຊົ່ວ ຄາວ 4 ຊົ່ວໂມງແຕ່ລະວັນ ໃນເຂດກາຊາເໜືອ - ພະຈິກ ໑໐, ໒໐໒໓

ຫົວຂໍ້ຂ່າວທີ່ສຳຄັນສຳລັບມື້ນີ້ມີດັ່ງນີ້: ທຳນຽບຂາວ ກ່າວວ່າ ອິສຣາແອລ ຈະເລີ້ມການຢຸດປະຕິດການທາງທະຫານຊົ່ວ ຄາວ 4 ຊົ່ວໂມງແຕ່ລະວັນ ໃນເຂດກາຊາເໜືອ, ແມ່ນ້ຳ ດນິບໂປຣ ເປັນກຳແພງປ້ອງກັນທີ່ຄົດລ້ຽວຍາວຢຽດໃນສົງຄາມ ຢູເຄຣນ ແລະ ຕໍາຫຼວດ ສືບສວນ ຊອງຈົດໝາຍທີ່ເຕັມໄປດ້ວຍຢາແກ້ປວດ ເຟັນຕານອລ ທີ່ສົ່ງໄປຫາຫ້ອງການເລືອກຕັ້ງຂອງ ສະຫະລັດ.
11/10/202329 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອລາວ: ອິສຣາແອລ ຕໍ່ສູ້ກັບກຸ່ມຮາມາສ ໃນຕົວເມືອງ ກາຊາ - ພະຈິກ ໐໙, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ກະຈາຍສຽງ​ທຸກໆ​ວັນ: ​ຫົວຂໍ້ຂ່າວທີ່ສຳຄັນສຳລັບມື້ນີ້ມີດັ່ງນີ້: ອິສຣາແອລ ຕໍ່ສູ້ກັບກຸ່ມຮາມາສ ໃນຕົວເມືອງ ກາຊາ, ສະຫະລັດ ໂຈມຕີ ບ່ອນເກັບມ້ຽນອາວຸດ ຂອງກຸ່ມທີ່ໜູນຫຼັງໂດຍອີຣ່ານ ໃນຊີເຣຍ ອີກຄັ້ງນຶ່ງ ແລະ ຄະນະກຳມາທິການ ຢູໂຣບ ແນະນຳໃຫ້ເລີ່ມເຈລະຈາການເປັນສະມາຊິກ ກັບ ຢູເຄຣນ.
11/9/202330 minutes
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ - ພະຈິກ ໐໘, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ ​ເປັນ​ເວລາ 30 ນາທີ. ພວກ​ເຮົາ​ສະ​ເໜີຂ່າວ ຂໍ້​ມູນ ​ແລະ​ລາຍ​ງານ​ທີ່​ໜ້າ​ສົນ​ໃຈ ກ່ຽວກັບເຫດການທີ່​ເກີດ​ຂຶ້ນ​ໃນ​ປະ​ເທດ​ລາວ ສະຫະລັດ​ອ​າ​ເມ​ຣິ​ກາ ​ເອ​ເຊຍ​ແລະ​ຂົງເຂດ​ອື່ນໆ​ຂອງ​ໂລກ ຕະຫລອດ​ທັງ​ບົດຮຽນ​ພາສາ​ອັງກິດ ​ແລະ​ລາຍການ​ເພງ​ຕາມ​ຄຳ​ຂໍ​ຂອງ​ທ່ານ​ຜູ້​ຟັງ.
11/8/202329 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອລາວ: ຜູ້​ນຳ​ອິ​ສ​ຣາ​ແອ​ລ ປະ​ຕິ​ເສດ​ຕໍ່​ການ​ຢຸດ​ຍິງ​ທົ່ວ​ໄປ - ພະຈິກ ໐໗, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກວັນ ຈາກວໍ​ຊິງ​ຕັນ: ຫົວ​ຂໍ້​ຂ່າວ​ສຳ​ຄັນ​ແລງມື້ນີ້ມີ: ເນຕັນຢາຮູ ກ່າວວ່າ ອິສຣາແອລ ​ຈະເປີດໃຫ້ມີການຢຸດຊົ່ວຄາວ ແບບມີກົນລະຍຸດ ຫົວໜ້າ ສປຊ ກ່າວວ່າ ກາຊາ ເປັນ 'ປ່າຊ້າສຳລັບເດັກນ້ອຍ' ປາແລັສໄຕນ໌ ແລະ ​ເປັນຫຍັງ ສຳນັກຂ່າວ ຈຶ່ງຫຼີກລ້ຽງການໃຊ້ຊື່ 'ຜູ້ກໍ່ການຮ້າຍ' ໃນສົງຄາມ ອິສຣາແອລ-ຮາມາສ
11/7/202329 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ບັນດາອົງການຕ່າງໆຂອງ ສປຊ ແລະ ການກຸສົນສາກົນ ຮຽກຮ້ອງໃຫ້ມີການຢຸດຍິງ ດ້ານມະນຸດສະທຳ ໃນເຂດ ກາຊາ - ພະຈິກ ໐໖, ໒໐໒໓

ຫົວຂໍ້ຂ່າວທີ່ສຳຄັນສຳລັບມື້ນີ້ມີດັ່ງນີ້: ບັນດາອົງການຕ່າງໆຂອງ ສປຊ ແລະ ການກຸສົນສາກົນ ຮຽກຮ້ອງໃຫ້ມີການຢຸດຍິງ ດ້ານມະນຸດສະທຳ ໃນເຂດ ກາຊາ, ທ່ານບລິງເກັນຢ້ຽມຢາມອີຣັກ: ການໂຈມຕີກຳລັງສະຫະລັດ ລະເມີດຕໍ່ອະທິປະໄຕຂອງອີຣັກ ແລະ ຝຣັ່ງ ສົ່ງເຮືອບິນສາມລຳທີ່ມີການຊ່ວຍເຫຼືອໄປໃຫ້ເຂດ ກາຊາ, ກຳປັ່ນ ຝຣັ່ງ ຢູ່ໃນທະເລ ເມດີເທີເຣນຽນ.
11/6/202330 minutes
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ຜູ້ຊ່ຽວຊານດ້ານເສດຖະກິດຂອງໄນຈີເຣຍ ກ່າວວ່າ ການນຳເຂົ້າຈາກຈີນ ເຮັດໃຫ້ການຜະລິດໃນທ້ອງຖິ່ນ ອ່ອນແອລົງ - ພະຈິກ ໐໕, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ບົດລາຍງານໃນມື້ນີ້ມີ: 1. ການນຳເຂົ້າຈາກຈີນ ເຮັດໃຫ້ການຜະລິດໃນທ້ອງຖິ່ນ ອ່ອນແອລົງ, 2. ຄະນະກຳມາທິການເລືອກຕັ້ງ ສະຫະລັດ ບໍ່ດຳເນີນການຫຍັງ ກ່ຽວກັບ ໂຄສະນາການຫາສຽງທີ່ໃຊ້ພາບປອມ, ແລະ 3. ການຫລັ່ງໄຫລໄປເຮັກວຽກໃນໄທຂອງແຮງງານລາວ, ເຮັດໃຫ້ລາວຂາດແຮງງານໃນລະດັບນຶ່ງ.
11/5/202329 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ ວັນທີ 4 ພະຈິກ 2023 - ພະຈິກ ໐໔, ໒໐໒໓

ສໍາລັບແລງມື້ນີ້ ທ່ານຈະໄດ້ຮັບຟັງລາຍງານ ວໍຊິງຕັນ ນຳເອົາແນວຄວາມຄິດ ‘Made In America’ ໄປທີ່ກອງປະຊຸມສຸດຍອດຂອງ APEC, ຕິດຕາມດ້ວຍ ລາຍການເມືອງ ລາວໃນປັດຈຸບັນ, ລາຍການເພງ ລາວສະໄໝ, ລາຍງານກ່ຽວກັບວິທະຍາສາດ ແລະເທັກໂນໂລຈີ, ບົດຮຽນ ພາສາອັງກິດ ແລະປິດທ້າຍລາຍການດ້ວຍບົດບັນນາທິການ.
11/4/202329 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ທ່ານ ບລິງເກັນ ຈະມຸ່ງໜ້າໄປ ຍີ່ປຸ່ນ, ເກົາຫຼີໃຕ້ ແລະ ອິນເດຍ ລຸນຫຼັງການຢ້ຽມຢາມຕາເວັນອອກກາງ - ພະຈິກ ໐໓, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວສໍາຄັນໃນມື້ນີ້ມີ: 1. ທ່ານ ບລິງເກັນ ຈະມຸ່ງໜ້າໄປ ຍີ່ປຸ່ນ, ເກົາຫຼີໃຕ້ ແລະ ອິນເດຍ, 2. ສະພາຕໍ່າສະຫະລັດ ຕົກລົງການຊ່ວຍເຫຼືອຈໍານວນ 14.5 ຕື້ໂດລາ ແກ່ ອິສຣາແອລ, ແລະ 3. ການຊ່ວຍເຫຼືອທາງທະຫານຂອງ ສຫລ ໃຫ້ແກ່ຢູເຄຣນ ມູນຄ່າ 425 ລ້ານໂດລາ ຄາດວ່າ ຈະມີຂຶ້ນໃນວັນສຸກນີ້.
11/3/202330 minutes
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ກຸ່ມຮາມາສ ກ່າວວ່າ ການໂຈມຕີຂອງອິສຣາແອລ ໃສ່ສູນອົບພະຍົບ ໄດ້ສັງຫານຫຼາຍກວ່າ - ພະຈິກ ໐໒, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂ້ໍຂ່າວສຳຄັນ ສຳລັບແລງມື້ນີ້ ມີດັ່ງນີ້: 1. ກຸ່ມຮາມາສ ກ່າວວ່າ ການໂຈມຕີຂອງອິສຣາແອລ ໄດ້ສັງຫານຫຼາຍກວ່າ 195 ຄົນ, 2. ທ່ານ ບລິງເກັນ ມຸ້ງໜ້າໄປພາກຕາເວັນອອກກາງ, ແລະ 3. ການປິດຫ້ອງການຂ່າວ ອັລ ຈາຊີຣາ ຂອງອິສຣາແອລ ຢູ່ໃນລະຫວ່າງລໍຖ້າ ການອະນຸມັດຂອງລັດຖະມົນຕີປ້ອງກັນຊາດ.
11/2/202329 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ລະບົບອິນເຕີເນັດ ແລະ ລະບົບໂທລະສັບ ຫຼົ້ມອີກຄັ້ງຢູ່ໃນ ກາຊາ - ພະຈິກ ໐໑, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວສໍາຄັນໃນມື້ນີ້ມີ: 1. ລະບົບອິນເຕີເນັດ ແລະ ລະບົບໂທລະສັບ ຢູ່ໃນ ກາຊາ ຫຼົ້ມອີກຄັ້ງ, 2. ປ. ໄບເດັນ ປະເຊີນກັບຄວາມກົດດັນ ຈາກຜູ້ມີສິດປ່ອນບັດ ທັງ ຊາວອາຣັບ, ຊາວມຸສລິມ ແລະຊາວຢິວ, ແລະ 3. ທໍານຽບ 5 ແຈກ່າວວ່າ ການໂຈມຕີ 27 ຄັ້ງ ແນເປົ້າ ໝາຍໃສ່ກອງກໍາລັງຂອງສະຫະລັດ.
11/1/202329 minutes, 58 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ນາຍົກລັດຖະມົນຕີອິສຣາແອລ ປະຕິເສດຕໍ່ການຮຽກຮ້ອງໃຫ້ຢຸດຍິງ - ຕຸລາ ໓໑, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວສຳຄັນສຳລັບແລງມື້ນີ້ມີດັ່ງນີ້: 1. ອິສຣາແອລ ປະຕິເສດຕໍ່ການຮຽກຮ້ອງໃຫ້ຢຸດຍິງ, 2. ຢູເຄຣນກ່າວວ່າ ຕົນພ້ອມທີ່ຈະຂັບໄລ່ການບຸກໂຈມຕີຂອງຣັດເຊຍ, ແລະ 3. ກຳມາທິການໃຫຍ່ຂອງອົງການຊ່ວຍເຫຼືອບັນເທົາທຸກສຫຊ ກ່າວວ່າ ການຢຸດຍິງເປັນເລື້ອງຂອງ ຊີວິດ ແລະ ຄວາມຕາຍສຳລັບຫຼາຍລ້ານຄົນ.
10/31/202330 minutes
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ກອງທັບອາກາດ ອິສຣາແອລ ໂຈມຕີເປົ້າໝາຍ 600 ແຫ່ງໃນ ກາຊາ - ຕຸລາ ໓໐, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວທີ່ສຳຄັນສຳລັບມື້ນີ້ມີດັ່ງນີ້: 1. ກອງທັບອາກາດ ອິສຣາແອລ ໂຈມຕີເປົ້າໝາຍໃນ ກາຊາ, 2. ສຫລ ຮຽກຮ້ອງໃຫ້ ອິສຣາແອລ ປົກປ້ອງພົນລະເຮືອນ ແລະ ເພີ້ມການຊ່ວຍເຫຼືອໃຫ້ເຂດກາຊາ, ແລະ 3. ຫຼາຍຮ້ອຍຄົນ ບຸກເຂົ້າໄປໃນເດີ່ນບິນຂອງພາກພື້ນ ດາເກັສຕານ ຂອງ ຣັດເຊຍ.
10/30/202329 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ອາສາສະໝັກໃຫ້ວັກຊີນ ຫວັງໃຫ້ອັຟການິສຖານ ປອດພະຍາດໂປລີໂອ - ຕຸລາ ໒໙, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ບົດລາຍງານສໍາລັບມື້ນີ້ມີ: 1. ອາສາສະໝັກໃຫ້ວັກຊີນ ຫວັງໃຫ້ອັຟການິສຖານ ປອດພະຍາດໂປລີໂອ, 2. ອິນໂດເນເຊຍ ສະຫລອງການເປີດໃຊ້ ເສຫ້ນທາງລົດໄຟຄວາມໄວສູງ ແຕ່ກໍ​ຊອກ​ຫາ​ທາງ​ເພື່ອ​ເຈ​ລະ​ຈາ​ເລື້ອງ​ໜີ້​ສິນກັບ​ທະ​ນາ​ຄານ​ຈີນ, ແລະ 3. ບັນຫາຂີ້ເຫຍື້ອປລາດຕິກ ທີ່ສົ່ງຜົນກະທົບໃສ່ແມ່ນໍ້າຂອງ.
10/29/202330 minutes
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ ວັນທີ 28 ຕຸລາ 2023 - ຕຸລາ ໒໘, ໒໐໒໓

ສໍາລັບແລງມື້ນີ້ ທ່ານຈະໄດ້ຮັບຟັງລາຍງານ ກອງທຶນການເງິນສາກົນ ຫຼື IMF ເຕືອນອາຟຣິກາ ກ່ຽວກັບຄວາມສ່ຽງດ້ານເສດຖະກິດ ເນື່ອງຈາກເສດຖະກິດຂອງຈີນຊະລໍໂຕລົງ, ຕິດຕາມດ້ວຍ ລາຍການຕ່າງໆ ທີ່ໜ້າສົນໃຈຂອງທາງສະຖານນີ ສໍາລັບແລງວັນ ເສົາ ທີ 21 ຕຸລານີ້.
10/28/202330 minutes
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ກອງທັບອິສຣາແອລ ກ່າວວ່າ ກອງທະຫານ ດຳເນີນການໂຈມຕີພາກພື້ນດິນ ໃນເຂດກາຊາ ອີກຄັ້ງ - ຕຸລາ ໒໗, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວທີ່ສຳຄັນສຳລັບມື້ນີ້ມີດັ່ງນີ້: 1. ກອງທັບອິສຣາແອລ ກ່າວວ່າ ກອງທະຫານ ດຳເນີນການໂຈມຕີພາກພື້ນດິນ ໃນເຂດກາຊາ ອີກຄັ້ງ, 2. ຣັດເຊຍ ປະຫານຊີວິດທະຫານທີ່ບໍ່ເຊື່ອຟັງຄຳສັ່ງໃນ ຢູເຄຣນ, ແລະ 3. ສະຫະລັດ ໂຈມຕີເປົ້າໝາຍໃນ ຊີເຣຍ.
10/27/202330 minutes
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ກອງທັບອິສຣາແອລ ກ່າວວ່າ ກອງທະຫານໄດ້ປະຕິບັດການຢູ່ພາກພື້ນດິນ ໃນເຂດກາຊາ - ຕຸລາ ໒໖, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວສຳຄັນ ສຳລັບແລງມື້ນີ້ ມີດັ່ງນີ້: 1. ກອງທັບອິສຣາແອລ ປະຕິບັດການຢູ່ພາກພື້ນດິນໃນເຂດກາຊາ, 2. ທ່ານ ໄບເດັນ ກ່າວປ້ອງກັນພົນລະເຮືອນໃນເຂດ ເວັສແບັ້ງ, ແລະ 3. ຈີນ ໃຊ້ສິດຍັບຢັ້ງ ສຫລ ໃນການຜັກດັນ ສປຊ ດຳເນີນການກັບ ອິສຣາແອລ ແລະເຂດກາຊາ.
10/26/202330 minutes
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ອິສຣາແອລ ເປີດການໂຈມຕີທາງອາກາດຄັ້ງໃໝ່ໃສ່ເປົ້າໝາຍກຸ່ມຮາມາສ ໃນຂະນະທີ່ທ່ານ ມາກຣົງ ຢ້ຽມນະຄອນ ເຈຣູຊາແລັມ - ຕຸລາ ໒໕, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວທີ່ສຳຄັນສຳລັບມື້ນີ້ມີດັ່ງນີ້: 1. ອິສຣາແອລ ເປີດການໂຈມຕີທາງອາກາດຄັ້ງໃໝ່ໃສ່ເປົ້າໝາຍກຸ່ມຮາມາສ, 2. ອົງການສະຫະປະຊາຊາດ ຮຽກຮ້ອງໃຫ້ການຊ່ວຍເຫຼືອດ້ານມະນຸດສະທຳ ເຂົ້າໄປໃນເຂດກາຊາ, ແລະ 3. ທ່ານ ບລິງເຄັນ ເຕືອນ ອີຣ່ານວ່າ ສະຫະລັດ ຈະຕອບໂຕ້ຢ່າງເດັດດ່ຽວຕໍ່ການໂຈມຕີໃດໆ.
10/25/202329 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ປະທານາທິບໍດີ ຝຣັ່ງ ເດີນທາງໄປຢ້ຽມຢາມ ອິສຣາແອລ ເພື່ອສະແດງຄວາມສາມັກຄີ ແລະຊຸກຍູ້ໃຫ້ປົກປ້ອງຊາວປາແລັສໄຕນ໌ - ຕຸລາ ໒໔, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວສຳຄັນສຳລັບແລງມື້ນີ້ມີດັ່ງນີ້: 1. ປະທານາທິບໍດີ ຝຣັ່ງ ເດີນທາງໄປຢ້ຽມຢາມ ອິສຣາແອລ, 2. ຢູເຄຣນ ປາບປາມການໂຈມຕີທາງອາກາດຂອງຣັດເຊຍ ໃນທົ່ວປະເທດ, ແລະ 3. ມີການໂຈມຕີໂດຍໂດຣນ ເພີ້ມຂຶ້ນທີ່ແນເປົ້າໝາຍໃສ່ກອງກຳລັງຂອງສະຫະລັດ ຢູຕາເວັນອອກກາງ.
10/24/202330 minutes
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ອົງການອົບພະຍົບປາແລັສໄຕນ໌ ຂອງສະຫະປະຊາ ຊາດ ເປີດເຜີຍວ່າ ເຈົ້າໜ້າທີ່ 29 ຄົນ ຖືກສັງຫານໃນສົງຄາມກາຊາ - ຕຸລາ ໒໓, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວສໍາຄັນໃນມື້ນີ້ມີ: 1. ອົງການອົບພະຍົບປາແລັສໄຕນ໌ຂອງ ສປຊ ເປີດເຜີຍວ່າ ເຈົ້າໜ້າທີ່ 29 ຄົນ ຖືກສັງຫານໃນສົງຄາມກາຊາ, 2. ອິສຣແອລ ໂຈມຕີທາງອາກາດໃສ່ເຂດ ກາຊາ ແລະ ເລບານອນ, ແລະ 3. ການຊຸມນຸມຢູ່ນອກສຳນັກງານໃຫຍ່ ສປຊ ໃນນະຄອນ ເຈນີວາ ຮຽກຮ້ອງໃຫ້ກຸ່ມ ຮາມາສ ປ່ອຍຕົວປະກັນ.
10/23/202330 minutes
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ອາສາສະໝັກອິສຣາແອລ ຊອກຫາພົນລະເຮືອນ ລວມເຖິງເດັກນ້ອຍ ແລະ ຜູ້ສູງອາຍຸ ທີ່ກຸ່ມຮາມາສ ຈັບເປັນໂຕປະກັນ - ຕຸລາ ໒໒, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ບົດລາຍງານສໍາລັບມື້ນີ້ມີ: 1. ອາສາສະໝັກອິສຣາແອລ ຊອກຫາພົນລະເຮືອນ ລວມເຖິງເດັກນ້ອຍ ແລະ ຜູ້ສູງອາຍຸ, 2. ມອບລາງວັນໂນແບລ ໃຫ້ບັນດານັກວິທະຍາສາດ ຜູ້ທີ່ພັັດທະນາເທັກໂນໂລຈີ mRNA, ແລະ 3. ປະມານ 99 ເປີເຊັນຂອງປະຊາຊົນລາວແມ່ນໄດ້ຮັບຜົນກະທົບຈາກໄພເງິນເຟີ້ຫຼາຍຂຶ້ນ.
10/22/202330 minutes
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ ໃັນທີ 21 ຕຸລາ 2023 - ຕຸລາ ໒໑, ໒໐໒໓

ສໍາລັບແລງມື້ນີ້ ທ່ານຈະໄດ້ຮັບຟັງລາຍງານ ການເສຍຊີວິດຂອງບັນດາສື່ມວນຊົນຢູ່ໃນສົງຄາມລະຫວ່າງ ອິສຣາແອລ ແລະ ກຸ່ມຮາມາສ ໄດ້ຮັບການເອົາໃຈໃສ່ຄືນໃໝ່ ເພື່ອຄວາມປອດໄພ, ຕິດຕາມດ້ວຍ ລາຍການເມືອງລາວໃນປັດຈຸບັນ, ລາຍການເພງລາວສະໄໝ, ລາຍງານກ່ຽວກັບວິທະຍາສາດແລະເທັກໂນໂລຈີ, ບົດຮຽນພາສາອັງກິດ ແລະປິດທ້າຍລາຍການດ້ວຍບົດບັນນາທິການ.
10/21/202330 minutes
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ຂະບວນລົດບັນທຸກການຊ່ອຍເຫຼືອດ້ານມະນຸດສະທຳ ເຂົ້າໄປໃນເຂດກາຊາ ໄດ້ ແຕ່ຈະຊັກຊ້າ - ຕຸລາ ໒໐, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂ້ໍຂ່າວສຳຄັນ ສຳລັບແລງມື້ນີ້ມີ: 1. ຂະບວນລົດບັນທຸກການຊ່ວຍເຫຼືອດ້ານມະນຸດສະທຳ ຫຼ້າຊ້າເຂົ້າໄປໃນເຂດກາຊາ, 2. ບົດລາຍງານຂອງອັງກິດວ່າ ຢູເຄຣນ ເປັນໄປໄດ້ໃນການທຳລາຍເຮືອບິນເຮລິຄອບເຕີຂອງຣັດເຊຍ, ແລະ 3. ວິກິດການຕາເວັນອອກກາງ ອາດສົ່ງຜົນກະທົບຕໍ່ການສະໜອງ ແລະ ການຂຶ້ນລາຄານໍ້າມັນ.
10/20/202329 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ທ່ານໄບເດັນ ເລົ່າເຖິງການປຶກສາຫາລື ‘ຢ່າງກົງໄປກົງມາ’ ກັບອິສຣາແອລ ແລະໜູນຫຼັງເລື້ອງເລົ່າຂອງການໂຈມຕີຢູ່ໂຮງໝໍໃນກາຊາ - ຕຸລາ ໑໙, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂ້ໍຂ່າວສຳຄັນສຳລັບແລງມື້ນີ້ມີ: 1. ທ່ານໄບເດັນ ເລົ່າເຖິງການປຶກສາຫາລື ‘ຢ່າງກົງໄປກົງມາ’ ກັບອິສຣາແອລ, 2. ນາຍົກອັງກິດ ທ່ານຊູນາກ ຢ້ຽມຢາມອິສຣາແອລ ຈະເຕືອນເຖິງການເພີ້ມທະວີຂຶ້ນຂອງສົງຄາມໃນກາຊາ, ແລະ 3. ທ່ານໄບເດັນ ຈະຫາລື ກ່ຽວກັບ ອິສຣາແອລ, ຢູເຄຣນ ໃນການກ່າວປາໄສໃນວັນພະຫັດ.
10/19/202330 minutes
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ທ່ານ ໄບເດັນ ຢ້ຽມຢາມ ອິສຣາແອລ, ການຢ້ຽມຢາມ ຈໍແດັນ ຖືກຍົກເລີກ ຫຼັງຈາກລະເບີດແຕກຢູ່ໂຮງໝໍ ກາຊາ - ຕຸລາ ໑໘, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວທີ່ສຳຄັນສຳລັບມື້ນີ້ມີ: 1. ທ່ານ ໄບເດັນ ຢ້ຽມຢາມ ອິສຣາແອລ, ການຢ້ຽມຢາມ ຈໍແດນ ຖືກຍົກເລີກ ຫຼັງຈາກລະເບີດແຕກຢູ່ໂຮງໝໍ ກາຊາ, 2. ການໂຈມຕີໃສ່ໂຮງໝໍກາຊາ ເຮັດໃຫ້ເກີດການປະທ້ວງຢູ່ທົ່ວພາກພື້ນ, ແລະ 3. ເລຂາທິການໃຫຍ່ ສປຊ ກ່າວປະນາມ"ການລົງໂທດໂດຍລວມ" ຂອງຊາວ ປາແລັສໄຕນ໌.
10/18/202330 minutes
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ປ. ໄບເດັນ ຈະໄປຢ້ຽມຢາມ ອິສຣາແອລ ໃນຂະນະທີ່ວິກິດການຢູ່ເຂດກາຊາ ພວມທະວີຂຶ້ນ - ຕຸລາ ໑໗, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວສໍາຄັນໃນມື້ນີ້ມີ: 1. ປ. ໄບເດັນ ຈະໄປຢ້ຽມຢາມ ອິສຣາແອລ ໃນຂະນະທີ່ວິກິດການຢູ່ເຂດກາຊາ ພວມທະວີຂຶ້ນ, 2. ການປະຕິບັດງານທາງທະຫານຂອງຣັດເຊຍ ໄດ້ເຄື່ອນເຂົ້າໃກ້ກັບເມືອງຍຸທະສາດ ອາບວ໌ດິກາ ແລະ 3. ມີນັກຂ່າວຢ່າງໜ້ອຍຫລາຍສິບຄົນເສຍຊີວິດໃນອາທິດທຳອິດຂອງສົງຄາມ ອິສຣາແອລ-ຮາມາສ.
10/17/202329 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ຊາວປາແລັສໄຕນ໌ ປະເຊີນກັບວິກິດການດ້ານມະນຸດສະທຳ ໃນຂະນະທີ່ ອິສຣາແອລ ກຽມໂຈມຕີ - ຕຸລາ ໑໖, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວສໍາຄັນໃນມື້ນີ້ມີ: 1. ຊາວປາແລັສໄຕນ໌ ປະເຊີນກັບວິກິດການດ້ານມະນຸດສະທຳ, 2. ທ່ານ ບລິງເກັນ ກ່າວວ່າ ດ່ານຊາຍແດນຣາຟາ ຈະເປີດຄືນໃໝ່ ແລະ ກຳລັງດຳເນີນການ ໃນການຈັດສົ່ງການຊ່ວຍເຫຼືອ, ແລະ 3. ອີຣ່ານ ເຕືອນ ກ່ຽວກັບ ຄວາມຮຸນແຮງເພີ່ມຂຶ້ນໃນພາກພື້ນຖ້າ ‘ການຮຸກຮານບໍ່ຢຸດ.’
10/16/202329 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ໂຄງການ BRI ຂອງຈີນນຳເອົາຖະໜົນຫົນທາງ, ທາງລົດໄຟ, ພະລັງງານ ແລະໜີ້ສິນ ມາໃຫ້ແກ່ອາຟຣິກາ - ຕຸລາ ໑໕, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ ​ເປັນ​ເວລາ 30 ນາທີ, ລາຍການສໍາລັບແລງມື້ນີ້ ມີດັ່ງນີ້: 1. ໂຄງການ BRI ຂອງຈີນນຳເອົາພື້ນຖານໂຄງລ່າງ ແລະໜີ້ສິນ ມາໃຫ້ແກ່ອາຟຣິກາ,​ 2. ອິນໂດເນເຊຍ ສະຫລອງການເປີດລາງລົດໄຟຄວາມໄວສູງ, ແລະ 3.​ ນັກຊ່ຽວຊານແນະນໍາໃຫ້ຈັດຕັ້ງອົງການຄຸ້ມຄອງການໃຊ້ນໍ້າໃນແມ່ນໍ້າຂອງ ຈາກປະຊາຊົນຫລາຍຂຶ້ນ .
10/15/202330 minutes
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ ວັນທີ 14 ຕຸລາ 2023 - ຕຸລາ ໑໔, ໒໐໒໓

ສໍາລັບແລງມື້ນີ້ ທ່ານຈະໄດ້ຮັບຟັງລາຍງານ ນັກເຄື່ອນໄຫວແມ່ຍິງຊາວອີຣ່ານທີ່ຖືກກັກຂັງ ໄດ້ຮັບລາງວັນໂນເບລຂະແໜງສັນຕິພາບ, ຕິດຕາມດ້ວຍ ລາຍການເມືອງລາວໃນປັດຈຸບັນ, ລາຍການເພງລາວສະໄໝ, ລາຍງານກ່ຽວກັບວິທະຍາສາດແລະເທັກໂນໂລຈີ, ບົດຮຽນພາສາອັງກິດ ແລະປິດທ້າຍລາຍການດ້ວຍບົດບັນນາທິການ.
10/14/202330 minutes
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ອິສຣາແອລ ກ່າວວ່າ 1.1 ລ້ານຄົນ ຢູ່ໃນເຂດກາຊາ ຄວນອົບພະຍົບອອກ ພາຍໃນ 24 ຊົ່ວໂມງ - ຕຸລາ ໑໓, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວສໍາຄັນໃນມື້ນີ້ມີ: 1. ອິສຣາແອລ ກ່າວວ່າ 1.1 ລ້ານຄົນ ຢູ່ໃນເຂດກາຊາ ຄວນອົບພະຍົບອອກ ພາຍໃນ 24 ຊົ່ວໂມງ, 2. ທ່ານບລິງເກັນ ເລີ້ມການຢ້ຽມຢາມພາກຕາເວັນອອກກາງ ຢູ່ອິສຣາແອລ ໂດຍຮຽກຮ້ອງໃຫ້ມີຄວາມໂປ່ງໃສດ້ານສິນລະທຳ, ແລະ 3. ໄທ ໃຫ້ຄຳໝັ້ນສັນຍາວ່າ ຈະນຳເອົາຊາວໄທກັບຈາກອິສຣາແອລ.
10/13/202329 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ອິສຣາແອລ ກຽມໂຈມຕີເຂດກາຊາ, ແຕ່ຍັງບໍ່ມີການຕັດສິນໃຈເທື່ອ - ຕຸລາ ໑໒, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວສໍາຄັນໃນມື້ນີ້ມີ: 1. ອິສຣາແອລ ກຽມໂຈມຕີເຂດກາຊາ, ແຕ່ຍັງບໍ່ມີການຕັດສິນໃຈເທື່ອ, 2. ຫົວໜ້າສະຫະປະຊາຊາດ: ການຂັດແຍ້ງຢູ່ພາກຕາເວັນອອກກາງ ຕ້ອງບໍ່ແຜ່ລາມ, ແລະ 3. ການຕໍ່ຕ້ານຊາວຢີວ ລຸກລາມໄປທົ່ວໂລກ ໃນຂະນະທີ່ອິສຣາແອລ ປະທະກັບກຸ່ມຮາມາສ.
10/12/202329 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ອິສຣາແອລ ດຳເນີນການໂຈມຕີທາງອາກາດ ຕໍ່ເຂດກາຊາ ຂະນະທີ່ນຳນວນຜູ້ເສຍຊີວິດ ຈາກທັງສອງຝ່າຍສູງຂຶ້ນ - ຕຸລາ ໑໑, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວສຳຄັນສຳລັບແລງມື້ນີ້ມີ: 1. ອິສຣາແອລ ດຳເນີນການໂຈມຕີທາງອາກາດ ຕໍ່ເຂດກາຊາ, 2. ທ່ານໄບເດັນ ກ່າວວ່າ ‘ພວກເຮົາຢູ່ທາງຫຼັງຂອງອິສຣາແອລ’ ຫຼັງຈາກການໂຈມຕີກໍ່ການຮ້າຍຂອງຮາມາສ, ແລະ 3. ຊາວໄທ ພາກັນຟ້າວຊອກຫາລາຍລະອຽດຕ່າງໆ ຫຼັງຈາກຢ້ານວ່າ 18 ຄົນເສຍຊີວິດໃນອິສຣາແອລ.
10/11/202329 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ທ່ານເນຕັນຢາຮູ ກ່າວວ່າ ອິສຣາແອລ 'ພຽງແຕ່ເລີ້ມຕົ້ນ' ຕອບໂຕ້ ຕໍ່ການໂຈມຕີ ຂອງກຸ່ມຮາມາສ - ຕຸລາ ໑໐, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວສໍາຄັນໃນມື້ນີ້ມີ: 1. ອິສຣາແອລ 'ພຽງແຕ່ເລີ້ມຕົ້ນ' ຕອບໂຕ້ ຕໍ່ການໂຈມຕີ, 2. ຊາວອາເມຣິກັນ 11 ຄົນຖືກຂ້າຕາຍ, ສ່ວນຄົນອື່ນໆ ຍັງຖືກຈັບກຸມ ໂດຍກຸ່ມກໍ່ການຮ້າຍຮາມາສ, ແລະ 3. ຫົວໜ້າອົງການ ສປຊ ກ່າວວ່າ ການໂຈມຕີ ຂອງຮາມາສ ບໍ່ມີຫຍັງສາມາດຢັ້ງຢືນການກະທຳທີ່ໂຫດຮ້າຍ.
10/10/202329 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ກອງກຳລັງ ອິສຣາແອລ ຕໍ່ສູ້ເພື່ອຂັບໄລ່ພວກຫົວຮຸນແຮງ ຮາມາສ - ຕຸລາ ໐໙, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວສໍາຄັນໃນມື້ນີ້ມີ: 1. ກອງກຳລັງ ອິສຣາແອລ ຕໍ່ສູ້ເພື່ອຂັບໄລ່ພວກຫົວຮຸນແຮງ ຮາມາສ, 2. ການຊ່ວຍເຫຼືອດ້ານຄວາມໝັ້ນຄົງຂອງ ສະຫະລັດ ໃຫ້ແກ່ ອິສຣາແອລ ຈະໄປເຖິງໃນໄວໆນີ້, ແລະ 3. ອິສຣາແອລ ຮຽກຮ້ອງ ສະພາຄວາມໝັ້ນຄົງ ສປຊ ໃຫ້ກ່າວປະນາມ "ອາຊະຍາກຳສົງຄາມ" ຂອງກຸ່ມ ຮາມາສ.
10/9/202329 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ງານ​ບຸນ​ວັດ​ທະ​ນະ​ທຳ​ໂລກ​ ໄດ້​ນຳ​ເອົາ​ຫຼາຍ​ພັນ​ຄົນ​ມາ​ເຕົ້າ​ໂຮມ​ກັນ ​ຢູ່​ທີ່ສະໜາມຫຼວງແຫ່ງ​ຊາດ ຂອງ​ວໍ​ຊິງ​ຕັນ - ຕຸລາ ໐໘, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ບົດລາຍງານສໍາລັບແລງມື້ນີ້ມີ: 1. ງານ​ບຸນ​ວັດ​ທະ​ນະ​ທຳ​ໂລກ​ ໄດ້​ນຳ​ເອົາ​ຫຼາຍ​ພັນ​ຄົນ​ມາ​ເຕົ້າ​ໂຮມ​ກັນ ​ຢູ່​ທີ່ສະໜາມຫຼວງແຫ່ງ​ຊາດ, 2. ມອບລາງວັນໂນແບລແກ່ນັກວິທະຍາສາດ ຜູ້ທີ່ພັັດທະນາເທັກໂນໂລຈີ mRNA, ແລະ 3. ການສ້າງເຂື່ອນໃນແມ່ນໍ້າຂອງ ສົ່ງຜົນກະທົບຢ່າງໜັກຕໍ່ລະບົບນິເວດ.
10/8/202329 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ ວັນທີ 7 ຕຸລາ 2023 - ຕຸລາ ໐໗, ໒໐໒໓

ສໍາລັບແລງມື້ນີ້ ທ່ານຈະໄດ້ຮັບຟັງລາຍງານ ການອະນຸມັດຢາວັກຊີນຕ້ານໄຂ້ຍຸງຊະນິດທີສອງ ໂດຍອົງການອະນາໄມໂລກ, ຕິດຕາມດ້ວຍ ລາຍການເມືອງລາວໃນປັດຈຸບັນ, ລາຍການເພງລາວສະໄໝ, ລາຍງານກ່ຽວກັບວິທະຍາສາດແລະເທັກໂນໂລຈີ, ບົດຮຽນພາສາອັງກິດ ແລະປິດທ້າຍລາຍການດ້ວຍບົດບັນນາທິການ
10/7/202329 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ຢູເຄຣນ ປະນາມການໂຈມຕີິ ຂອງຣັດເຊຍ ໃສ່ບ້ານນຶ່ງ ທີ່ໄດ້ສັງຫານ 51 ຄົນ - ຕຸລາ ໐໖, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວທີ່ສຳຄັນສຳລັບມື້ນີ້ມີດັ່ງນີ້: 1. ຢູເຄຣນ ປະນາມການໂຈມຕີິຂອງຣັດເຊຍ ໃສ່ບ້ານນຶ່ງ ທີ່ໄດ້ສັງຫານ 51 ຄົນ, 2. ຢ່າງໜ້ອຍ 80 ຄົນ ເສຍຊີວິດ ໃນການໂຈມຕີດ້ວຍໂດຣນ ໃສ່ພິທີສຳເລັດການສຶກສາຂອງທະຫານຊີເຣຍ, ແລະ 3. ສຫລ ເຕືອນຈີນວ່າ ຄວາມເສຍຫາຍຂອງການປິດລ້ອມໄຕ້ຫວັນ ຈະ 'ສູງຫຼາຍ'.
10/6/202329 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ຢູເຄຣນ ຍິງໂດຣນຂອງຣັດເຊຍ ຕົກ 24 ລຳ ໃນຂະນະທີ່ ທ່ານເຊເລັນສກີ ສະແຫວງຫາການຊ່ວຍເຫຼືອ ດ້ານການປ້ອງກັນທາງອາກາດ - ຕຸລາ ໐໕, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວທີ່ສຳຄັນສຳລັບມື້ນີ້ມີດັ່ງນີ້: ຢູເຄຣນ ຍິງໂດຣນຂອງຣັດເຊຍ ຕົກ 24 ລຳ, 2. ອົງການ NATO ເຕືອນກ່ຽວກັບ ການຂາດແຄນລູກປືນ, ແລະ ວຽກງານ ການສະໜອງທຶນຕ່າງປະເທດ, ການຊ່ວຍເຫຼືອດ້ານມະນຸດສະທຳ ຢູ່ໃນຈຸດທີ່ຢຸດສະງັກ ທ່າມກາງຄວາມວຸ້ນວາຍ ຢູ່ໃນສະພາຕໍ່າຂອງສະຫະລັດ.
10/5/202329 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ບັນດາສະມາຊິກສະພາຕ່ຳ ສະຫະລັດ ປົດທ່ານເມັກຄາຣທີ ອອກຈາກຕຳແໜ່ງ ປະທານສະພາຕ່ຳ - ຕຸລາ ໐໔, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວສໍາຄັນໃນມື້ນີ້ມີ: 1. ບັນດາສະມາຊິກສະພາຕ່ຳສະຫະລັດ ປົດທ່ານເມັກຄາຣທີ ອອກຈາກຕຳແໜ່ງ, 2. ຣັດເຊຍກ່າວວ່າ ຕົນໄດ້ຍິງເຮືອບິນບໍ່ມີຄົນຂັບຂອງຢູເຄຣນຕົກ 31 ລຳ, ແລະ 3. ທ່ານທຣຳ ໄດ້ຮັບຄຳສັ່ງຫ້າມມີຄວາມເຫັນ ກ່ຽວກັບຄະດີ ຫຼັງຈາກທີ່ທ່ານ ກ່າວໂຈມຕີພະນັກງານຂອງສານ.
10/4/202329 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ຢູເຄຣນ ຍິງໂດຣນ ຫຼືເຮືອບິນບໍ່ມີຄົນຂັບ ຂອງຣັດເຊຍ ຕົກ 29 ລຳ - ຕຸລາ ໐໓, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວສໍາຄັນໃນມື້ນີ້ມີ: 1. ຢູເຄຣນ ຍິງໂດຣນ ຫຼືເຮືອບິນບໍ່ມີຄົນຂັບ ຂອງຣັດເຊຍ ຕົກ 29 ລຳ, 2. ເຈົ້າໜ້າທີ່ກີຢິບ ຮຽກຮ້ອງໃຫ້ສະໜອງ ອາວຸດຕໍ່ຕ້ານເຮືອບິນບໍ່ມີຄົນຂັບ ຂອງຣັດເຊຍ ທີ່ມີປະສິດທິພາບ ແລະກຸ້ມຄ່າ ຕື່ມອີກ , ແລະ 3. ຢູເຄຣນຈະສ້າງໂຮງຮຽນໃຕ້ດິນແຫ່ງທໍາອິດ ໃນເມືອງຄາກິບ.
10/3/202330 minutes
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ຢູເຄຣນ ສະແດງຄວາມຫວັງສຳລັບການສືບຕໍ່ຊ່ວຍເຫຼືອຂອງ ສະຫະລັດ - ຕຸລາ ໐໒, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ: ຫົວຂໍ້ຂ່າວສໍາຄັນໃນມື້ນີ້ມີດັ່ງນີ້: 1. ຢູເຄຣນ ສະແດງຄວາມຫວັງສຳລັບການສືບຕໍ່ຊ່ວຍເຫຼືອຂອງ ສະຫະລັດ, 2. ຄວາມຂັດແຍ່ງທາງການເມືອງຂອງສະຫະລັດ ຮຸນແຮງຂຶ້ນ ເຖິງແມ່ນລັດຖະບານຈະຍັງຄົງເປີດເຮັດວຽກຢູ່, ແລະ 3. ມີ 13 ຄົນເສຍຊີວິດ, ແລະ ຄົນອື່ນໆບາດເຈັບ ໃນເຫດໄຟໄໝ້ໄນ້ຄລັບ ຢູ່ປະເທດ ສເປນ.
10/2/202330 minutes
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ປ. ໄບເດັນ ປະກາດໃຫ້ການຊ່ວຍເຫຼືອ ດ້ານດິນຟ້າອາກາດ ແລະພື້ນຖານໂຄງລ່າງ ແກ່ບັນດາປະເທດໝູ່ເກາະປາຊີຟິກ - ຕຸລາ ໐໑, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ບົດລາຍງານໃນມື້ນີ້ມີ: 1. ປ. ໄບເດັນ ປະກາດໃຫ້ການຊ່ວຍເຫຼືອດ້ານດິນຟ້າອາກາດ ແລະພື້ນຖານໂຄງລ່າງແກ່ບັນດາປະເທດໝູ່ເກາະປາຊີຟິກ, 2. ພັກປະຊາທິປະໄຕຂອງໄທ ມາຮວມ​ໂຕ​ກັນ​ໃໝ່ ໃນຖານະພັກຝ່າຍຄ້ານ, ແລະ 3. ທະຫານຍິງຂອງ ຢູເຄຣນ ໄດ້ຮັບຊຸດເຄື່ອງແບບຂອງແມ່ຍິງຢ່າງເປັນທາງການເປັນຄັ້ງທຳອິດ.
10/1/202330 minutes
Episode Artwork

ລາຍການກະຈາຍສຽງຂອງວີໂອເອລາວ ວັນທີ 30 ກັນຍາ 2023 - ກັນຍາ ໓໐, ໒໐໒໓

ສໍາລັບແລງມື້ນີ້ ທ່ານຈະໄດ້ຮັບຟັງລາຍງານ ການຄົ້ນຄ້ວາກ່ຽວກັບສຽງດັງແຮງ ອາດມີຄວາມສ່ຽງຕໍ່ການເປັນໂຣກຫຼອດເລືອດຫົວໃຈ, ຕິດຕາມດ້ວຍ ລາຍການເມືອງລາວໃນປັດຈຸບັນ, ລາຍການເພງລາວສະໄໝ, ລາຍງານກ່ຽວກັບວິທະຍາສາດແລະເທັກໂນໂລຈີ, ບົດຮຽນພາສາອັງກິດ ແລະປິດທ້າຍລາຍການດ້ວຍບົດບັນນາທິການ.
9/30/202330 minutes
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ລັດຖະບານສະຫະລັດ ກຳລັງປະເຊີນກັບ ການປິດ ເປັນບາງສ່ວນທີ່ອາດເປັນໄປໄດ້ ເຊິ່ງຈະເລີ້ມແຕ່ວັນອາທິດ ເປັນຕົ້ນໄປ - ກັນຍາ ໒໙, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວສໍາຄັນໃນມື້ນີ້ມີ: 1. ລັດຖະບານສະຫະລັດ ກຳລັງປະເຊີນກັບການປິ ເປັນບາງສ່ວນທີ່ອາດເປັນໄປໄດ້, 2. ແມ່ນຫຍັງ​ຈະເກີດຂຶ້ນ ຕໍ່ຄົນເຂົ້າເມືອງ ຖ້າຫາກລັດຖະບານສະຫະລັດ ປິດລົງ? ແລະ 3. ທ່ານ ສໂຕລເທັນເບີກກ່າວວ່າ ກອງກຳລັງຢູເຄຣນ 'ກຳລັງຄ່ອຍໆໄດ້ຮັບຄວາມກ້າວໜ້າດີຂຶ້ນ'.
9/29/202330 minutes
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ທະຫານ ອາເມຣິກັນ ທ້າວ ທຣາວິສ ຄິງ ຖືກສົ່ງກັບຄືນ ສະຫະລັດ ຫຼັງຈາກໄດ້ຫຼົບໜີເຂົ້າໄປໃນ ເກົາຫຼີເໜືອ - ກັນຍາ ໒໘, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວສໍາຄັນໃນມື້ນີ້ມີ: 1. ທະຫານ ອາເມຣິກັນ ທ້າວ ທຣາວິສ ຄິງ ຖືກສົ່ງກັບຄືນ ສະຫະລັດ ຫຼັງຈາກໄດ້ຫຼົບໜີເຂົ້າໄປໃນ ເກົາຫຼີເໜືອ, 2. ຢູເຄຣນກ່າວວ່າ ຕົນໄດ້ທຳລາຍໂດຣນຂອງຣັດເຊຍ 34 ລໍາ, ແລະ 3. ອາເຊີໄບຈານ ຈັບຕົວອະດີດຫົວໜ້າລັດຖະບານ ພາກພື້ນ ນາກໍໂນ-ກາຣາບັກ.
9/28/202329 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ຣັດເຊຍ ໂຈມຕີທ່າເຮືອ ຢູເຄຣນ ດ້ວຍໂດຣນ - ກັນຍາ ໒໗, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວສໍາຄັນໃນມື້ນີ້ມີ: 1. ຣັດເຊຍ ໂຈມຕີທ່າເຮືອ ຢູເຄຣນ ດ້ວຍໂດຣນ, 2. ເຫດລະເບີດ ສັງຫານຜູ້ຄົນຈຳນວນຫຼວງຫລາຍ ໃນ ເຂດນາກໍໂນ-ກາຣາບາກ, 3. ເຂດ ອີໂກ ພາສ ຂອງລັດ ເທັກຊັສ ສືບຕໍ່ມີການຫຼັ່ງໄຫຼ ຂອງຜູ້ຍົກຍ້າຍຖິ່ນຖານ.
9/27/202329 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ຫົວຂໍ້ຂ່າວສໍາຄັນໃນມື້ນີ້ມີ: ຣັດເຊຍ ປ້ອງກັນການໂຈມຕີທາງອາກາດຈາກຢູເຄຣນ - ກັນຍາ ໒໖, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວສໍາຄັນໃນມື້ນີ້ມີ: 1. ຣັດເຊຍ ປ້ອງກັນການໂຈມຕີທາງອາກາດຈາກຢູເຄຣນ, 2. ສະຫະລັດແລະເຄັນຢາ ລົງນາມໃນຂໍ້ຕົກລົງ ດ້ານປ້ອງກັນຊາດ ກ່ອນພາລະກິດ ຄວາມໝັ້ນຄົງຂອງເຮຕີ, ແລະ 3. ປ. ໄບເດັນ ປະກາດການຊ່ວຍເຫລືອ ດ້ານດິນຟ້າອາກາດ ​ແລະ​ພື້ນ​ຖານໂຄງ​ລ່າງ ແກ່ບັນດາປະເທດໝູ່ເກາະປາ​ຊີຟິກ.
9/26/202329 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ຣັດ​ເຊຍ ລາຍ​ງານ ກ່ຽວ​ກັບ ການ​ໂຈມ​ຕີ​ດ້ວຍ​ໂດ​ຣນ​ຂອງ ຢູ​ເຄ​ຣນ - ກັນຍາ ໒໕, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວສໍາຄັນໃນມື້ນີ້ມີ: 1. ຣັດ​ເຊຍ ລາຍ​ງານກ່ຽວ​ກັບ ການ​ໂຈມ​ຕີ​ດ້ວຍ​ໂດ​ຣນ​ຂອງ ຢູ​ເຄ​ຣນ, 2. ທ່ານອອສຕິນ ມຸຸ່ງໜ້າໄປປະເທດເຄັນຢາ ເພື່ອເຈລະຈາດ້ານປ້ອງກັນຊາດ, ແລະ 3. ທ່ານ ເອີ​ດ​ູ​ອານ ຈະ​ພົບ​ປະ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເຊີ​ໄບ​ຈານ.
9/25/202330 minutes
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ທາງການນະຄອນລອສ ແອນເຈີລີສ (Los Angeles) ມີແຜນ ທີ່ຈະໃຫ້ຄົນທີ່ບໍ່ມີທີ່ຢູ່ອາໄສ ໄປພັກເຊົາຢູ່ໃນບັນດາໂຮງແຮມຂອງເມືອງ - ກັນຍາ ໒໔, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ບົດລາຍງານສໍາລັບແລງມື້ນີ້ມີ: 1. ທາງການນະຄອນລອສ ແອນເຈີລີສ ມີແຜນທີ່ຈະໃຫ້ຄົນທີ່ບໍ່ມີທີ່ຢູ່ອາໄສ ໄປພັກເຊົາຢູ່ໃນບັນດາໂຮງແຮມຂອງເມືອງ, 2. ກອງປະຊຸມ ນຶ່ງແລວທາງນຶ່ງເສັ້ນທາງ ຂອງຈີນ, ແລະ 3. ຊາວລາວແລະມົ້ງ-ອາເມຣິກັນ ລົງແຂ່ງຂັນເປັນສະມາຊິກສະພາ ໃນຂັ້ນລັດຫລາຍຂຶ້ນ.
9/24/202330 minutes
Episode Artwork

ລາຍການກະຈາຍສຽງຂອງວີໂອເອລາວ ວັນທີ 23 ກັນຍາ 2023 - ກັນຍາ ໒໓, ໒໐໒໓

ສຳລັບແລງມື້ນີ້ ທ່ານຈະໄດ້ຮັບຟັງລາຍງານ ກ່ຽວກັບການຕົກລົງເຫັນດີຮ່ວມມືທາງທະຫານສາມຝ່າຍ ລະຫວ່າງ ສະຫະລັດ ຍີ່ປຸ່ນ ແລະເກົາຫຼີໃຕ້ ເພື່ອຂະຫຍາຍການປະສານງານ ແລະຄວາມອາດສາມາດດ້ານການທະຫານຮ່ວມກັນ, ວິທະຍາສາດຄວານຕໍາ (quantum) ຈະເປັນປະໂຫຍດຕໍ່ສັງຄົມ ໄດ້ແນວໃດ, ແລະຕິດຕາມດ້ວຍລາຍການຕ່າງໆຂອງພວກເຮົາຕາມລຳດັບ.
9/23/202329 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ການໂຈມຕີຂອງຣັດເຊຍ ໃກ້ເຂດແນວໜ້າດ້ານຕາເວັນອອກຂອງຢູເຄຣນ ເຮັດໃຫ້ມີຜູ້ບາດເຈັບ 13 ຄົນ - ກັນຍາ ໒໒, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວສໍາຄັນໃນມື້ນີ້ມີ: 1. ການໂຈມຕີຂອງ ຣັດເຊຍ ໃສ່ ຢູເຄຣນ ເຮັດໃຫ້ມີຜູ້ບາດເຈັບ 13 ຄົນ, 2. ປະທານາທິບໍດີ ເຊເລນສ໌ກີ ເດີນທາງໄປເຖິງ ການາດາ ແລ້ວ ແລະ 3. ໂປແລນ ກ່າວວ່າ ບໍ່ມີອາວຸດຍຸດທະພັນໃໝ່ ໃຫ້ຢູເຄຣນ, ໃນຂະນະທີ່ ສະຫະລັດ ບໍ່ໃຫ້ຄວາມສຳຄັນຕໍ່ການຂັດແຍ່ງກັນ.
9/22/202329 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ຣັດເຊຍ ທຳການໂຈມຕີທາງອາກາດໃສ່ຫຼາຍພາກພື້ນຂອງ ຢູເຄຣນ - ກັນຍາ ໒໑, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວສໍາຄັນໃນມື້ນີ້ມີ: 1. ຣັດເຊຍ ທຳການໂຈມຕີທາງອາກາດໃສ່ຫຼາຍພາກພື້ນຂອງ ຢູເຄຣນ, 2. ທ່ານເຊເລັນສກີ ຕ້ອງຕິຣັດເຊຍ ຢູ່ທີ່ສະພາຄວາມໝັ້ນຄົງ ອົງການສະຫະປະຊາຊາດ, ແລະ 3. ທ່ານ ເນຕັນຢາຮູ ໄດ້ພົບປະກັບທ່ານ ໄບເດັນ ດັ່ງທີ່ໄດ້ປາຖະໜາມາດົນນານຢູ່ນອກກອງປະຊຸມສະມັດຊາໃຫຍ່ ສປຊ.
9/21/202329 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ທ່ານ ໄບ​ເດັນ ລະ​ດົມ​ການ​ສະ​ໜັບ​ສະ​ໜູນ​ ສຳ​ລັບ ຢູ​ເຄ​ຣນ ຢູ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ - ກັນຍາ ໒໐, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວສໍາຄັນໃນມື້ນີ້ມີ: 1. ທ່ານ ໄບ​ເດັນ ລະ​ດົມ​ການ​ສະ​ໜັບ​ສະ​ໜູນ​ ສຳ​ລັບ ຢູ​ເຄ​ຣນ ຢູ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, 2. ປະທານາທິບໍດີໄບເດັນ ພົບປະກັບບັນດາຜູ້ນໍາ 5 ປະເທດ ຢູ່ດ້ານນອກກອງປະຊຸມ UNGA, ແລະ 3. ອາ​ເຊີ​ໄບ​ຈານ ໂຈມ​ຕີ​ພາກ​ພື້ນ ນາ​ກໍ​ໂນ​-ກາ​ຣາ​ບັກ.
9/20/202329 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ອີຣ່ານ ແລະ ສະຫະລັດ ເສັດສິ້ນການແລກປ່ຽນນັກໂທດ - ກັນຍາ ໑໙, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວສໍາຄັນໃນມື້ນີ້ມິ: 1. ອີຣ່ານ ແລະ ສະຫະລັດ ເສັດສິ້ນການແລກປ່ຽນນັກໂທດ, 2. ພວກ​ທີ່​ຖືກ​ປ່ອຍ ມີ​ໃຜ​ແດ່ ໃນການແລກປ່ຽນນັກໂທດ ກັບ​ອີ​ຣ່ານ, ແລະ 3. ທ່ານເຊເລັນສກີ ແລະ ທ່ານໄບເດັນ ຢູ່ໃນບັນດາຜູ້ກ່າວຄຳປາໄສ ໃນວັນອັງຄານ ທີ່ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ.
9/19/202329 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ຫົວ​ໜ້າ​ອົງ​ການ NATO ກ່າວ​ວ່າ ພວກ​ເຮົາ​ຕ້ອງ​ກຽມ​ພ້ອມ​ຕົນ​ເອງ ສຳ​ລັບ​ສົງ​ຄາມ​ທີ່​ຍາວ​ ໃນ ຢູ​ເຄ​ຣນ - ກັນຍາ ໑໘, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວສໍາຄັນໃນມື້ນີ້ມີ: 1. ຫົວ​ໜ້າ​ອົງ​ການ NATO ກ່າວ​ວ່າ ພວກ​ເຮົາ​ຕ້ອງ​ກຽມ​ພ້ອມ​ຕົນ​ເອງ​, 2. ເຮືອບັນທຸກສິນຄ້າ ສອງລຳທຳອິດ ໄປຮອດທ່າເຮືອຢູເຄຣນແລ້ວ, ແລະ 3. ກຳ​ມະ​ກອນ​ລົດ​ຍົນ ສະ​ຫະ​ລັດ ຍັງ​ທຳ​ການ​ນັດ​ຢຸດ​ງານ, ຮຽກ​ຮ້ອງຂໍ​ຂຶ້ນເງິນ​ເດືອນ ​ທີ່​ດີກວ່າ​ເກົ່າ.
9/18/202330 minutes
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ນາຍົກລັດຖະມົນຕີມາເລເຊຍ ຖືກກ່າວຫາວ່າ ວາງອຳນາດທາງດ້ານການເມືອງ ຢູ່ເໜືອຫຼັກການປະຕິບັດ - ກັນຍາ ໑໗, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ບົດລາຍງານໃນມື້ນີ້ມີ: 1. ນາຍົກລັດຖະມົນຕີມາເລເຊຍ ຖືກກ່າວຫາວ່າ ວາງອຳນາດທາງດ້ານການເມືອ, 2. ເຈົ້າໜ້າທີ່ສະຫະລັດ ມີຄວາມກັງວົນກ່ຽວກັບ ການຮ່ວມມືທາງທະຫານ ຂອງ ຣັດເຊຍ ແລະ ເກົາຫຼີເໜືອ, ແລະ 3. ສະຫະລັດ ປະເຊີນກັບວິກິດການຂາດແຄນນາຍຄູ ຍ້ອນບັນດານາຍຄູປະເຊີນກັບຄວາມກົດດັນ.
9/17/202330 minutes
Episode Artwork

ລາຍການກະຈາຍສຽງຂອງວີໂອເອລາວ ວັນທີ 16 ກັນຍາ 2023 - ກັນຍາ ໑໖, ໒໐໒໓

ສໍາລັບແລງມື້ນີ້ ທ່ານຈະໄດ້ຮັບຟັງລາຍງານ ກ່ຽວກັບ ການນໍາໃຊ້ທັກສະ ທີ່ຫັນປ່ຽນຈາກການເປັນຊາວກະສິກອນ ເພື່ອສ້າງຄວາມຈະເລີນຮຸ່ງເຮືອງໃກ້ແກ່ຕົນເອງຢູ່ໃນສະຫະລັດ ຂອງຄູ່ສາມີພັນລະຍາຊາວໃນຈີເຣຍ, ການຜະລິດໄຮຖດຣເຈນ ຈາກນໍ້າທີ່ປົນເປື້ອນດ້ວຍມົນລະພິດ, ຕິດຕາມດ້ວຍລາຍການຕ່າງໆຂອງທາງສະຖານີຕາມລຳດັບ.
9/16/202330 minutes
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ໜ່ວຍຄົ້ນຫາ ແລະກູ້້ໄພ ເຮັດວຽກຢູ່ໃນພາກຕາເວັນອອກຂອງລີເບຍ ທີ່ຖືກໄພນໍ້າຖ້ວມ - ກັນຍາ ໑໕, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວສໍາຄັນໃນມື້ນີ້ມີ: 1. ໜ່ວຍຄົ້ນຫາ ແລະກູ້້ໄພ ເຮັດວຽກຢູ່ໃນພາກຕາເວັນອອກຂອງລີເບຍ ທີ່ຖືກໄພນໍ້າຖ້ວມ, 2. ທ່ານຮັນເຕີ ໄບເດັນ, ລູກຊາຍປະທານາທິບໍດີ ຖືກຟ້ອງໃນຂໍ້ຫາ ກ່ຽກັບອາວຸດປືນ, ແລະ 3. ທ່ານເຊເລັນສກີ ຈະເດີນທາງມານະຄອນຫຼວງວໍຊິງຕັນ.
9/15/202330 minutes
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ສະຫະລັດ ມີຄວາມເປັນຫ່ວງ ກ່ຽວກັບ ການຮ່ວມມືທາງທະຫານ ລະຫວ່າງ ຣັດເຊຍ ແລະ ເກົາຫຼີເໜືອ - ກັນຍາ ໑໔, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວສໍາຄັນໃນມື້ນີ້ມີ: 1. ສະຫະລັດ ມີຄວາມເປັນຫ່ວງ ກ່ຽວກັບ ການຮ່ວມມືທາງທະຫານ ລະຫວ່າງ ຣັດເຊຍ ແລະ ເກົາຫຼີເໜືອ, 2. ຢູເຄຣນ ຍິງໂດຣນຂອງຣັດເຊຍຕົກ ໃນຫຼາຍໆພາກພື້ນ, ແລະ 3. ຢູເຄຣນ ທຳການຮຽກຮ້ອງຄັ້ງໃໝ່ ສຳລັບອຸປະກອນທາງທະຫານເພີ່ມເຕີມ ເພື່ອຕໍ່ສູ້ກັບ ຣັດເຊຍ.
9/14/202330 minutes
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ທ່ານ ປູ​ຕິນ ຕ້ອ​ນ​ຮັບ​ທ່ານ ກິມ ສຳ​ລັບ​ການ​ເຈ​ລະ​ຈາ ທ່າ​ມກາງ​ຄຳ​ເຕືອນຕໍ່​ຂໍ້​ຕົກ​ລົງ​ຂາຍ​ອາ​ວຸດ - ກັນຍາ ໑໓, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວສໍາຄັນໃນມື້ນີ້ມີ: 1. ທ່ານ ປູ​ຕິນ ຕ້ອ​ນ​ຮັບ​ທ່ານ ກິມ ສຳ​ລັບ​ການ​ເຈ​ລະ​ຈາ, 2. ຣັດເຊຍກ່າວວ່າ ການໂຈມຕີດ້ວຍລູກສອນໄຟຂອງ ຢູເຄຣນ ຕົກລົງໃສ່ອູ່ສ້ອມແປງເຮືອ ເຊວາສໂຕໂພລ, ແລະ 3. ປະ​ທານ​ສະ​ພາ​ຕ່ຳ ກ່າວ​ວ່າ ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ເປີດ​ການ​ຟ້ອງ​ຮ້ອງ​ຕໍ່ ​ທ່ານໄບ​ເດັນ.
9/13/202329 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ວໍ​ຊິງ​ຕັນ ອາດ​ຈະ​ສົ່ງ ລະ​ບົບ​ລູກ​ສອນ​ໄຟ​ຍຸດ​ທະ​ສາດ ກອງ​ທັບ​ບົກ ໄປ​ໃຫ້​ຢູ​ເຄ​ຣນ - ກັນຍາ ໑໒, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວສໍາຄັນໃນມື້ນີ້ມີ: 1. ວໍ​ຊິງ​ຕັນ ອາດ​ຈະ​ສົ່ງລະ​ບົບ​ລູກ​ສອນ​ໄຟ​ຍຸດ​ທະ​ສາດກອງ​ທັບ​ບົກ ໄປ​ໃຫ້​ຢູ​ເຄ​ຣນ,​ 2. ທ່ານໄບເດັນ ຮຽກຮ້ອງໃຫ້ມີຄວາມສາມັກຄີ ເປັນເອກະພາບ, ແລະ 3. ໃນວັນຄົບຮອບການໂຈມຕີ 11 ກັນ​ຍາ ສະຫະລັດກ່າວວ່າ ​ກຸ່ມອາລ-ກາອີດາ ​ບໍ່​ມີ​ຄວາມ​ສາ​ມາດ​ອີກ​ແລ້ວ.
9/12/202329 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ສະ​ຫະ​ລັດ ແລະ ຫວຽດ​ນາມ ເນັ້ນ​ຢ້ຳ​ການ​ຂະ​ຫຍາຍ​ສາຍ​ພົວ​ພັນ - ກັນຍາ ໑໑, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວສໍາຄັນໃນື້ມີ້ນີ: 1. ສະ​ຫະ​ລັດ ແລະ ຫວຽດ​ນາມ ເນັ້ນ​ຢ້ຳ​ການ​ຂະ​ຫຍາຍ​ສາຍ​ພົວ​ພັນ, 2. ທ່ານໄບເດັນ ພົບປະກັບນາຍົກລັດຖະມົນຕີຈີນ ຢູ່ນອກກອງປະຊຸມກຸ່ມ G20, ແລະ 3. ເກີດແຜ່ນດິນໄຫວຄັ້ງໃໝ່ຕິດຕາມມາ ໃນປະເທດໂມຣັກໂກ.
9/11/202330 minutes
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ອອສເຕຣເລຍ ພະຍາຍາມສົ່ງເສີມ ສາຍພົວພັນດ້ານການຄ້າ ກັບເອເຊຍຕາເວັນອອກສຽງໃຕ້ - ກັນຍາ ໑໐, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ບົດລາຍງານໃນມື້ນີ້ມີ: 1. ອອສເຕຣເລຍ ພະຍາຍາມສົ່ງເສີມ ສາຍພົວພັນດ້ານການຄ້າ ກັບເອເຊຍຕາເວັນອອກສຽງໃຕ້, 2. ກອງທັບສະຫະລັດ ແລະກອງທັບອິນໂດເນເຊຍ ຈັດການຊ້ອມລົບຮ່ວມກັນ, ແລະ 3. .
9/10/202330 minutes
Episode Artwork

ລາຍການກະຈາຍສຽງຂອງວີໂອເອລາວ ວັນທີ 9 ກັນຍາ 2023 - ກັນຍາ ໐໙, ໒໐໒໓

ຫົວຂໍ້ຂ່າວທີ່ສຳຄັນສຳລັບແລງມື້ນີ້ ມີດັ່ງນີ້: ໃນໝູ່ເກາະ ໂອກິນາວາ ຂອງ ຍີ່ປຸ່ນ, ຄວາມເຄັ່ງຕຶງຢູ່ໃນມະຫາສະໝຸດປາຊີຟິກ ໄດ້ເຜົາໄໝ້ຄວາມເຈັບປວດ ຂອງຄວາມຂັດແຍ້ງໃນອະດີດ ຂຶ້ນມາອີກຄັ້ງ; ຜ້າພັນບາດ "ສະຫຼາດ" ທີ່ຕິດຕາມ ແລະ ຮັກສາບາດແຜ. ຕິດຕາມດ້ວຍລາຍການຕ່າງໆຂອງທາງສະຖານີຕາມລຳດັບ
9/9/202330 minutes
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ທ່ານເຊເລັນສກີ ຍ້ອງຍໍໜ່ວຍທະຫານ ແຕ່ການໂຈມຕີຕອບໂຕ້ຊ້າ ອາດຂັດຂວາງການຊ່ວຍເຫຼືອຂອງ ສ​ຫລ - ກັນຍາ ໐໘, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວສໍາຄັນໃນມື້ນີ້ມີ: 1. ທ່ານເຊເລັນສກີ ຍ້ອງຍໍໜ່ວຍທະຫານ, 2. ອົງການສືບລັບສະຫະລັດ ແນະ​ວ່າ ຄວາມພະຍາຍາມທາງໄຊເບີຂອງຣັດເຊຍ ຍັງ​ດຳ​ເນີນ​ຕໍ່​ໄປ, ແລະ 3. ສະຫະລັດ, ອັງກິດ ລົງໂທດ 11 ສ່ວນບຸກຄົນທີ່ມີສ່ວນກ່ຽວຂ້ອງ ກັບກຸ່ມອາຊະຍາກຳທາງອິນເຕີແນັດ ຂອງຣັດເຊຍ.
9/8/202329 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: - ກັນຍາ ໐໗, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວສໍາຄັນໃນມື້ນີ້ມີ: 1. ຣັດເຊຍ ໂຈມຕີພາກພື້ນ ໂອເດຊາ ດ້ວຍໂດຣນ, 2. ທ່ານບລິງເກັນ ຄ້າງຄືນຢູ່ກີຢິບ ທ່າມກາງການໂຈມຕີທາງອາກາດ ຂອງຣັດເຊຍ ແລະ 3. ຣັດເຊຍ ຄັດຄ້ານການສົ່ງລູກປືນລົດຖັງ ທີ່ຜ່ານຂັ້ນຕອນການກັ່ນທາດຢູເຣນຽມຂອງ ສະຫະລັດ ໃຫ້ ຢູເຄຣນ.
9/7/202329 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ທ່ານ ໄບເດັນ ມຸ້ງໜ້າໄປຍັງ ກອງປະຊຸມສຸດຍອດ G20 ຊຶ່ງ ທ່ານ ປູຕິນ ແລະ ທ່ານ ສີ ຄາດວ່າ ຈະບໍ່ເຂົ້າຮ່ວມ - ກັນຍາ ໐໖, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວສໍາຄັນໃນມື້ນີ້ມີ: 1. ທ່ານ ໄບເດັນ ມຸ້ງໜ້າໄປຍັງ ກອງປະຊຸມສຸດຍອດ G20, 2. ທ່ານບລິງເກັນ ​ຢ້ຽມ​ຢາມຢູເຄຣນ ເພື່ອ​ຫາ​ລື ​ກ່ຽວ​ກັບ​ການ​ໂຈມ​ຕີ​ຕອບ​ໂຕ້ ແລະການຊ່ວຍເຫຼືອໃໝ່, ແລະ 3. ຄວາມຄິດເຫັນຂອງມະຫາຊົນຣັດເຊຍ ກ່ຽວກັບສົງຄາມໃນຢູເຄຣນ ທີ່ຫັນປ່ຽນໄປ.
9/6/202329 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ຣັດເຊຍ ກ່າວວ່າ ກຳ​ລັງ​ປ້ອງ​ກັນໄດ້ຍິງໂດຣນຢູເຄຣນຕົກ ທີ່ແນເປົ້າໝາຍໃສ່ມົສກູ - ກັນຍາ ໐໕, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວສໍາຄັນໃນມື້ນີ້ມີ: 1. ຣັດເຊຍ ກ່າວວ່າ ກຳ​ລັງ​ປ້ອງ​ກັນໄດ້ຍິງໂດຣນຢູເຄຣນຕົກ, 2.​ ອົງການສືບລັບຂອງໂຊລກ່າວວ່າ ຣັດເຊຍ ອາດໃຫ້ຂໍ້ສະເໜີແກ່ເກົາຫຼີເໜືອ ເຂົ້າຮ່ວມໃນການຊ້ອມລົບ, ແລະ 3. ຄິວບາ ກ່າວວ່າ ກຸ່ມຄ້າມະນຸດ ແນໃສ່ເພື່ອເກນເອົາຊາວຄິວບາ ໄປ​ເຮັດສົງຄາມຂອງຣັດເຊຍ.
9/5/202329 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ຜູ້​ນຳ ຣັດ​ເຊຍ ແລະ ເທີ​ກີ ປຶກ​ສາ​ຫາ​ລື​ຂໍ້​ຕົກ​ລົງ​ອາ​ຫານ​ປະ​ເພດ​ເມັດ ຢູ​ເຄ​ຣນ - ກັນຍາ ໐໔, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວສໍາຄັນໃນມື້ນີ້ມີ: 1. ຜູ້​ນຳ ຣັດ​ເຊຍ ແລະ ເທີ​ກີ ປຶກ​ສາ​ຫາ​ລື​ຂໍ້​ຕົກ​ລົງ​ອາ​ຫານ​ປະ​ເພດ​ເມັດ, 2. ມື້ທີ 3 ຂອງການໂຮມຊຸມນຸມໃນ ໄນເຈີ ເພື່ອຮຽກຮ້ອງໃຫ້ທະຫານ ຝຣັ່ງ ອອກຈາກ​ປະ​ເທດ, ແລະ 3. ບັນ​ດາ​ເຈົ້າ​ໜ້າ​ທີ່ ສະ​ຫະ​ລັດ ຢ້ຽມ​ຢາມ ພາກ​ພື້ນ ແດ-ແອ​ລ-ຊົວ ຂອງ ຊີ​ເຣຍ.
9/4/202329 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ການປະກວດຮູບຖ່າຍ ແລະ ວີດີໂອດ້ວຍໂດຣນ ສະແດງໃຫ້ເຫັນ ທັດສະນີຍະພາບທີ່ໜ້າອັດສະຈັນໃຈຂອງໂລກ - ກັນຍາ ໐໓, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ບົດລາຍງານໃນມື້ນີ້ມີ: 1. ການປະກວດຮູບຖ່າຍດ້ວຍໂດຣນ ສະແດງໃຫ້ເຫັນທັດສະນີຍະພາບທີ່ໜ້າອັດສະຈັນ, 2. ອອສເຕຣເລຍ ຈະລົງຄະແນນສຽງ ກ່ຽວກັບຮ່າງປະຊາມະຕິ ທີ່ສໍາຄັນ ສໍາລັບຊົນເຜົ່າພື້ນເມືອງ, ແລະ 3. ການຫ້າມສົ່ງອອກເຂົ້້າຂອງອິນເດຍ ກະຕຸ້ນໃຫ້ມີການປິດ ໂຮງສີເຂົ້າຫຼາຍແຫ່ງ ຢູ່ ໄນຈີເຣຍ.
9/3/202330 minutes
Episode Artwork

ລາຍການກະຈາຍສຽງຂອງວີໂອເອລາວ ວັນທີ 02 ກັນຍາ 2023 - ກັນຍາ ໐໒, ໒໐໒໓

ສຳລັບແລງມື້ນີ້, ທ່ານຈະໄດ້ຮັບຟັງລາຍງານກ່ຽວກັບ: ແຜນການສ້າງໂຮງງານຈີນ ໄດ້ແຍກປະຊາຊົນທີ່ອາໄສຢູ່ໃນທ້ອງຖິ່ນຂອງເມືອງໃນລັດມິຊິແກນ; ແມ່ພະຍາດທີ່ຍັງມີຊິວິດ ຖືກຄົ້ນພົບຢູ່ໃນສະໝອງຂອງຄົນເຈັບຊາວອອສເຕຣເລຍ, ຕິດຕາມດ້ວຍລາຍງານຕ່າງໆ ຂອງພວກເຮົາຕາມລຳດັບ
9/2/202329 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ທ່ານທຣຳກ່າວຕໍ່ສານວ່າ ທ່ານບໍ່ມີຄວາມຜິດ ໃນການແຊກແຊງການເລືອກຕັ້ງທີ່ລັດຈໍເຈຍ. - ກັນຍາ ໐໑, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວສໍາຄັນໃນມື້ນີ້ມີ: 1. ທ່ານທຣຳກ່າວຕໍ່ສານວ່າ ທ່ານບໍ່ມີຄວາມຜິດ ໃນການແຊກແຊງການເລືອກຕັ້ງທີ່ລັດຈໍເຈຍ, 2. ຫົວໜ້າອົງການສະຫະປະຊາຊາດ ສົ່ງຂໍ້ສະເໜີໃໝ່ໃຫ້ຣັດເຊຍ ກ່ຽວກັບຂໍ້ຕົກລົງອາຫານປະເພດເມັດ, ແລະ 3. ຣັດເຊຍມາລແວ ແນເປົ້າໝາຍໃສ່ໂທລະສັບມືຖື ຂອງຊາວຢູເຄຣນ.
9/1/202329 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ກອງທັບ ກາບົງ ປະກາດແຕ່ງຕັ້ງຜູ້ນຳຄົນໃໝ່ຂອງປະເທດ ແລະ ກັກບໍເວນປະທານາທິບໍດີ ໃນບ້ານ - ສິງຫາ ໓໑, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວສໍາຄັນໃນມື້ນີ້ມີ: 1. ກອງທັບ ກາບົງ ປະກາດແຕ່ງຕັ້ງຜູ້ນຳຄົນໃໝ່ຂອງປະເທດ ແລະ ກັກບໍເວນປະທານາທິບໍດີ ໃນບ້ານ, 2. ຊິງຕັນ ກຳລັງຕິດຕາມເບິ່ງ ປະເທດກາບົງ 'ຢ່າງໃກ້ຊິດ' ຫຼັງຈາກທະຫານຄວບຄຸມຕົວປະທານາທິບໍດີ, ແລະ 3. ຣັດເຊຍ ເວົ້າວ່າ ພວກເຂົາຍິງໂດຣນຂອງ ຢູເຄຣນ ຕົກໃກ້ກັບມົສກູ.
8/31/202329 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ຣັດເຊຍລາຍງານວ່າ ມີການໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບຂອງຢູເຄຣນ ຢູ່ໃນຫຼາຍຂົງເຂດຂອງຣັດເຊຍ - ສິງຫາ ໓໐, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວສໍາຄັນໃນມື້ນີ້ມີ: 1. ຣັດເຊຍລາຍງານວ່າ ມີການໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບຂອງຢູເຄຣນ, 2. ສະຫະລັດ ໃຫ້ການຊ່ວຍເຫຼືອແກ່ ຢູເຄຣນ ເພີ້ມຕື່ມ 250 ລ້ານໂດລາ, ​ແລະ 3. ພິທີຝັງສົບແບບສ່ວນຕົວ ໄດ້ຖືກຈັດຂຶ້ນໃຫ້ແກ່ຫົວໜ້າ ເຢບເກນີ ປຣີໂກຊີນ ຂອງກຸ່ມທະຫານຮັບຈ້າງແວັກເນີ.
8/30/202329 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ຜູ້ພິພາກສາ ​ກຳ​ນົດເອົາວັນທີ 4 ມີນາເປັນວັນດຳເນີນຄະດີ ແຊກແຊງ​ການເລືອກຕັ້ງ ຂອງທ່ານທຣໍາ - ສິງຫາ ໒໙, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວສໍາຄັນໃນມື້ນີ້ມີ: 1. ຜູ້ພິພາກສາ ​ກຳ​ນົດເອົາວັນທີ 4 ມີນາເປັນວັນດຳເນີນຄະດີຂອງທ່ານທຣໍາ, 2. ການຄົ້ນຄວ້າກ່າວວ່າ ຈີນເປັນຜູ້ສະໜອງຫຼັກໃນຊິ້ນສ່ວນໂດຣນທີ່ເປັນສ່ວນປະກອບສຳຄັນຂອງຣັດເຊຍ, ແລະ 3. ສຫລ ແລະ ຈີນ ຕົກລົງ​ ທີ່​ຈະ​ເປີດ​ການສົນທະນາກັນໃໝ່ ກ່ຽວກັບ​ເລື້ອງການຄ້າ.
8/29/202329 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ຣັດ​ເຊຍ​ກ່າວ​ວ່າ ອະດີດ​ພະນັກງານ​ກົງ​ສຸນ​ສະຫະລັດ​ ຖືກ​ກ່າວ​ຫາ ​ໃນ​ຂໍ້​ຫາ​ສອດ​ແນມ - ສິງຫາ ໒໘, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວສໍາຄັນໃນມື້ນີ້ມີ: 1. ຣັດ​ເຊຍ​ກ່າວ​ວ່າ ອະດີດ​ພະນັກງານ​ກົງ​ສຸນ​ສະຫະລັດ​ ຖືກ​ກ່າວ​ຫາ ​ໃນ​ຂໍ້​ຫາ​ສອດ​ແນມ, 2. ປຣີໂກຊິນ ໄດ້ຮັບຢືນຢັນວ່າ ເສຍຊີວິດ ຢູ່ໃນເຮືອບິນຕົກ, ແລະ 3. ເດືອນສຸດທ້າຍຂອງ ທ່ານ ປຣີໂກຊິນ ໄດ້ຖືກປົກຄຸມໄປດ້ວຍຄໍາຖາມທີ່ວັງເຄຣມລິນກະກຽມໄວ້ສໍາລັບທ່ານ.
8/28/202329 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ການກໍ່ຄວາມຮຸນແຮງຂອງຊົນເຜົ່າ ໄດ້ສັງຫານຫຼາຍສິບຄົນ ໃນ ປາປົວ ນິວ ກີນີ - ສິງຫາ ໒໗, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ສໍາລັບບົດລາຍງານໃນມື້ນີ້ມີ: 1. ການກໍ່ຄວາມຮຸນແຮງຂອງຊົນເຜົ່າ ໄດ້ສັງຫານຫຼາຍສິບຄົນ ໃນ ປາປົວ ນິວ ກີນີ, 2. ບັນດາຜູ້ສະໝັກຊິງຕໍາແໜ່ງປະທານາທິບໍດີ, ໂຕ້ວາທີກັນຢ່າງດຸ​ເດືອດ, ແລະ 3. ການເກັບເງິນທິບຢູ່ຮ້ານອາຫານ ແລະ ການບໍລິການຕ່າງໆແມ່ນບັນຫາທີ່ກຳລັງມີການໂຕ້ຖຽງກັນໃນ ສະຫະລັດ.
8/27/202329 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອລາວ ວັນທີ 26 ສິງຫາ 2023 - ສິງຫາ ໒໖, ໒໐໒໓

ສຳລັບແລງມື້ນີ້ ທ່ານຈະໄດຮັບຟັງລາຍງານ ກ່ຽວກັບ: 1. ປະທານາທິບໍດີ ອາຟຣິກາໃຕ້ ເປັນເຈົ້າພາບຕ້ອນຮັບຄູ່ຕຳແໜ່ງຝ່າຍຈີນ ໃນການເດີນທາງມາຢ້ຽມຢາມຢ່າງເປັນທາງການ, ແລະ 2. ການຜະລິດທາງດ້ານກະສິກຳຂອງລາວ ປະເຊີນກັບບັນຫາຂາດແຄນແຮງງານຢ່າງໜັກ. ຕິດຕາມດ້ວຍລາຍການຕ່າງໆຂອງທາງສະຖານນີ້ຕາມລຳດັບ.
8/26/202330 minutes
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ສະ​ຫະ​ລັດ ລົງ​ໂທດ​ຊາວ​ຣັດ​ເຊຍ ທີ່​ພົວ​ພັນ​ກັບ​ການ​ລັກ​ພາ​ໂຕ ແລະ​ສົ່ງ​ເດັກ​ນ້ອຍ ຈາກ​ຢູ​ເຄ​ຣນ ໄປ ຣັດ​ເຊຍ - ສິງຫາ ໒໕, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວສໍາຄັນໃນມື້ນີ້ມີ: 1. ສະ​ຫະ​ລັດ ລົງ​ໂທດ​ຊາວ​ຣັດ​ເຊຍ ທີ່​ພົວ​ພັນ​ກັບ​ການ​ລັກ​ພາ​ໂຕ​ເດັກ​ນ້ອຍ, 2. ຣັດ​ເຊຍ​ອ້າງ​ວ່າ ​ຕົນໄດ້​ຍິງໂດ​ຣນ​ຢູ​ເຄຣນ ​ຕົກ 42 ລຳ, ແລະ 3. ໜ່ວຍ​ສືລັບ​ ສ​ຫລ: ມີການ​ວາງ​ລະ​ເບີດດ້ວຍ​ຄວາມ​ຕັ້ງ​ໃຈໃສ່ເຮືອບິນຂອງຫົວ​ໜ້າ​ກຸ່ມ​ແວັກ​ເນີ້.
8/25/202329 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ອົງການການບິນພົນລະເຮືອນ ຣັດເຊຍ ເວົ້າວ່າ ຫົວໜ້າກຸ່ມ ແວກເນີ ທ່ານ ປຣີໂກຊິນ ໄດ້ຢູ່ເທິງເຮືອບິນທີ່ຕົກ - ສິງຫາ ໒໔, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວສໍາຄັນໃນມື້ນີ້ມີ: 1. ອົງການການບິນພົນລະເຮືອນ ຣັດເຊຍ ເວົ້າວ່າ ຫົວໜ້າກຸ່ມແວກເນີ ຢູ່ເທິງເຮືອບິນທີ່ຕົກ, 2. ຢູເຄຣນ ກ່າວວ່າ ຣັດເຊຍໂຈມຕີພື້ນຖານໂຄງລ່າງໃນເຂດໂອເດຊາ, ແລະ 3. ອົງການສືບລັບ ຢູເຄຣນ ເວົ້າວ່າ ເຂົາເຈົ້າໄດ້ລໍ້ໃຫ້ຄົນຂັບເຮືອບິນ ຣັດເຊຍ ລົງຈອດ ໃນ ຢູເຄຣນ
8/24/202329 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ທ່ານໄບເດັນ ມຸ້ງໜ້າໄປຮ່ວມກອງປະຊຸມ G20 ແລະສົ່ງທ່ານນາງແຮຣິສ ໄປຍັງກອງປະຊຸມສຸດຍອດອາຊຽນ ແລະ ເອເຊຍຕາເວັນອອກ - ສິງຫາ ໒໓, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັ, ຫົວຂໍ້ຂ່າວສໍາຄັນໃນມື້ນີ້ມີ: 1. ທ່ານໄບເດັນ ມຸ້ງໜ້າໄປຮ່ວມກອງປະຊຸມ G20,​ 2. ເຮືອບິນເຮລິຄອບເຕີ ໜ່ວຍກ້າຕາຍ ຢູ່ເບື້ອງຫລັງການກູ້ໄພຕູ້ສາຍກາບ ໃນປາກິສຖານ, ແລະ 3. ຢູເຄຣນ ກ່າວວ່າ ຣັດເຊຍ ຖະຫລົ່ມພື້ນຖານໂຄງລ່າງຂອງທ່າເຮືອ ໃນການໂຈມຕີຕໍ່ ເມືອງທ່າເຮືອ ໂອເດຊາ.
8/23/202329 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ຣັດເຊຍ ຍິງໂດຣນຂອງຢູເຄຣນຕົກ ໃນເຂດນະ​ຄອນ​ຫຼວງມົສກູ - ສິງຫາ ໒໒, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ສໍາຄັນໃນມື້ນີ້ມີ: 1. ຣັດເຊຍ ຍິງໂດຣນຂອງຢູເຄຣນຕົກ ໃນເຂດນະ​ຄອນ​ຫຼວງມົສກູ, 2. ປ. ໄບເດັນ ໃນການຢ້ຽມຢາມ ລັດຮາວາຍ ປະຕິຍານວ່າ ຈະສະໜັບສະໜຸນໃນການຟື້ນຟູ ເຂດທີ່ຖືກໄຟປ່າເຜົາຜານ, ແລະ 3. ພາຍຸຮີແລຣີ ພາໃຫ້ເກີດຝົນຕົກໜັກ ແລະ ນໍ້າຖ້ວມ ຢູ່ລັດຄາລິຟໍເນຍ .
8/22/202329 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ເນ​ເທີ​ແລນ ແລະ ເດັນ​ມາກ ສັນ​ຍາ​ຈະສົ່ງເຮືອ​ບິນ​ລົບ F-16 ໃຫ້ ຢູ​ເຄ​ຣນ - ສິງຫາ ໒໑, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວສໍາຄັນໃນມື້ນີ້ມີ: 1. ເນ​ເທີ​ແລນ ແລະ ເດັນ​ມາກ ສັນ​ຍາ​ຈະສົ່ງເຮືອ​ບິນ​ລົບ F-16 ໃຫ້ ຢູ​ເຄ​ຣນ, 2. ທ່ານໄບເດັນ ຈະໄປຢ້ຽມຢາມລັດຮາວາຍ ລຸນຫຼັງເຫດການໄຟໄຫມ້ປ່າ, ແລະ 3. ພາ​ຍຸ​ລະ​ດູ​ຮ້ອນ ຮິ​ແລ​ຣີ ນຳ​ເອົາ​ຝົນ​ຕົກ​ໜັກ​ມາ​ສູ່​ລັດ ຄາ​ລິ​ຟໍ​ເນຍ.
8/21/202329 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ຊ່າງຕັດຫຍິບຊາວອັຟການິສຖານ ສ້າງແຮງບັນດານໃຈໃນການຈ້າງງານ ທ່າມກາງຄວາມທ້າທາຍຕ່າງໆ - ສິງຫາ ໒໐, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ບົດລາຍງານສໍາລັບແລງມື້ນີ້ມີ: 1. ຊ່າງຕັດຫຍິບຊາວອັຟການິສຖານ ສ້າງແຮງບັນດານໃຈໃນການຈ້າງງານ, 2. ມະຫາວິທະຍາໄລ ໃນ ອອສເຕຣເລຍ ອອກມາເຕືອນກ່ຽວກັບການແຊກແຊງຂອງຕ່າງປະເທດ, 3. ປະຊາຊົນ ລາວ-ອາເມຣິກາ ທີ່ປັດຈຸບັນ ເປັນຜູ້ຈັດການດ້ານຊັບພະຍາກອນມະນຸດ ໃນບໍລິສັດຜະລິດເຮືອບິນ.
8/20/202330 minutes
Episode Artwork

ລາຍການກະຈາຍສຽງຂອງວີໂອເອລາວ ວັນທີ 19 ສິງຫາ 2023 - ສິງຫາ ໑໙, ໒໐໒໓

ຫົວຂໍ້ຂ່າວ ສຳລັບແລງມື້ນີ້ມີ: ລັດຖະບານລາວຈະຕ້ອງສ້າງຕັ້ງໜ່ວຍງານກາງ ເພື່ອຮັບຜິດຊອບໃນການຄວບຄຸມ ແລະການກວດກາສໍາປະທານການຂຸດຄົ້ນແຮ່ທາດ ໃນທົ່ວປະເທດ, ບັນດານັກລົງທຶນຈີນ ໄດ້ປ່ຽນສີຫານຸກວີລ ເຊິ່ງເປັນເມືອງທີ່ງຽບສະຫງົບແຄມທະເລຂອງກໍາປູເຈຍ ໃຫ້ກາຍມາເປັນເມືອງແຫ່ງການພະນັນ. ຕິດຕາມດ້ວຍລາຍການຕ່າງໆຂອງທາງສະຖານນີຕາມລຳດັບ
8/19/202330 minutes
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ກອງ​ປະ​ຊຸມ​ສຸດຍອດ​ສາມ​ຝ່າຍ ທີ່​ແຄ້ມ​ເດ​ວິດ ແມ່ນ​ເພີ້ມ 'ຄວາມ​ໝັ້ນ​ໝາຍ​ ໃນ​ການ​ຫາ​ລື' - ສິງຫາ ໑໘, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວສໍາຄັນໃນມື້ນີ້ມີ: 1. ກອງ​ປະ​ຊຸມ​ສຸດຍອດ​ສາມ​ຝ່າຍ ທີ່​ແຄ້ມ​ເດ​ວິດ, 2. ຣັດເຊຍ ຍິງເຮືອບິນບໍ່ມີຄົນຂັບ ຫຼືໂດຣນຂອງຢູເຄຣນຕົກ, ແລະ 3. ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ຂອງ ຈີນ ສັນ​ຍາ​ຈະ​ຂະ​ຫຍາຍ​ການ​ຮ່ວມ​ມື ​ກັບ​ ເບ​ລາ​ຣຸ​ສ.
8/18/202329 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ສະຫະລັດ ວາງມາດຕະການລົງໂທດ ກ່ຽວກັບ ຂໍ້ຕົກລົງຄ້າຂາຍອາວຸດ ລະຫວ່າງ ເກົາຫຼີເໜືອ ແລະ ຣັດເຊຍ - ສິງຫາ ໑໗, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວສໍາຄັນໃນມື້ນີ້ມີ: 1. ສະຫະລັດ ວາງມາດຕະການລົງໂທດ ກ່ຽວກັບ ຂໍ້ຕົກລົງຄ້າຂາຍອາວຸດ ລະຫວ່າງ ເກົາຫຼີເໜືອ ແລະ ຣັດເຊຍ, 2. ເກົາຫຼີເໜືອຢືນຢັນວ່າ ຕົນພວມສືບສວນສອບສວນທະຫານສະຫະລັດ ທ້າວທຣາວິສ ຄິງ ແລະ 3. ທ່ານ ໄບເດັນ ຈະໄປສັງເກດການຄວາມເສຍຫາຍຈາກໄຟໄໝ້ປ່າໃນລັດ ຮາວາຍ.
8/17/202329 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ຄະນະຕຸລາການໃຫຍ່ ຂອງລັດຈໍເຈຍ ຟ້ອງທ່ານທຣຳ ແລະອີກ 18 ຄົນ ໃນການສອບສວນກ່ຽວກັບການເລືອກຕັ້ງ - ສິງຫາ ໑໖, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວສໍາຄັນໃນມື້ນີ້ມີ: 1. ຄະນະຕຸລາການໃຫຍ່ ຂອງລັດຈໍເຈຍ ຟ້ອງທ່ານທຣຳ ແລະອີກ 18 ຄົນ, 2. ການຟ້ອງຮ້ອງ ທ່ານທຣຳ ທີ່ລັດຈໍເຈຍ ພາໃຫ້ມີປະຕິກິລິຍາ ທີ່ແຕກຕ່າງກັນ, ແລະ 3. ການອະທິບາຍ ກ່ຽວກັບການຟ້ອງ 4 ຄັ້ງ ຕໍ່ອະດີດປະທານາທິບໍດີ ດໍໂນລ ທຣຳ.
8/16/202329 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ຄະ​ນະ​ຕຸ​ລາ​ການ​ໃຫຍ່ ລັດຈໍເຈຍ ​ຟ້ອງທ່ານທຣໍາ ໃນ​ການ​ສືບ​ສວນ ​ກ່ຽວ​ກັບ​ການ​ເລືອກ​ຕັ້ງ - ສິງຫາ ໑໕, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວສໍາຄັນໃນມື້ນີ້ມີ: 1. ຄະ​ນະ​ຕຸ​ລາ​ການ​ໃຫຍ່ ລັດຈໍເຈຍ ​ຟ້ອງທ່ານທຣໍາ ​ກ່ຽວ​ກັບ​ການ​ເລືອກ​ຕັ້ງ,​ 2. ສະຫະລັດ ມອບການຊ່ອຍເຫຼືອຊຸດໃໝ່ ມູນຄ່າ 200 ລ້ານໂດລາ ໃຫ້ແກ່ຢູເຄຣນ, ແລະ 3. ເກີດໄຟໄໝ້ ຢູ່ສາງນໍ້າມັນໃນຣັດເຊຍ ມີຜູ້ເສຍຊີວິດ 30 ຄົນ ແລະໄດ້ຮັບບາດເຈັບຫລາຍຄົນ.
8/15/202329 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ຣັດ​ເຊຍ ໂຈມ​ຕີ​ເມືອງ​ທ່າ​ເຮືອ ໂອ​ເດ​ຊາ ດ້ວຍ​ລູກ​ສອນ​ໄຟ ແລະ ໂດ​ຣນ - ສິງຫາ ໑໔, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວສໍາຄັນໃນມື້ນີ້ມີ: 1. ຣັດ​ເຊຍ ໂຈມ​ຕີ​ເມືອງ​ທ່າ​ເຮືອ ໂອ​ເດ​ຊາ ດ້ວຍ​ລູກ​ສອນ​ໄຟ ແລະ ໂດ​ຣນ, 2. ນາຍົກລັດຖະມົນຕີເຢຍຣະມັນ ຮຽກຮ້ອງໃຫ້ມີການເຈລະຈາຕື່ມ ຫຼັງຈາກກອງປະຊຸມຊຸດຍອດຢູເຄຣນ, ແລະ 3. ລັດ​ຖະ​ບານ​ທະ​ຫານ ​ຂອງ ໄນ​ເຈີ ພ້ອມ​ທີ່​ຈະ​ດຳ​ເນີນ​ຄະ​ດີ​ ທ່ານ ບາ​ຊູມ.
8/14/202329 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ອອສເຕຣເລຍ ​ຍົກ​ເລີກ​ກົດ​ໝາຍ​ມໍ​ລະ​ດົກຂອງຄົນລຸ້ນທຳອິດ ຫຼື​ ​ First Nations ​ທີ່​ມີຂໍ້ຂັດແຍ່ງກັນ - ສິງຫາ ໑໓, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ບົດລາຍງານໃນມື້ນີ້ມີ: 1. ອອສເຕຣເລຍ ​ຍົກ​ເລີກ​ກົດ​ໝາຍ​ມໍ​ລະ​ດົກຂອງຄົນລຸ້ນທຳອິດ ຫຼື​ ​ First Nations ​ທີ່​ມີຂໍ້ຂັດແຍ່ງກັນ, 2. ຄາດວ່າ ເຂື່ອນຂອງຈີນ ຈະສົ່ງຜົນກະທົບຮຸນແຮງຕໍ່ລະບົບເສດຖະກິດຂອງບັນດາປະເທດປາກແມ່ນໍ້າ, ແລະ 3. .
8/13/202330 minutes
Episode Artwork

ລາຍການກະຈາຍສຽງຂອງວີໂອເອລາວ ວັນທີ 12 ສິງຫາ 2023 - ສິງຫາ ໑໒, ໒໐໒໓

ຫົວຂໍ້ຂ່າວທີ່ສຳຄັນ ສຳລັບແລງມື້ນີ້ ມີດັ່ງນີ້: ບົດສຶກສາຂອງອອສເຕຣເລຍ ອອກມາເຕືອນ ກ່ຽວກັບໄພຂອງສຸຂະພາບຈາກເຄື່ອງປັບອາກາດ; ປັນຍາປະດິດສາມາດຊ່ວຍໃນການກວດຫາ ຢາເສບຕິດເຟັນຕານີລ ໄດ້ບໍ່? ຕິດຕາມດ້ວຍລາຍການຕ່າງໆຂອງພວກເຮົາຕາມລຳດັບ
8/12/202329 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ບັນດາໄອຍະການ ຫາທາງໃຫ້ເລີ້ມການດຳເນີນຄະດີ ສົມຮູ້ຮ່ວມຄິດ ຂອງທ່ານທຣຳ ໃນເດືອນມັງກອນ - ສິງຫາ ໑໑, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວໍສາຄັນໃນມ້ນີ້ມີ: 1. ບັນດາໄອຍະການ ຫາທາງໃຫ້ເລີ້ມການດຳເນີນຄະດີຂອງທ່ານທຣຳ, 2. ການໂຈມຕີໃສ່ແນວໜ້າດ້ານຕາເວັນອອກຂອງຣັດເຊຍ ເຮັດໃຫ້ຢູເຄຣນ ຕ້ອງອົບພະຍົບປະຊາຊົນ, ແລະ 3. ປູຕິນ ໄດ້ຮັບຜົນກຳໄລ ຈາກ ສະຫະລັດ ແລະ ຢູໂຣບ ທີ່ເພິ່ງພາ ຕໍ່ເຊື້ອພະລັງນິວຄເລຍ ຂອງຣັດເຊຍ.
8/11/202329 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ອະດີດຜູ້ນຳກຸ່ມກະບົດ ໄນເຈີ ເປີດໂຕກຸ່ມເພື່ອຕໍ່ຕ້ານລັດຖະບານທະຫານ - ສິງຫາ ໑໐, ໒໐໒໓

ຫົວຂໍ້ຂ່າວສໍາຄັນໃນມື້ນີ້ມີດັ່ງນີ້: ອະດີດຜູ້ນຳກຸ່ມກະບົດ ໄນເຈີ ເປີດໂຕກຸ່ມເພື່ອຕໍ່ຕ້ານລັດຖະບານທະຫານ, ຣັດເຊຍ ກ່າວວ່າ ຕົນໄດ້ຍິງໂດຣນ ຢູເຄຣນ ສອງລຳຕົກ ທີ່ແນເປົ້າໃສ່ ມົສກູ ແລະ ຂໍ້ຄວາມທີ່ອ້າງວ່າເປັນແຈ້ງການລັບພາຍໃນ ສະແດງໃຫ້ເຫັນຄວາມບໍ່ພໍໃຈຂອງ ສະຫະລັດ ຕໍ່ ທ່ານ ອິມຣານ ຄານ.
8/10/202329 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ລັດ​ຖະ​ບານ​ທະ​ຫານ ໄນ​ເຈີ ປະ​ຕິ​ເສດ​ຄະ​ນະ​ຜູ້​ແທນ​ນັກ​ການ​ທູດ - ສິງຫາ ໐໙, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວສໍາຄັນໃນມື້ນີ້ມີ: 1. ລັດ​ຖະ​ບານ​ທະ​ຫານ ໄນ​ເຈີ ປະ​ຕິ​ເສດ​ຄະ​ນະ​ຜູ້​ແທນ​ນັກ​ການ​ທູດ, 2. ເຢຍຣະມັນ ຂະຫຍາຍເວ​ລາ​ການ​ສົ່ງລະບົບລູກ​ສອນ​ໄຟ​ປ້ອງກັນ Patriot ໃນໂປແລນ, ແລະ 3. ຣັດ​ເຊຍ ຕຳ​ໜິ​ຕິ​ຕຽນ ຕາ​ເວັນ​ຕົກ ສຳ​ລັບ​ການ​ກົດ​ດັນ​ຕໍ່ ອີ​ຣ່ານ.
8/9/202329 minutes, 57 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ບັນດາຜູ້ປະທ້ວງ ຮຽກຮ້ອງໃຫ້ ສປປ ລາວ ປ່ອຍໂຕນັກກົດໝາຍເພື່ອສິດທິມະນຸດຊາວຈີນ ບໍ່ແມ່ນສົ່ງກັບໄປ ຈີນ - ສິງຫາ ໐໘, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວສໍາຄັນໃນມື້ນີ້ມີ: 1. ບັນດາຜູ້ປະທ້ວງ ຮຽກຮ້ອງໃຫ້ ລາວ ປ່ອຍໂຕນັກກົດໝາຍເພື່ອສິດທິມະນຸດຊາວຈີນ, 2. ຣັດເຊຍໂຈມຕີ ເຂດທີ່ພັກອາໄສ ໂດຍສັງຫານຢ່າງໜ້ອຍ 7 ຄົນ, ແລະ 3. ທະນາຍຄວາມຂອງ ທ່ານທຣໍາ ຮຽກຮ້ອງກົດລະບຽບທີ່ຈໍາກັດຄໍາສັ່ງຄຸ້ມຄອງທີ່ໄດ້ຖືກສະເຫນີ.
8/8/202329 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ທ່ານ ທ​ຣຳ ຢາກ​ໃຫ້​ປ່ຽນ​ຜູ້​ພິ​ພາກ​ສາ​ຄົນ​ໃໝ່ ເພື່ອ​ຟັງ​ການ​ໃຫ້​ການ​ໃນ​ຄະ​ດີ​ສໍ້​ໂກງ​ການ​ເລືອກ​ຕັ້ງ - ສິງຫາ ໐໗, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວສໍາຄັນໃນມື້ນີ້ມີ: 1. ທ່ານ ທ​ຣຳ ຢາກ​ໃຫ້​ປ່ຽນ​ຜູ້​ພິ​ພາກ​ສາ​ຄົນ​ໃໝ່, 2.​ ກອງປະຊຸມສຸດຍອດ ເຈດດາ ສິ້ນສຸດລົງ, ມີແຜນການເຈລະຈາສັນຕິພາບເພີ່ມຕື່ມ, ແລະ 3. ປະເທດໄນເຈີ ປິດເຂດໜ່ານຟ້າ ໃນຂະນະທີ່ເຂົາເຈົ້າປະຕິເສດທີ່ຈະນຳເອົາປະທານາທິບໍດີມາກຳອຳນາດຄືນ.
8/7/202329 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ຊາວກະສິກອນເຢຍຣະມັນ ຢູ່ໃນຢູເຄຣນ ຕໍ່ສູ້ເພື່ອຮັກສາທຸລະກິດ, ແລະ ຊ່ວຍເຫຼືອກອງກຳລັງທະຫານ - ສິງຫາ ໐໖, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ບົດລາຍງານສໍາລັບມື້ນີ້ມີ: 1. ຊາວກະສິກອນເຢຍຣະມັນ ຢູ່ໃນຢູເຄຣນ ຕໍ່ສູ້ເພື່ອຮັກສາທຸລະກິດ, ແລະ ຊ່ວຍເຫຼືອກອງກຳລັງທະຫານ, 2. ຣັດເຊຍ ແຕ່ພຽງປະເທດດຽວ ສຳລັບການຮຸກຮານຕໍ່ການສະໜອງອາຫານແກ່ໂລກ, ແລະ 3. ຄະນະຜູ້ແທນຈາກສະພາແຫ່ງຊາດລາວ ຖອດຖອນບົດຮຽນອັນສໍາຄັນ ຈາກລັດຖະສະພາສະຫະລັດ.
8/6/202329 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອລາວ ວັນທີ 5 ສິງຫາ 2023 - ສິງຫາ ໐໕, ໒໐໒໓

ຫົວຂໍ້ຂ່າວສຳຄັນ ສຳລັບແລງມື້ນີ້: ສະມາຊິກສະພາອອສເຕຣເລຍເນັ້ນໜັກເຖິງໄພຄຸກຄາມຕໍ່ຄວາມໝັ້ນຄົງແຫ່ງຊາດ ຈາກສື່ສັງຄົມອອນລາຍ; ລັດຖະບານຈີນສົ່ງເສີມບຸກຄະລາກອນຈີນທີ່ມີຄຸນນະພາບໃຫ້ໄປເຮັດວຽກ ຫຼືດຳເນີນທຸລະກິດ ແລະລົງທຶນໃນອາຊຽນ ຫຼາຍຂຶ້ນ ໃນຂະນະທີ່ການຈ້າງງານໃນລາວຍັງມີມາດຕະຖານຕໍ່າ; ຕິດຕາມດ້ວຍລາຍການຂອງທາງສະຖານນີຕາມລຳດັບ
8/5/202330 minutes
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ທ່ານທຣໍາ ບໍ່ຮັບວ່າຕົນມີຄວາມຜິດ ຕໍ່ຂໍ້ກ່າວຫາການເລືອກຕັ້ງ - ສິງຫາ ໐໔, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວສໍາຄັນໃນມື້ນີ້ມີ: 1. ທ່ານທຣໍາ ບໍ່ຮັບວ່າຕົນມີຄວາມຜິດ ຕໍ່ຂໍ້ກ່າວຫາການເລືອກຕັ້ງ , 2. ຢູເຄຣນກຳລັງຊອກຫາການສະໜັບສະໜູນຈາກທົ່ວໂລກ ໃນການປຶກສາຫາລືສັນຕິພາບ ທີ່ສະອຸດີອາຣາເບຍເປັນເຈົ້າພາບ , ແລະ 3. ສະຫະລັດຊອກຫາທາງ ເພື່ອຢູ່ຕໍ່ໄປຈົນຮອດນາທີສຸດທ້າຍໃນ ອາຟຣິກາຕາເວັນຕົກ.
8/4/202329 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ຂ່າວຫຼ້າສຸດກ່ຽວກັບຢູເຄຣນ: ຣັດເຊຍໂຈມຕີ ສະຖານທີ່ເກັບມ້ຽນ ອາຫານປະເພດເມັດໃນທ່າເຮືອອິສເມລ - ສິງຫາ ໐໓, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວສໍາຄັນໃນມື້ນີ້ມີ: 1. ຣັດເຊຍໂຈມຕີ ສະຖານທີ່ເກັບມ້ຽນ ອາຫານປະເພດເມັດໃນທ່າເຮືອອິສເມລ, 2. ທ່ານທຣໍາ ຈະປະເຊີນໜ້າກັບຄະນະລູກຂຸນທີ່ແຕກຕ່າງກັນ ໃນການຟ້ອງຮ້ອງຂອງລັດຖະບານການ ສອງສະບັບ, ແລະ 3. ວໍຊິງຕັນຕິດຕາມເບິ່ງການກໍ່ລັດຖະປະຫານໃນປະເທດໄນເຈີຢ່າງໃກ້ຊິດ.
8/3/202329 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ທ່ານ ທຣຳ ຖືກຟ້ອງຮ້ອງ, ຖືກກ່າວຫາ ກ່ຽວກັບ ການພະຍາຍາມຕ່າວປີ້ນ ການຜ່າຍແພ້ການເລືອກຕັ້ງປີ 2020 ຢ່າງຜິດກົດໝາຍ - ສິງຫາ ໐໒, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວສໍາຄັນໃນມື້ນີ້ມີ: 1. ທ່ານ ທຣຳ ຖືກຟ້ອງຮ້ອງ ກ່ຽວກັບການພະຍາຍາມຕ່າວປີ້ນ ການຜ່າຍແພ້ການເລືອກຕັ້ງປີ 2020, 2. ມີປະຕິກິລິຍາຈາກຫຼາຍພາກສ່ວນ ຕໍ່ຄຳຟ້ອງຮ້ອງຂອງອະດີດປະທານາທິບໍດີ ສະຫະລັດ ດໍໂນລ ທຣຳ, ແລະ 3. ຣັດເຊຍ ໂຈມຕີສະຖານທີ່ສົ່ງອອກອາຫານປະເພດເມັດໃນພາກພື້ນ ໂອເດຊາ.
8/2/202329 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ຫຼ້າສຸດໃນຢູເຄຣນ: ຣັດເຊຍລາຍງານວ່າ ເຮືອບິນບໍ່ມີຄົນຂັບຂອງ ຢູເຄຣນ ໂຈມຕີ ມົສກູ - ສິງຫາ ໐໑, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວສໍາຄັນໃນມື້ນີ້ມີ: 1. ຣັດເຊຍລາຍງານວ່າ ເຮືອບິນບໍ່ມີຄົນຂັບຂອງ ຢູເຄຣນ ໂຈມຕີ ມົສກູ, 2. ພັນລະຍາຂອງທະນາຍຄວາມສິດທິມະນຸດ ຊາວຈີນ ທີ່ຖືກຈັບຢູ່ໃນລາວ ຫາທາງເພື່ອໃຫ້ທາງການລາວປ່ອຍໂຕ, ແລະ 3. ຜູ້ພິພາກສາປະຕິເສດຄຳຮ້ອງຂອງ ທ່ານທຣຳ ທີ່ຂໍໃຫ້ຍຸຕິການສືບສວນກ່ຽວກັບການເລືອກ.
8/1/202329 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ຊາ​ອຸ​ດີ ອາ​ຣາ​ເບຍ ຈະ​ເປັນ​ເຈົ້າ​ພາບ​​ກອງ​ປະ​ຊຸມ​ສຸດຍອດ​ສັນ​ຕິ​ພາບ ທີ​່​ຖືກ​ຈັດ​ຂຶ້ນ​ໂດຍ ກີ​ຢິບ - ກໍລະກົດ ໓໑, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວສໍາຄັນໃນມື້ນີ້ມີ: 1. ຊາ​ອຸ​ດີ ອາ​ຣາ​ເບຍ ຈະ​ເປັນ​ເຈົ້າ​ພາບກອງ​ປະ​ຊຸມ​ສຸດຍອດ​ສັນ​ຕິ​ພາບ, 2. ເຫດ​ລະ​ເບີດ​ຢູ່ໃນ ​ປາ​ກິ​ສ​ຖານ ໄດ້​ສັງ​ຫານຫລາຍ​ສິບ​ຄົນ, ແລະ 3. ເຈົ້າ​ໜ້າ​ທີ່ ສຫລ ເຫັນ​ສາຍ​ພົວ​ພັນ​ທີ່​ແຂງ​ແກ່ນ ຫຼັງ​ຈາກ​ການ​ເພີນ​ທາງ​ໄປ​ເຂດ ອິນ​ໂດ-ປາ​ຊີ​ຟິກ.
7/31/202329 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ສວນຊຸມຊົນໃນເຂດ Chinatown-International ຂອງນະຄອນຊີອາໂຕ ໄດ້ກາຍເປັນບ້ານຫຼັງທີສອງຂອງຜູ້ອົບພະຍົບຊາວເອເຊຍ - ກໍລະກົດ ໓໐, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ບົດລາຍງານສໍາລັບແລງມື້ນີ້ມີ: 1. ສວນຊຸມຊົນໃນເຂດ Chinatown-International ຂອງນະຄອນຊີອາໂຕ ໄດ້ກາຍເປັນບ້ານຫຼັງທີສອງຂອງຜູ້ອົບພະຍົບ, 2. ຮ້ານອາຫານ ຍີ່ປຸ່ນ ເສີບອາຫານ ຢູເຄຣນ ປະສົມກັບ ຍີປຸ່ນ, ແລະ 3. ຜູ້ອົບພະຍົບ ລາວ-ອາເມຣິກັນ ກັບຄືນເມືອລາວ ເພື່ອເຮັດທຸລະກິດ ບ້ານພັກຣີສອດ.
7/30/202330 minutes
Episode Artwork

ລາຍການກະຈາຍສຽງຂອງວີໂອເອລາວ ວັນທີ 29 ກໍລະກົດ 2023 - ກໍລະກົດ ໒໙, ໒໐໒໓

ຫົວຂໍ້ຂ່າວທີ່ສຳຄັນສຳລັບແລງມຶ້ນີ້: ຈີນ, ການຄ້າ ແລະຄວາມໝັ້ນຄົງ ຈະເປັນຫົວຂໍ້ຫຼັກຂອງການເຈລະຈາລະຫວ່າງ ອອສເຕຣເລຍ ແລະນິວຊີແລນ; ການລັກລອບນຳເຂົ້າສິນຄ້າຈາກຕ່າງປະເທດ ເພື່ອການຄ້າເຖື່ອນໃນລາວ ຄິດເປັນສັດສ່ວນເກີນກວ່າ 90 % ຂອງມູນຄ່າການຄ້າທັງໝົດ; ວິດອັດສະລິຍະ ສາມາດເກັບກໍາຂໍ້ມູນສຸຂຸພາບໄວ້ ກ່ອນຈະຖືກລ້າງລົງໄປໃນໂຖສ້ວມ
7/29/202329 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ​ປ. ປູ​ຕິນ ສັນ​ຍາ ຈະ​ສົ່ງ​ອາ​ຫານ​ປະ​ເພດ​ເມັດ​ຂອງ​ຣັດ​ເຊຍ ໄປ​ໃຫ້ອາ​ຟ​ຣິ​ກາ - ກໍລະກົດ ໒໘, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວສໍາຄັນໃນມື້ນີ້ມີ: 1. ​ປ. ປູຕິນ ສັນຍາ ຈະສົ່ງອາຫານປະເພດເມັດ ຂອງຣັດເຊຍ ໄປໃຫ້ອາຟຣິກາ, 2. ກອງປະຊຸມສຸດຍອດ ຣັດເຊຍ- ອາຟຣິກາ ໄຂຂຶ້ນທີ່ນະຄອນເຊນປີເຕີສ໌ເບີກ, ແລະ 3. ການບຸກໂຈມຕີຕອບໂຕ້ຄືນຂອງຢູເຄຣນຕໍ່ຣັດເຊຍ ເຖິງແມ່ນໄດ້ດຳເນີນໄປຢ່າງຊ້າໆ ແຕ່ກໍຍັງມີ ‘ທາງເລືອກຫຼາຍຢູ່.’
7/28/202330 minutes
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ພວກທະຫານຂອງໄນເຈີ ອ້າງວ່າ ໄດ້ປົດທ່ານບາຊູມ ລົງຈາກຕຳແໜ່ງ - ກໍລະກົດ ໒໗, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວສໍາຄັນໃນມື້ນີ້ມີ: 1. ພວກທະຫານຂອງໄນເຈີ ອ້າງວ່າ ໄດ້ປົດທ່ານບາຊູມ ລົງຈາກຕຳແໜ່ງ, 2. ການໂຈມຕີຂອງຣັດເຊຍ ສ້າງຄວາມເສຍຫາຍ ຕໍ່ສະຖານທີ່ທາງວັດທະນະທໍາ ແລະສາງເກັບເມັດພືດ, ແລະ 3. ທ່ານອອສຕິນ ກ່າວວ່າ ສຫລ ບໍ່ໄດ້ຊອກຫາການຕັ້ງຖານທັບຖາວອນ ຢູ່ປາປົວນີວກີນີ.
7/27/202330 minutes
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ສະຖານະການຫຼ້າສຸດໃນຢູເຄຣນ ສະຫະລັດ ຈະສົ່ງການຊ່ອຍເຫຼືອດ້ານການທະຫານ ມູນຄ່າ 400 ລ້ານໂດລາ ໃຫ້ຢູເຄຣນຕື່ມອີກ - ກໍລະກົດ ໒໖, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວສໍາຄັນໃນມື້ນີ້ມີ: 1. ສະຫະລັດ ຈະສົ່ງການຊ່ອຍເຫຼືອດ້ານການທະຫານ ມູນຄ່າ 400 ລ້ານໂດລາ ໃຫ້ຢູເຄຣນຕື່ມອີກ, 2. ອະດີດທະຫານມາຣີນ ທີ່ຖືກປ່ອຍໂຕຈາກຣັດເຊຍ ໄດ້ຮັບບາດເຈັບ ຂະນະສູ້ລົບໃນຢູເຄຣນ, ແລະ 3. ກຸ່ມຕາລີບານ ບັງຄັບໃຊ້ການຫ້າມກ່ຽວກັບຮ້ານເສີມສວຍທັງຫຼາຍ.
7/26/202329 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ຂ່າວຫລ້າສຸດ: ອົງ​ການ IAEA ກ່າວວ່າ ລະເບີດຕໍ່​ຕ້ານ​ບຸກ​ຄົນ ໄດ້ພົບເຫັນຢູ່ບໍລິເວນໂຮງໄຟ​ຟ້ານິວເຄລຍ - ກໍລະກົດ ໒໕, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວສໍາຄັນໃນມື້ນີ້ມີ: 1. ອົງ​ການ IAEA ກ່າວວ່າ ໄດ້ພົບເຫັນລະເບີດ ຢູ່ບໍລິເວນໂຮງໄຟ​ຟ້ານິວເຄລຍ, 2. ລິທົວເນຍ ຮຽກຮ້ອງຕໍ່ ອີຢູ ໃຫ້ນຳໃຊ້ທ່າເຮືອທະເລບາລຕິກ ເພື່ອສົ່ງອອກອາຫານປະເພດເມັດ, ແລະ 3. ສຫລ ລົງໂທດພວກເຈົ້າໜ້າທີ່ມາລີ ກ່ຽວກັບການກ່າວຫາ ມີຄວາມສຳພັນ ກັບກຸ່ມແວກເນີ.
7/25/202329 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ຂ່າວຫຼ້າສຸດ: ຣັດເຊຍເວົ້າວ່າ ເຮືອບິນບໍ່ມີຄົນຂັບຂອງຢູເຄຣນໂຈມຕີມົສກູ ແລະແຫລມໄຄຣເມຍ - ກໍລະກົດ ໒໔, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວສໍາຄັນໃນມື້ນີ້ມີ: 1. ຣັດເຊຍເວົ້າວ່າ ເຮືອບິນບໍ່ມີຄົນຂັບຂອງຢູເຄຣນໂຈມຕີມົສກູ ແລະແຫລມໄຄຣເມຍ, 2. ທ່ານເຊເລັນສກີ ກ່າວວ່າ ສະພາເນໂຕ້ ແລະ ຢູເຄຣນ ຈະປະຊຸມກັນ ໃນວັນພຸດນີ້, ແລະ 3. ຣັດເຊຍ ແລະ ຈີນ ເສັດສິ້ນການຊ້ອມລົບຮ່ວມທາງທະຫານ ຢູ່ທະເລຍີ່ປຸ່ນ.
7/24/202329 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ພະນັກງານທີ່ເປັນແມ່ຍິງຢູ່ຮ້ານເສີມສວຍ ໃນນະຄອນຫຼວງກາບູລ ປະທ້ວງຂໍ້ຫ້າມຂອງກຸ່ມຕາລິບານ - ກໍລະກົດ ໒໓, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ບົດລາຍງານໃນມື້ນີ້ມິ: 1. ພະນັກງານທີ່ເປັນແມ່ຍິງຢູ່ຮ້ານເສີມສວຍ ໃນນະຄອນຫຼວງກາບູລ ປະທ້ວງຂໍ້ຫ້າມຂອງກຸ່ມຕາລິບານ, 2.
7/23/202330 minutes
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ສານອາຍາສາກົນ ປະຕິເສດການເຄື່ອນໄຫວຂອງລັດຖະບານ ຟີລິບປິນ ເພື່ອຂັດຂວາງການສອບສວນສົງຄາມຢາເສບຕິດຂອງ ທ່ານດູເຕີເຕ. - ກໍລະກົດ ໒໒, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ ​ເປັນ​ເວລາ 30 ນາທີ. ພວກ​ເຮົາ​ສະ​ເໜີຂ່າວ ຂໍ້​ມູນ ​ແລະ​ລາຍ​ງານ​ທີ່​ໜ້າ​ສົນ​ໃຈ ກ່ຽວກັບເຫດການທີ່​ເກີດ​ຂຶ້ນ​ໃນ​ປະ​ເທດ​ລາວ ສະຫະລັດ​ອ​າ​ເມ​ຣິ​ກາ ​ເອ​ເຊຍ​ແລະ​ຂົງເຂດ​ອື່ນໆ​ຂອງ​ໂລກ ຕະຫລອດ​ທັງ​ບົດຮຽນ​ພາສາ​ອັງກິດ ​ແລະ​ລາຍການ​ເພງ​ຕາມ​ຄຳ​ຂໍ​ຂອງ​ທ່ານ​ຜູ້​ຟັງ.
7/22/202329 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ກະຊວງປ້ອງກັນປະເທດອັງກິດກ່າວວ່າ ພວກນັກໂທດຈາກກຸ່ມທະຫານຮັບຈ້າງແວັກເນີ ມີທ່າທາງວ່າ ຈະຖືກຈ້າງວຽກຕໍ່ໄປ - ກໍລະກົດ ໒໑, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວສໍາຄັນໃນມື້ນີ້ມິ: 1. ກະຊວງປ້ອງກັນປະເທດອັງກິດກ່າວວ່າ ທະຫານຮັບຈ້າງແວັກເນີ ຍັງຈະຖືກຈ້າງວຽກຕໍ່ໄປ, 2. ຢູເຄຣນຮຽກຮ້ອງໃຫ້ມີການຟື້ນຟູ ຂໍ້ລິເລີ້ມອາຫານປະເພດເມັດທະເລດຳ ຄືນໃໝ່, ແລະ 3. ສະຫະລັດກ່າວວ່າ ເກົາຫຼີເໜືອຍັງບໍ່ໃຫ້ຄຳຕອບໃດໆກ່ຽວກັບທະຫານອາເມຣິກັນ.
7/21/202329 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ຫຼ້າສຸດໃນຢູເຄຣນ: ຣັດເຊຍໂຈມຕີທາງອາກາດໃສ່ເມືອງ ທ່າເຮືອມິໂກລາອິຟ - ກໍລະກົດ ໒໐, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວສໍາຄັນໃນມື້ນີ້ມີ: 1. ຣັດເຊຍໂຈມຕີທາງອາກາດໃສ່ເມືອງ ທ່າເຮືອມິໂກລາອິຟ, 2. ອາຟຣິກາໃຕ້ ກ່າວວ່າ ທ່ານປູຕິນ ບໍ່ເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມ BRICS, ແລະ 3. ພາບໃນວີດີໂອປາກົດສະແດງໃຫ້ເຫັນວ່າ ຫົວໜ້າທະຫານຮັບຈ້າງແວັກເນີ ກັບທະຫານຂອງລາວ ຢູ່ໃນເບລາຣຸສ .
7/20/202329 minutes, 59 seconds
Episode Artwork

ລາຍການກະຈາຍສຽງຂອງວີໂອເອ ລາວ: ທະຫານສະຫະລັດ ຢູ່ພາຍໃຕ້ການຄວບຄຸມຕົວ ຂອງເກົາຫຼີເໜືອ ລຸນຫຼັງທີ່ຂ້າມເຂົ້າ​ໄປ​ເມືອງຊາຍແດນ ໃນ​ເກົາ​ຫຼີເໜືອ - ກໍລະກົດ ໑໙, ໒໐໒໓

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວສໍາຄັນໃນມື້ນີ້ມີ: 1. ທະຫານສະຫະລັດ ຢູ່ພາຍໃຕ້ການຄວບຄຸມຕົວ ຂອງເກົາຫຼີເໜືອ, 2. ເກົາຫລີເໜືອ ຍິງລູກສອນໄຟຂີປະນາວຸດໄລຍະໃກ້ 2 ລູກ ໃນ​ຕອນ​ເຊົ້າ​ມືດມື້ນີ້, ແລະ 3. ຫຼ້າສຸດໃນຢູເຄຣນ: ຣັດເຊຍ ໂຈມຕີເປົ້າໝາຍຕ່າງໆຢູ່ໃນນະຄອນຫຼວງ ກີຢິບ ແລະ ໂອເດຊາ.
7/19/202329 minutes, 58 seconds